Skip to main content

Bus Tracking

ທ່ານສາມາດຕິດຕາມຕຳແໜ່ງ ລົດເມຂຽວ ໄດ້ແລ້ວຜ່ານທາງເວັບໄຊ Lao BusNavi

·32 words·1 min
ຫຼັງຈາກປີກາຍນີ້ໄດ້ນຳເອົາລະບົບການຈ່າຍເງິນຜ່ານບັດສຳລັບນັກຮຽນ ແລະ ນັກສຶກສາເຂົ້າເພື່ອຫຼຸດຜ່ອນລາຍຈ່າຍ ແລະ ສະດວກສະບາຍ ໂດຍຄ່າລົງທະບຽນເຮັດບັດແມ່ນ 400,000 ກີບຕໍ່ປີ ຖືວ່າຄຸ້ມຄ່າຫຼາຍສຳລັບໃຜທີໃຊ້ບໍລິການລົດເມເປັນປະຈຳໂດຍທ່ານສາມາດໃຊ້ໄດ້ກັບລົດເມທຸກສາຍທີໃຫ້ບໍລິການໃນພື້ນທີນະຄອນຫຼວງວຽງຈັນ. ລ່າສຸດເພິ່ນກໍໄດ້ພັດທະນາໄປອີກຂັ້ນກັບການໃຫ້ບໍລິການລົດເມຂຽວ ທ່ານສາມາດຕິດຕາມຕຳແໜ່ງລົດເມຂຽວໄດ້ຜ່ານເວັບໄຊ Lao-BusNavi ຫຼັງຈາກໄດ້ທົດລອງໃຊ້ຜ່ານຄອມພິວເຕີ, ມືຖືລະບົບປະຕິບັການ Android ແລະ iOS ສາມາດເຮັດວຽກໄດ້ດີ. ຖືວ່າມີປະໂຫຍດຫຼາຍສຳລັບຂີ່ລົດເມເລີຍ ເພາະມັນສ້າງຄວາມສະດວກສະບາຍໃນການຕິດຈາມວ່າລົດເມຮອດໃສແລ້ວ ໃນກໍລະນີທີເຮົາກຳລັງຖ້າລົດເມຢູ່. ນອກນັ້ນແລ້ວ, ເຮົາຄິດວ່າມັນຍັງຈະແກ້ບັນຫາໃນການຈັດສັນເວລາອອກ ແລະ ເຂົ້າຂອງລົດເມສາຍຕ່າງໆ ເພາະຜູ່ຈັດສັນຕາຕະລາງລົດເມສາມາດຮູ້ໄດ້ແນ່ນອນວ່າລົດເມນັ້ນອອກຈັກໂມ ແລະ ໃຊ້ເວລາເທົ່າໃດໃນການໄປ ແລະ ກັບໃນຊ່ວງເວລາຮີບດ່ວນ ແລະ ທຳມະດາ.