Skip to main content

Antivirus

ໃຊ້ Kaspersky Anti Virus 2013 ຟຼີລາຍເຊັນ 1 ປີ

Kaspersky Lab ຮ່ວມກັບ ASUS ແຈກໂປແກມ Kaspersky Anti Virus 2013 ໃຫ້ນັກຫຼິ້ນເກມທີ່ໃຊ້ ເມນບ໋ອດ (Mainboard) ASUS ROG Motherboard (Republic of Gamers) ເປັນເມນບ໋ອດທີ່ຈຳໜ່າຍ ໃຫ້ແກ່ລູກຄ້າລະດັບ hi-end ຂອງຄົນຫຼິ້ນເກມ. ການແຈກຄັ້ງນີ້ແມ່ນເພິ່ນໃຫ້ຄົນທີ່ໃຊ້ເມນບ໋ອດດັ່ງກ່າວ ສາມາດດາວໂຫຼດໂປແກມ Kaspersky Anti Virus 2013 ພ້ອມລາຍເຊັນ 1 ປີ ຖ້າໃຜໃຊ້ເມນບ໋ອດ ASUS ROG ທ່ານສາມາດເຂົ້າໄປດາວໂຫຼດໃຊ້ກັນໄດ້ຟຼີເລີຍ Kaspersky Anti Virus 2013 ສຳລັບ ROG motherboard. ແຕ່ຖ້າເຮົາບໍ່ໄດ້ໃຊ້ ASUS ROG motherboard ເດຊັ້ນຢາກດາວໂຫຼດມາໃຊ້ໄດ້ບໍ່? ຄຳຕອບຄືບໍ່ໄດ້ເພາະ ໂປແກມມັນຈະກວດສອບວ່າຄອມເຮົາໃຊ້ ເມນບ໋ອດໂຕນີ້ບໍ່? ແຕ່ວ່າອີກເທື່ອໜຶ່ງເຮົາສາມາດໃຊ້ Kaspersky Anti Virus 2013 ໃຊ້ໄດ້ດ້ວຍການດັດແປງເລັກໆນ້ອຍໆ.

ຟຼີລາຍເຊັນ Trend Micro Titanium AntiVirus 2013 1 ປີ

Trend Micro Titanium AntiVirus 2013 ເປັນໂປແກມປ້ອງກັນໄວຣັດເຂົ້າຄອມຂອງທ່ານຈາກຄ້າຍ Trend Micro ແລະ ທາງ Trend Micro ເອີຣົບ ໄດ້ແຈກລາຍເຊັນໂປແກມ Trend Micro Titanium AntiVirus 2012 ແຕ່ລາຍເຊັນໂຕນີ້ສາມາດເອົາໄປລົງທະບຽນໃຊ້ໃນໂປແກມ Trend Micro Titanium AntiVirus 2013 ອາຢຸການນຳໃຊ້ຂອງລາຍເຊັນທີ່ເພິ່ນແຈກແມ່ນ 1 ປີ. ຫາກໃຜສົນໃຈຢາກລອງໂປແກມນີ້ຢູ່ເບິ່ງວິທີເຮັດກັນ ເລີຍ.

ຟຼີລາຍເຊັ່ນໂປແກມ ESET NOD32 Antivirus 5 6 ເດືອນ

ESET NOD32 Antivirus 5 ເປັນໂປແກມອແນຕີ້ໄວຣັດໂຕໃໝ່ຂອງທາງ ESET ເຊິ່ງສາມາດປ້ອງກັນຄອມຂອງທ່ານອອກຈາກໄພຮ້າຍຕ່າງໆທີ່ ເກີດຈາກຄອມຂອງທ່ານທີ່ຫຼົງໄປຕິດຈຳພວກ viruses, worms, trojans, spyware ເປັນຕົ້ນ ແລະ ຍັງອີກຫຼາຍໆຢ່າງນອກຈາກທີ່ເຮົາກ່າວມານັ້ນ. ຄວາມສາມາດຫຼັກໆຂອງ NOD32 Antivirus 5 ໂຕໃໝ່ນີ້ມີດັ່ງນີ້: Antivirus (ThreatSense technology) eliminates Windows, Mac and Linux viruses, worms, trojans, rootkits and other malware. Antispyware protects your online privacy and identity. Host-Based Intrusion Prevention System (HIPS) blocks unauthorized changes to programs. Cloud-Enhanced Whitelisting (Cloud-Powered Reputation) enables faster, more accurate malware detection. Removable Media Control prevents malware infection from USB flash drives, CDs and DVDs; enables blocking by device ID. Antirootkit detects and removes malware that hides from the operating system. Gamer Mode suspends pop-up notifications, scanning and scheduled tasks while playing. Internet Security Training teaches you tips and techniques to make your online experience even safer.   ສ່ວນລາຄາປົກະຕິຂອງແອນຕີ້ໄວຣັດໂຕນີ້ລາຍເຊັ່ນ 1 ປີ ແມ່ນ $39.99 ຫຼື ເທົ່າກັບ 320.000 ກີບ(8000ກີບ/$1). ແຕ່ທາງ ESET ສະເປນໄດ້ມີ ໂປໂມເຊິນແຈກລາຍເຊັ່ນ NOD32 Antivirus 5 6ເດືອນ, ຍັງບໍ່ຮູ້ເວລາໝົດອາຍຸຂອງໂປໂມເຊິນນີ້ເທື່ອ. ມາເບິ່ງວິທີເຮັດກັນເລີຍ