Skip to main content

Android

Facebook Home ເປີດໃຫ້ ດາວໂຫຼດທົ່ວໂລກສຳລັບ Android & ອັບເດດແອບ Facebook ໃນ IO

Facebook ໄດ້ປ່ອຍອັບເດດແອບ Facebook ໃຫ້ກັບ IOS, ສວ່ນທາງ Android ເພິ່ນໄດ້ປ່ອຍໃຫ້ດາງໂຫຼດໃນ Play Store ທົ່ວໂລກແລ້ວ.

Google Translate ສຳລັບ Android ຮອງຮັບແປພາສາ ໂດຍບໍ່ຈຳເປັນຕ້ອງເຊື່ອມ ຕ?

ວັນພຸດທີ່ຜ່ານມາ(27 ເດືອນມີນາ 2013) Google ໄດ້ອັບເດດໂປແກມ Google Translate ສຳລັບລະບົບ ປະຕິບັດການ Android ໃໝ່ໂດຍການເພີ່ມຄວາມສາມາດໃໝ່ເຂົ້າມານຳຄື:ການແປພາສາໂດຍບໍ່ຈຳເປັນຕ້ອງ ເຊື່ອມຕໍ່ອິນເຕີເນັດເຊິ່ງມັນສາມາດຮອງຮັບໄດ້ເຖິງ 50 ພາສາ ແລະ ຮອງຮັບລະບົບປະຕິບັບການ Android ຕັ້ງແຕ່ 2.3 ຂຶ້ນໄປ. ທ່ານສາມາດດາວໂຫຼດໄດ້ທີ່ Google Play Store ເພື່ອໃຊ້ງານຄວາມສາມາດນີ້ພຽງແຕ່ເລືອກ Offline language ຢູ່ໃນເມນູ, ຫຼັງຈາກນັ້ນເລືອກພາສາທີ່ທ່ານ ຕ້ອງການໃຊ້. ຫາກທ່ານຕ້ອງການໃຊ້ສອງພາສາຕົວຢ່າງ: ອັງກິດ-ລາວ ຫຼື ລາວ-ອັງກິດພຽງແຕ່ທ່ານດາວໂຫຼດ ທັງສອງພາສາ.

Sony ເປີດໂຕໂທລະສັບມືຖື Xperia Z ແລະ Xperia ZL ໃນງານ CES 2013

Sony ໄດ້ເປີດໂຕໂທລະສັບມືຖືລຸ້ນເດັ່ນຂອງໂຕທັງໝົດສອງລຸ້ນຄື Xperia Z ແລະ Xperia ZL ທັງສອງຈະມາພ້ອມເທັກໂນໂລຢີ 4G LTE, ໜ້າຈໍ 5 ນິ້ວ 1080p LCD ມາພ້ອທເທັກໂນໂລຢີ Bravia Engine 2, ໃຊ້ CPU Snapdragon S4 Pro quad-core 1.5GHz, RAM 2 GB ແລະ ຊິບປະ ມວນພາບ Adreno 320, ກ້ອງຫຼັງ 13 ລ້ານພິກເຊວໃຊ້ເຊັນເຊີໃໝ່ Exmor RS ສາມາດຖ່າຍວີດີໂອແບບ HDR ໄດ້, ກ້ອງໜ້າ 2 ລ້ານພິກເຊວ, ແຕ່ກ້ອງ ໜ້າຂອງລຸ້ນ Xperia ZL ມັນຈະຕັ້ງຢູ່ທາງລຸ່ມຂວາມືຕາມພາບເຊິ່ງເປັນສິ່ງແປກຕາທີ່ສຸດເລີຍ, ມາພ້ອມລະບົບປະຕິບັດການ Android 4.1(ສາມາດ ອັບເດດເປັນ 4.2 ໄດ້) . ຈະວາງຂາຍໃນຊວ່ງທຳອິດຂອງປີ ແລະ ລາຍລະອຽດຍັງບໍ່ຢືນຢັນເທື່ອເດີ້ອາດມີການອັບເດດລາຍລະອຽດ ເພີ່ມຕື່ມ.

Smartphone 6 ລຸ້ນທີ່ດີທີ່ສຸດໃນປີ 2012

ໃນທ້າຍປີແລ້ວກະບໍ່ພາດທີ່ຈະມາເບິ່ງວ່າໃນປີນີ້ມີຫຍັງພິເສດແນ່ເຊິ່ງທາງ Thenextweb ເພິ່ນໄດ້ສະຫຼຸບມືຖື Smartphone ທີ່ດີ່ທີ່ສຸດມາໃຫ້ເຮົາໄດ້ ເບິ່ງກັນເຖິງ 6 ລຸ້ນດ້ວຍກັນ, ຫາກໃຜກຳລັງຄິດຈະຊື້ມືຖືຈັກເຄື່ອງບາງທີ່ອາດຫາຄຳຕອບຢູ່ບົດຄວາມນີ້ກະໄດ້.ຈະມີລຸ້ນໃດແດ່ນັ້ນເຮົາມາເບິ່ງກັນ ເລີຍ

Google ເປີດໂຕ Android Jelly Bean 4.2, Nexus 4, Nexus 10 ແລະ Nexus 7 Wi-Fi 3G

ເຖິງວ່າງານຈະບໍ່ໄດ້ຈັດເນື່ອງຈາກພາຍຸເຮີຣິເຄນ Sandy Google ກະບໍ່ພາດນັດປ່ອຍສິນຄ້າໃໝ່ໃຫ້ຊາວໂລກທີ່ລໍຄອຍໄດ້ເບິ່ງກັນໂດຍມີກັນ 2 ປະເດັນໃຫ່ຍຄື: ເປີດໂຕເວີເຊິນ Android 4.2 ໂດຍຍັງໃຊ້ໂຄດ Jelly Bean ຢູ່ຄືເກົ່າ ເປີດໂຕສິນຄ້າຕະກູນ Nexusຄື: LG Nexus 4, Asus Nexus 10 ແລະ Nexus 7 Wi-Fi+3G

ກອງທັບ Adroid ບຸກຍຶດສະຖານນີລົດໄຟ ທີ່ ເບວຍ່ຽມ

ງານເປີດຕົວ Tablate ແລະ Smartphone ຂອງ HTC ທີ່ປະເທດເບວຍ່ຽມເຊີ່ງຈັດໄດ້ອາລັງ ການເລີຍ ໂດຍເຊີນພົນພວກ Android ຂາກທົ່ວສາລະທິດມາໂຮມໂຕກັນຊຸມນຸມທີ່ສະຖານ ນີລົດໄຟໃນ 3 ເມືອງ ຫຼັກຂອງເບວຍ່ຽມ. ການປາກົດໂຕ Android ໃນຄັ້ງນີ້ໄດ້ເຮັດໃຫ້ການສັນຈອນໄປມາໃນ 3 ສະຖານນີຂອງປະເທດເບວຍ່ຽມ ເຊ່ນ : Antwerp Central Station, Brussels South ແລະ Station van ຕິດຂັດ. ຄວາມຈິງແລ້ວແມ່ນການໂປໂໝດ Android ໂຕໃໝ່ຂອງ HTC ປະເທດເບວຍ່ຽມ ໂດຍ Tablate ແລະ Smartphone ມີ Flyer, Sensation, Incredible S, Desire S และ Wildfire S.