Skip to main content

DriverScaner

ແຈກລາຍເຊັ່ນ DriverScaner 2013 ສຳລັບທຸກໆຄົນ

ຫລັງຈາກໂປໂມເຊິນທີ່ເຮົາໄດ້ຂຽນໄວ້ກ່ຽວກັບ ແຈກລາຍເຊັ່ນ DriverScaner 2012 ຟຼີ 1 ປີ ສຳລັບທຸກໆຄົນ ແຕ່ໂປໂມເຊິນນີ້ຫມົດອາຍຸແລ້ວຕັ້ງ ແຕ່ເດືອນ 3 ທີຜ່ານມາ. ມາຮອດມື້ນີ້ເພິ່ນກະໄດ້ຈັດໂປໂມເຊິນໃຫມ່ອີກເທື່ອຫນຶ່ງ, ແຕ່ເທື່ອນີ້ມແມ່ນໄດ້ປ່ຽນມາແຈກ DriverScaner 2013 ຟັງແລ້ວຫນ້າສົນໃຈແມ່ນບໍ່? ຫາກໃຜຍັງບໍ່ຮູ້ວ່າໂປແກມ DriverScaner 2013 ເຮັດຫຍັງໄດ້ແນ່. DriverScaner 2013 ເປັນໂປແກມທີ່ຈະມາ ຊ່ວຍໃຫ້ທ່ານຫາ Driver ຄອມຂອງທ່ານໂດຍທີທ່ານບໍ່ຕ້ອງຮູ້ວ່າຄອມຂອງທ່ານໃຊ້ Hardware ຄ້າຍໃດ? ຊື່ຫຍັງ? ເປັນຕົ້ນ.

ແຈກລາຍເຊັ່ນ DriverScaner 2012 ຟຼີ 1 ປີ ສຳລັບທຸກໆຄົນ

ຫຼັງຈາກທີ່ເຮົາບໍ່ໄດ້ມາຂຽນເລື່ອງດີໆດົນລະ ແຕ່ທີ່ຈິງກະບໍ່ໄດ້ດົນປານໃດ ຮະຮະ ເພາະຄາເສັງກາງພາກກະເລີຍຕ້ອງຄົ້ນຄ້ວາບົດຮຽນ ກະເລີຍບໍ່ໄດ້ ຊອກເລື່ອງດີໆມາເລີຍ. ເຮົາຈະມາບອກວິທີທີ່ຈະເອົາລາຍເຊັ່ນ DriverScaner 2012 ຟຼີ 1 ປີ ໂດຍບໍ່ເສຍເງິນແມ້ແຕ່ກີບດຽວ. ສ່ວນໃຜທີ່ຍັງບໍ່ຮູ້ວ່າໂປແກມ DriverScaner ເປັນໂປແກມແນວໃດ? ເຮົາຈະມາບອກໂດຍລວມໆເລີຍວ່າຟັງແຕ່ຊື່ກະຮູ້ໂລດວ່າຕ້ອງເປັນໂປແກມທີ່ກ່ຽວຂ້ອງກັບເລື່ອງ Driver ແນ່ນອນ. ມັນເປັນໂປແກມທີ່ໃຊ້ສຳລັບຊ່ວຍເຮົາໃນການຫາ Driver ທີ່ຄອມເຮົາຍັງບໍ່ມີໃນເວລາທີ່ເຮົາສຽບອຸປະກອນໃດ ໜຶ່ງທີ່ຍັງ ບໍ່ເຄີຍລອງກັບຄອມເຮົາຈັກ ເທື່ອ, ນອກນັນມັນຍັງສາມາດຊ່ວຍຈັດການໃນເລື່ອງການອັບເດດ Driver ຂອງເຮົາທີ່ຍັງໃຊ້ເວີຊັ້ນເກົ່າຢູ່ ແລະ ເຮັດໃຫ້ຄອມຂອງເຮົາມີປະສິດຕພາບ ຂຶ້ນຕື່ມ.