Skip to main content

Google

Google ງານເຂົ້າ, ເປັນຫຍັງ ຄືບໍ່ເຫັນລິ້ງດາວໂຫຼດ ແອບ IOS ໂດຍກົ?

ເລື່ອງນີ້ເກີດຂຶ້ນໃນມື້້ນີ້ເມື່ອເວັບໄຊ Thenextweb ໄດ້ສັງເກດເຫັນວ່າມີການປ່ຽນແປງໃນການຄົ້ນຫາໃນ ເຄື່ອງມືຄົ້ນຫາ Google, ປັນຫາດັ່ງກ່າວແມ່ນ Google ໄດ້ບ໋ອກລິ້ງ itune ທີ່ເປັນດາວໂຫຼດໂດຍກົງຂອງແອບ IOS ຈາກການສະແດງຜົນການຄົ້ນຫາ. ຕາມຄວາມເປັນຈິງແລ້ວເມື່ອເວລາເຮົາຄົ້ນຫາແອບຂອງລະບົບປະຕິບັດການ IOS ເຊັ່ນ: Line for iPhone, Skype for iPad ແລະ ອີກຫຼາຍໆຄຳຜົນຄົ້ນຫາມັກຈະເປັນລິ້ງດາວໂຫຼດໂດຍກົງຈາກ itune ເລີຍເປັນອັນດັບ ທຳອິດ. ທາງ Thenextweb ໄດ້ຕິດຕໍ່ໄປຫາ Google ແລ້ວກ່ຽວກັບປັນຫາທີ່ເກີດຂຶ້ນແຕ່ຍັງບໍ່ມີ ການຕອບກັບ ຈາກ Google ເທື່ອ.ກົງກັນຂ້າມກັບ Android ແອບຍັງສາມາດເຫັນຄືເກົ່າໃນອັນດັບທຳອິດ.

Google Translate ສຳລັບ Android ຮອງຮັບແປພາສາ ໂດຍບໍ່ຈຳເປັນຕ້ອງເຊື່ອມ ຕ?

ວັນພຸດທີ່ຜ່ານມາ(27 ເດືອນມີນາ 2013) Google ໄດ້ອັບເດດໂປແກມ Google Translate ສຳລັບລະບົບ ປະຕິບັດການ Android ໃໝ່ໂດຍການເພີ່ມຄວາມສາມາດໃໝ່ເຂົ້າມານຳຄື:ການແປພາສາໂດຍບໍ່ຈຳເປັນຕ້ອງ ເຊື່ອມຕໍ່ອິນເຕີເນັດເຊິ່ງມັນສາມາດຮອງຮັບໄດ້ເຖິງ 50 ພາສາ ແລະ ຮອງຮັບລະບົບປະຕິບັບການ Android ຕັ້ງແຕ່ 2.3 ຂຶ້ນໄປ. ທ່ານສາມາດດາວໂຫຼດໄດ້ທີ່ Google Play Store ເພື່ອໃຊ້ງານຄວາມສາມາດນີ້ພຽງແຕ່ເລືອກ Offline language ຢູ່ໃນເມນູ, ຫຼັງຈາກນັ້ນເລືອກພາສາທີ່ທ່ານ ຕ້ອງການໃຊ້. ຫາກທ່ານຕ້ອງການໃຊ້ສອງພາສາຕົວຢ່າງ: ອັງກິດ-ລາວ ຫຼື ລາວ-ອັງກິດພຽງແຕ່ທ່ານດາວໂຫຼດ ທັງສອງພາສາ.

Smartphone 6 ລຸ້ນທີ່ດີທີ່ສຸດໃນປີ 2012

ໃນທ້າຍປີແລ້ວກະບໍ່ພາດທີ່ຈະມາເບິ່ງວ່າໃນປີນີ້ມີຫຍັງພິເສດແນ່ເຊິ່ງທາງ Thenextweb ເພິ່ນໄດ້ສະຫຼຸບມືຖື Smartphone ທີ່ດີ່ທີ່ສຸດມາໃຫ້ເຮົາໄດ້ ເບິ່ງກັນເຖິງ 6 ລຸ້ນດ້ວຍກັນ, ຫາກໃຜກຳລັງຄິດຈະຊື້ມືຖືຈັກເຄື່ອງບາງທີ່ອາດຫາຄຳຕອບຢູ່ບົດຄວາມນີ້ກະໄດ້.ຈະມີລຸ້ນໃດແດ່ນັ້ນເຮົາມາເບິ່ງກັນ ເລີຍ

Google ເປີດໂຕ Android Jelly Bean 4.2, Nexus 4, Nexus 10 ແລະ Nexus 7 Wi-Fi 3G

ເຖິງວ່າງານຈະບໍ່ໄດ້ຈັດເນື່ອງຈາກພາຍຸເຮີຣິເຄນ Sandy Google ກະບໍ່ພາດນັດປ່ອຍສິນຄ້າໃໝ່ໃຫ້ຊາວໂລກທີ່ລໍຄອຍໄດ້ເບິ່ງກັນໂດຍມີກັນ 2 ປະເດັນໃຫ່ຍຄື: ເປີດໂຕເວີເຊິນ Android 4.2 ໂດຍຍັງໃຊ້ໂຄດ Jelly Bean ຢູ່ຄືເກົ່າ ເປີດໂຕສິນຄ້າຕະກູນ Nexusຄື: LG Nexus 4, Asus Nexus 10 ແລະ Nexus 7 Wi-Fi+3G

ບໍມີໃຜ Hack ໄດ້ເມື່ອເປີດໃຊ້ 2-step verification ໃນບັນຊີ Google

Google Gmail ໄດ້ອອກລະບົບຮັກສາຄວາມປອດໄພໃຫ້ບັນຊີເຮົາໃໝ່ໂດຍມີຊື່ວ່າ 2-step verification. ການເຮັດວຽກຂອງມັນກະຄືວ່າມແມ່ນ ການເຂົ້າສູ່ລະບົບສອງຊັ້ນໂດຍຊັ້ນທຳອິດແມ່ນເຮົາໃສ່ລະຫັດຜ່ານຂອງເຮົາຕາມທຳມາດາທີເຄີຍເຮັດແຕ່ກ່ອນ, ແລ້ວຫຼັງຈາກທີ່ເຮົາເຂົ້າສູ່ລະບົບ ແລ້ວມັນຈະຖານເຖິງລະຫັດອີກອັນໜຶ່ງເຊິ່ງຈະສົ່ງໃຫ້ທ່ານຜ່ານທາງມືຖືໃນຮູບແບບສຽງ ຫຼື ຂໍ້ຄວາມ ໃນເນື້ອໃນກໍຈະຂຽນວ່າ: “Your Google vertification code is ******” ແປເປັນລາວແມ່ນ ” ການຢືນຢັນບັນຊີຂອງທ່ານ ລະຫັດແມ່ນ ******” ໂດຍລະຫັດຈະມີ 6 ຕົວເລກ, ໃຫ້ເຮົາ ພິມລົງໄປແລ້ວຫຼັງຈາກນັນເຮົາຈຶ່ງໄດ້ມີສິດເຂົ້າໃຊ້ບັນຊີຂອງເຮົາ.

Google ເປີດໂຕ Nexus 7 tablet ລາຄາລໍ້ໃຈ

 ກ່ອນຈະເປີດໂຕກະມີຂ່າວລືກັນຫຼາຍພໍສົມຄວນວ່າ Google ຈະເປີດໂຕ Tablet ລາຄາຖືກດ ສະເປັກກະໜ້າຄົບ, Asus ເປັນຜູ້ຜະລິດໃຫ້. ຫຼັງຈາກຂ່າວລືໄປແລ້ວມື້ນີ້ໃນງານ Google IO 2012 ງານໃຫຍ່ແຫ່ງປີຂອງທາງ Google ເພິ່ນເຊິ່ງໃນແຕ່ລະປີກໍຈະມີການລວມໂຕກັນຂອງນັກ developer ທັງຫຼາຍເຂົ້າມາຮ່ວມງານກັນ, ງານຄັງນີ້ບໍ່ໄດ້ຟຼີແນ່ນອນລາຄາປີ້ເຂົາໃນປີນີ້ແມ່ນ $900 ສຳລັບຄົນທົ່ວໄປ ແລະ $300 ສຳລັບນັກ ຮຽນ, ນັກສຶກສາ. ຕາມຄວາມຄິດຂອງເຮົາແລ້ວເຖິງວ່າຄາປີ້ເຂົ້າຈະແພງແຕ່ Google ໃຈດີຂອງເຮົາກະໄດ້ແຈກຂອງຟຼີໃນງານກັນບໍ່ວ່າຈະເປັນ ສິນຄ້າໃໝ່ໆທີ່ເພິ່ນໄດ້ເປີດໂຕຢູ່ບ່ອນຫັນ ແລະ ຫຼັງຈາກຈົບງານເພິ່ນກະປະກາດວ່າສິນຄ້າໃດເຮົາຈະໄດ້ຕິດໂຕກັບບ້ານເປັນທີ່ລະລຶກກ່ອນໃຜ ແລະ ບໍ່ຄືໃຜ.

ຂໍ້ມູນລ້າສຸດກັບໂທລະສັບມືຖື Smartphone ລຸ່ນໃໝ່ຂອງ Google Nexus 4G

ເວັບໄຊ BGR ໄດ້ເປີດເຜີຍຂໍ້ມູນລ້າສຸດຂອງໂທລະສັບມືຖືຂອງ Google ທີ່ຈະມາລົ້ມແຊ້ມ Iphone5 ຄາດວ່າຈະເປີດໂຕໄລເລ່ຍກັບ Iphone5 ຂອງ Apple ເຊິ່ງລຸ້ນນີ້ເປັນລຸ້ນທີ່ 3 ຕໍ່ຈາກ Nexus S ຂອງຊັມຊຸງເຊິ່ງຈະມີຊື່ວ່າ: Nexus 4G. ນອກນັ້ນຍັງເປັນສະເປັກ ທີ່ສູງອີກ ດ້ວຍ.