Skip to main content

Giveaway

ແຈກ Dota2 beta key

ຈັກເປັນມື້ເລີດງາມຍາມດີຫຍັງໃກ້ຮອດຍາມບຸນ ຫຼື ຄວາມຢາກແຈກໃຫ້ຄົນທີ່ຕິດຕາມໄດ້ຫຼິ້ນກ່ອນໃຜກັນແທ້. ເກມ DOTA2 ເປັນຍອດຕໍ່ຈາກແຜນທີ່ໃນເກມ Warcaft 3 ໃນໂໝດເສີມ Warcraft III: The Frozen Throne ທີ່ມີຊື່ວ່າ: DotA ໂດຍມີຜູ້ພັດທະ ນາຊື່ດັງເຊັ່ນ Icefrog ເປັນຄົນພັດທະນາແຜນທີ່ນີ້ຂຶ້ນ ແລະ ໄດ້ເລີ່ມເປັນທີ່ສົນໃຈໃນທົ່ວໂລກຈົນໄດ້ກາຍເປັນເກມໃຊ້ເຂົ້າໃນການແຂ່ງຂັນຂັ້ນ International(ລະດັບປະເທດ) ໃນຫຼາຍໆລາຍການໃຫຍ່.

Digiarty Software ຮ່ວມກັບບໍລິສັດຜະລິດໂປແກມຕ່າງໆຈັດໂປ ໂມຊັນແຈກລ?

 Digiarty Software Inc, ເປັນບໍລິສັດທີ່ສ້າງໂປແກມໃນເລື່ອງບັນເທິງເຊັ່ນ: ໂປແກມກ່ຽວກັບສຽງ, ວີດີໂອ, ດີວີດີ ແລະ ໂປແກມ Backup ຂໍ້ມູນ. ເພິ່ນໄດ້ຈັດໂປໂມຊັນພິເສດເນື່ອງໃນ “Summer holiday” ເລີ່ມຕັ້ງແຕ່ວັນທີ 15 ຫາວັນທີ 5 ເດືອນກໍລະກົດປະມານນັ້ນເພາະເພິ່ນແຈກ 20 ມື້. ໃນການແຈກຄັງນີ້ເພິ່ນໄດ້ຮ່ວມກັບຫຼາຍໆບໍລິສັດທີ່ຜະລິໂປແກມທີ່ເຮົາທຸກຄົນກະຄົງຈະຮູ້ຈັກເຊັ່ນ: IObit, Lavasoft, EaseUS, Obviousidea, My Privacy Tools, Kingsoft and Zoner ລວມກັນທັງໝົດເປັນ 7 ບໍລິສັດ.

ຟຼີລາຍເຊັ່ນໂປແກມ ESET NOD32 Antivirus 5 6 ເດືອນ

ESET NOD32 Antivirus 5 ເປັນໂປແກມອແນຕີ້ໄວຣັດໂຕໃໝ່ຂອງທາງ ESET ເຊິ່ງສາມາດປ້ອງກັນຄອມຂອງທ່ານອອກຈາກໄພຮ້າຍຕ່າງໆທີ່ ເກີດຈາກຄອມຂອງທ່ານທີ່ຫຼົງໄປຕິດຈຳພວກ viruses, worms, trojans, spyware ເປັນຕົ້ນ ແລະ ຍັງອີກຫຼາຍໆຢ່າງນອກຈາກທີ່ເຮົາກ່າວມານັ້ນ. ຄວາມສາມາດຫຼັກໆຂອງ NOD32 Antivirus 5 ໂຕໃໝ່ນີ້ມີດັ່ງນີ້: Antivirus (ThreatSense technology) eliminates Windows, Mac and Linux viruses, worms, trojans, rootkits and other malware. Antispyware protects your online privacy and identity. Host-Based Intrusion Prevention System (HIPS) blocks unauthorized changes to programs. Cloud-Enhanced Whitelisting (Cloud-Powered Reputation) enables faster, more accurate malware detection. Removable Media Control prevents malware infection from USB flash drives, CDs and DVDs; enables blocking by device ID. Antirootkit detects and removes malware that hides from the operating system. Gamer Mode suspends pop-up notifications, scanning and scheduled tasks while playing. Internet Security Training teaches you tips and techniques to make your online experience even safer.   ສ່ວນລາຄາປົກະຕິຂອງແອນຕີ້ໄວຣັດໂຕນີ້ລາຍເຊັ່ນ 1 ປີ ແມ່ນ $39.99 ຫຼື ເທົ່າກັບ 320.000 ກີບ(8000ກີບ/$1). ແຕ່ທາງ ESET ສະເປນໄດ້ມີ ໂປໂມເຊິນແຈກລາຍເຊັ່ນ NOD32 Antivirus 5 6ເດືອນ, ຍັງບໍ່ຮູ້ເວລາໝົດອາຍຸຂອງໂປໂມເຊິນນີ້ເທື່ອ. ມາເບິ່ງວິທີເຮັດກັນເລີຍ

BitDefender ແຈກ BitDefender Internet Security 2012 ຟີຣລາຍເຊັ່ນ 1 ປີ

ສືບຕໍ່ຈາກເລື່ອງ BitDefender ແຈກລາຍເຊັ່ນ Bitdefender Antivirus 2012 ສຳລັບ Mac ຟີຣ 1 ປີ. ເນື້ອຫາກໍ່ຈະບໍເວົ້າຫຍັງຫຼາຍເພາະເວົ້າມາ ແລ້ວໃນເລື່ອງກ່ອນໜ້ານີ້, ຖ້າໃຜຍັງບໍ່ໄດ້ອ່ານກໍສາມາດກັບໄປອ່ານໄດ້. ມາເຂົ້າເລື່ອງກັນເລີຍ!

BitDefender ແຈກລາຍເຊັ່ນ Bitdefender Antivirus 2012 ສຳລັບ Mac ຟີຣ 1 ປີ

Bitdefender Antivirus2012 ສຳລັບ Mac ເປັນໂປແກມແອນຕີ້ໄວຣັດສທີ່ນິຍົມໃຊ້ກັນໃນການປ້ອງກັນຄອມຂອງທ່ານຈາກສິ່ງທີ່ທ່ານບໍ່ ມັກທີ່ສຸດເລີຍ ນັ້ນກໍ່ຄືໄວຣັດສນັ້ນເອງ. ເຮົາຂໍບໍ່ເວົ້າລາຍລະອຽດຫຍັງຫຼາຍເນາະເພາະສ່ວນຫຼາຍກະຮູ້ຈັກກັນໝົດທຸກຄົນແລ້ວ. ເຮົາມາເຂົ້າເລື່ອງກັນ ເລີຍ ມື້ນີ້ກະໄດ້ໄປເຈີກັບໂປໂມຊັ້ນດີໆຂອງທາງ BitDefender ເຂົ້າເຊິ່ງເພິ່ນບໍ່ໄດ້ແຈກເລື້ອຍໆດ໋ອກ, ດົນໆແຈກເທື່ອໜຶ່ງໃຜໂຊກດີກະໄດ້ກັນໄປ, ໃຜມາຊ້າ ກະຄືວ່າຫັ້ນລະ ຂອງດີໆແບບນີ້ຈະມາມື້ໃດກະບໍ່ຮູ້. ເທື່ອນີ້ເພິ່ນມາແຈກ Bitdefender Antivirus 2012 ສຳລັບ Mac ຟີຣ ລາຍເຊັ່ນ 1 ປີເຕັມ.

TuneUp ແຈກລາຍເຊັ່ນ TuneUp Utilities 2011 ຟີຣສຳລັບທຸກໆຄົນ

ຊ່ວງນີ້ບໍ່ມີໂປໂມຊັນດີໆມາແຈກເລີຍເວີ້ຍ ຖ້າຕັ້ງດົນກວ່າຈະມີມາເທື່ອໜຶ່ງ. ມື້ນີ້ກະເປັນຄິວຂອງທາງ TuneUp ທີ່ເພິ່ນແຈກລາຍເຊັ່ນໃຫ້ພວກເຮົາ ໃຊ້ກັນແຕ່ລະປີໆນີ້ເພິ່ນມາແຈກ TuneUp Utilities 2011 ກັນ. ເຖິງວ່າຈະເປັນເວີເຊິນຂອງປີ 2011 ກໍຕາມ ເກົ່າແດ່ປີໜຶ່ງກະຄົງຈະບໍ່ເປັນຫຍັງ ຫຼາຍດ໋ອກສຳລັບຂອງຟີຣໆ. ຂໍແນະນຳໂປຼແກມ TuneUp Utilities 2011 ຈັກໜ້ອຍໜຶ່ງເພື່ອຄົນທີ່ບໍ່ຮູ້. TuneUp Utilities 2011 ເປັນໂປຼແກມທີ່ຈະເຮັດໃຫ້ຄອມເຮົາເປັນລະ ບຽບຂຶ້ນ, ສະອາດຂຶ້ນ ແລະ ເຮັດວຽກເບົາຂຶ້ນ ເຊິ່ງມັນຈະເຮັດໜ້າທີ່ໃນການຈັດແຈງຂໍ້ມູນຕ່າງໆໃນຄອມເຮົສໃຫ້ເປັນລະບຽບ, ລຶບຟາຍທີ່ບໍ່ເປັນປະ ໂຫຍດ, ບອກໂປຼແກມ ຫຼື ລະບົບການເຮັດວຽກຕ່າງໆຢູ່ໃນຄອມທີ່ມີບັນຫາ ແລະ ແກ້ໄຂໃຫ້ເຮົາທັນທີ່. ນອກນັນມັນຍັງເປັນໂປຼແກມທີ່ຫຼາຍໆຄົນ ແນະນຳໃຫ້ມີຫຼັງຈາກທີ່ຊື້ຄອມໃໝ່ ຫຼື ລົງວິນໂດໃໝ່.