Skip to main content

ໂປແກມ

ຟຼີລາຍເຊັ່ນໂປແກມ TuneUp Utilities 2012

ໂປແກມ TuneUp Utilities 2012 ເປັນໂປແກມທີ່ຈະມາຈັດການລະບົບການທຳງານຂອງຄອມພິວເຕີຂອງທ່ານ ໃຫ້ມີປະສິດຕິພາບໃນການທຳງານດີຍິ່ງຂຶ້ນເຊັ້ນ: ຈັດການຟາຍຂື້ເຫຍື້ອທີ່ເປັນໂຕການເຮັດໃຫ້ໃຊ້ເນື້ອທີ່່ຂອງ ທ່ານໂດຍບໍ່ຈຳເປັນ, ແກ້ໄຂບັນຫາຕ່າງໆຢູ່ໃນ Windows, ຈັດກການລະບົບການໃຊ້ງານເພື່ອບໍ່ໃຫ້ເປັນ ການ ໜ່ວງໃນການທຳງານຂອງລະບົບເປັນຕົ້ນ. ບໍລິສັດ S.A.D. Software Vertriebs ແລະ Produktions GmbH ສັນຊາດເຍຍລະມັນເພິ່ນຮ່ວມກັນແຈກລາຍ ເຊັ່ນໂປແກມ TuneUp Utilities 2012 ໃຫ້ຄົນທີ່ສົນໃຈ ໃຫ້ໃຊ້ກັນຟຼີໆເລີຍ ເຖິງວ່າ TuneUp Utilities 2012 ຈະອອກມາເກືອບວາສໄດ້ 2 ປີລະຕິປະມານນັ້ນ, ມັນກະບໍ່ຄອຍມີໃຜໃຊ້ແນ່ລະຕິເບາະເພິ່ນຈຶ່ງເອົາມາແຈກປະ ມານນັ້ນ ເພາະເຊື່ອວ່າໃຜໆກະຄົງໃຊ້ TuneUp Utilities 2013 ໝົດລະຕິ. ເຖິງຢ່າງໃດກໍຕາມຂອງຟຼີໆແບບນີ້ ເຮົາກໍຄວນຈະເກັບໄວ້ກ່ອນ ຖ້າໃຜສົນໃຈແມ່ນໃຫ້ເຂົ້າ ໄປທີ່ໜ້ານີ້ເລີຍ ໜ້າເອົາລາຍເຊັນ ແລ້ວກອບຂໍ້ມູນເຊິ່ງ ວ່າໜ້າດັ່ງກ່າວນັ້ນເປັນພາສາເຍຍລະມັນເຮົາຂໍແນະນຳໃຫ້ໃຊ້ Google Translate ໃນການແປໃຫ້ເຂົ້າໃຈ, ຊ່ອງທຳອິດແມ່ນໃຫ້ທ່ານພິມຊື່ຂອງທ່ານ ຕາມດ້ວຍຊ່ອງທີ່ສອງແມ່ນພິມນາມສະກຸນຂອງທ່ານ ແລະ ສຸດທ້າຍ ແມ່ນອີເມວຂອງທ່ານ, ຫຼັງຈາກນັ້ນກົດປຸ່ມສີຟ້າຖ້າຫາກວ່າເຮັດຖືກຕ້ອງໝົດກໍສະແດງຕາມຮູບທີ່ສອງ. ຫຼັງຈາກນັ້ນໃຫ້ລໍຖ້າເມວ ເມື່ອທ່ານໄດ້ຮັບເມວແລ້ວໃຫ້ທ່ານຄິຣກລິ້ງທີ່ເພິ່ນໃຫ້ມານຳໃນເມວໃຫ້ເພື່ອຢືນຢັນ ແລະ ເອົາລາຍເຊັ່ນຟປແກມດັ່ງກ່າວເທົ່ານີ້ກໍສຳເລັດໃນການເອົາລາຍເຊັ່ນເຫຼືອແຕ່ດາວໂຫຼດໂປແກມ TuneUp Utilities 2012 ມາແລ້ວທຳການຕິດຕັ້ງ.

ຟຼີລາຍເຊັນ Trend Micro Titanium AntiVirus 2013 1 ປີ

Trend Micro Titanium AntiVirus 2013 ເປັນໂປແກມປ້ອງກັນໄວຣັດເຂົ້າຄອມຂອງທ່ານຈາກຄ້າຍ Trend Micro ແລະ ທາງ Trend Micro ເອີຣົບ ໄດ້ແຈກລາຍເຊັນໂປແກມ Trend Micro Titanium AntiVirus 2012 ແຕ່ລາຍເຊັນໂຕນີ້ສາມາດເອົາໄປລົງທະບຽນໃຊ້ໃນໂປແກມ Trend Micro Titanium AntiVirus 2013 ອາຢຸການນຳໃຊ້ຂອງລາຍເຊັນທີ່ເພິ່ນແຈກແມ່ນ 1 ປີ. ຫາກໃຜສົນໃຈຢາກລອງໂປແກມນີ້ຢູ່ເບິ່ງວິທີເຮັດກັນ ເລີຍ.

Hack Firefox Web Browser ໃຫ້ບັນທຶກລະຫັດຜ່ານໂດຍບໍ່ຕ້ອງຖາມຜູ້ໃຊ້ງານ

ບົດເລື່ອງນີ້ເປັນພຽງແຕ່ໃຫ້ຄວາມຮູ້ ແລະ ໃຫ້ແນວຄິດໃນການປ້ອງກັນຈາກຄົນບໍ່ຫວັງດີ, ຫ້າມນຳໄປໃຊ້ໃນທາງທີຜິດ! ເວລາທີເຮົາຫຼິ້ນໂປແກມທ່ອງໂລກອິນເຕີເນັດ(Web Browser) ແລະ ເຂົ້າສູ່ລະບົບຂອງເວັບໃດໜຶ່ງເຊັ່ນ: Facebook, Gmail, Hotmail, Yahoo, Twitter ເປັນຕົ້ນ, ເມື່ອເຮົາເຂົ້າແລ້ວເຮົາຈະສັງເກດເຫັນວ່າມີການແຈ້ງເຕືອນໃຫ້ເຮົາຮູ້ວ່າເຮົາຈະບັກທຶກຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງ ເວັບທີ່ເຮົາເຂົ້ານັ້ນເລີຍບໍ່ ຫຼື ບໍ່ບັກທຶກສຳລັບໃນຕອນນີ້(ຄັ້ງນີ້) ຫຼື ບໍ່ບັນທຶກເລີຍ. ມື້ນີ້ຫວ່າງໆກະເລີຍມາຂຽນເລື່ອງນີ້ໃຫ້ຜູ້ທີອ່ານໄດ້ມີສະຕິໃນການທ່ອງໂລກອິນເຕີເນັດໂດຍບໍ່ໄດ້ຄຳນຶງເຖິງຄວາມປອດໄພຂອງຕົວເຮົາເອງໂດຍ ສະເພາະຄົນທີ່ມັກຫຼິ້ນຄອມຄົນອື່ນ ຫຼື ຄອມຕາມຮ້ານອິນເຕີເນັດ, ເຮົາຈະບໍ່ຮູ້ເລີຍວ່າຄອມນັ້ນມີຫຍັງທີ່ຢູ່ຂ້າງໃນແນ່ບໍ່ວ່າຈະເປັນໄວຣັດເປັນຕົ້ນ. ນອກນັ້ນເຮົາກະຍັງເຄີຍເຈີຕະຫຼອດຄົນທີເວົ້າໃຫ້ຟັງວ່າຖືກ Hack ຕະຫຼອດໂດຍສະເພາະຄົນທີຫຼິ້ນເກມອອນລາຍເຮົາເຈີຕະຫຼອດເດັ່ນໆເລີຍແມ່ນ: ເຂົ້າໄປຫຼິ້ນຮ້ານນັ້ນບັງເອີນວ່າມີຄົນບໍ່ຫວັງດີໄດ້ໃຊ້ໂປແກມທີ່ມີໜ້າທີ່ບັນທຶກຊື່ຜູ້ໃຊ ແລະ ລະຫັດຜ່ານຂອງບັນຊີເກມນັ້ນໆເຮັດໃຫ້ເສຍເຄື່ອງທີ ຕົນເອງຊື້ມາ ແລະ ເງິນໃນເກມ ຈາກຄົນທີ່ເຂົາເວົ້າກັນຕໍ່ກັນໄປຈາກຄົນຫຼິ້ນເກມ Yulgang. ວິທີທີ່ເຮົາຈະມາບອກໃຫ້ຟັງນີ້ຜົນໄດ້ຮັບກະຄ້າຍໆກັບເລື່ອງຂ້າງເທິງສຳລັບຜູ້ເສຍຫາຍ, ແຕ່ມັນຈະຕ່າງຢູ່ບ່ອນວ່າເຮົາຈະໃຊ້ Firefox web Browser ເປັນໂຕບັນທຶກຂໍ້ມູນເອງ. ເຮົາມາເບິ່ງກັນເລີຍ!

ແຈກລາຍເຊັ່ນ DriverScaner 2013 ສຳລັບທຸກໆຄົນ

ຫລັງຈາກໂປໂມເຊິນທີ່ເຮົາໄດ້ຂຽນໄວ້ກ່ຽວກັບ ແຈກລາຍເຊັ່ນ DriverScaner 2012 ຟຼີ 1 ປີ ສຳລັບທຸກໆຄົນ ແຕ່ໂປໂມເຊິນນີ້ຫມົດອາຍຸແລ້ວຕັ້ງ ແຕ່ເດືອນ 3 ທີຜ່ານມາ. ມາຮອດມື້ນີ້ເພິ່ນກະໄດ້ຈັດໂປໂມເຊິນໃຫມ່ອີກເທື່ອຫນຶ່ງ, ແຕ່ເທື່ອນີ້ມແມ່ນໄດ້ປ່ຽນມາແຈກ DriverScaner 2013 ຟັງແລ້ວຫນ້າສົນໃຈແມ່ນບໍ່? ຫາກໃຜຍັງບໍ່ຮູ້ວ່າໂປແກມ DriverScaner 2013 ເຮັດຫຍັງໄດ້ແນ່. DriverScaner 2013 ເປັນໂປແກມທີ່ຈະມາ ຊ່ວຍໃຫ້ທ່ານຫາ Driver ຄອມຂອງທ່ານໂດຍທີທ່ານບໍ່ຕ້ອງຮູ້ວ່າຄອມຂອງທ່ານໃຊ້ Hardware ຄ້າຍໃດ? ຊື່ຫຍັງ? ເປັນຕົ້ນ.

ທົດລອງໃຊ້ Connectify Hotspot ແບບ Pro ຟຼີ 1 ອາທິດ

 Connectify ເປັນໂປແກມແຊອິນເຕີເນັດຜ່ານ WI-FI ທີຍອດນິຍົມໃຊ້ກັນໃນປັດຈຸບັນ. ມັນຈະປ່ຽນຄອມຂອງທ່ານເປັນຫນວ່ຍຈາຍສັນຍານ WI-FI ໃຫ້ຄົນທີທ່ານຈະແຊໃຫ້,ໃຊ້ງ່າຍ ແລະ ສະດວກສະບາຍ. Connectify Lite ແລະ Pro ເຮັດຫຍັງໄດ້ແນ່? ມັນສາມາດຈາຍອິນເຕີເນັດຈາກ Air-card 3G/4G, Modem, Board Band ໃຫ້ຄົນອື່ນຫລິ້ນໄດ້ຜ່ານສັນຍານ WI-FI ສາມາດສົ່ງຟາຍຫາກັນໄດ້ພຽງແຕ່ລາກຟາຍໄປໃສ່ໂປແກມຜ່ານສັນຍານ WIFI Connectify Pro ສາມາດເລືອກໄດ້ວ່າທ່ານຈະແຊຜ່ານໂຫມດແບບໃດເຊັ່ນ: “WI-FI Access Point, Encrypted(WPA2)”, “WI-FI Ad-Hoc, Open”, “WI-FI Ad-Hoc Encrypted(WEP) ໃນຕອນນີ້ທາງ Connectify ໄດ້ມີໂປໂມເຊິນແຈກລາຍເຊັ່ນໃຫ້ທົດລອງໃຊ້ຟຼີ 1 ອາທິດໂດຍຜ່ານຫນ້າ Facebook Fan Page.

ຟຼີລາຍເຊັ່ນໂປແກມ IObit Advanced SystemCare Pro 5 1 ປີ

ມາອີກແລ້ວກັບໂປໂມຊັ້ນແຈກຂອງຟຼີກັນນິ, ມື້ນີ້ມາຈາກປະເທດເຢຍລະມັນອີກລະທາງGerman IT Development Ltd, UpdateStar ຂອງປະເທດເຢຍລະມັນເພິ່ນແຈກ IObit Advanced SystemCare Pro 5 ໃຫ້ຜູ້ທີ່ສົນໃຈໃຊ້ເປັນເວລາ 1 ປີເຕັມກັນເລີຍ. ສ່ວນໜ້າທີ່ຂອງການເຮັດວຽກຂອງໂປແກມນີແມ່ນຈັດການບັນຫາຕ່າງທີ່ເກີດໃນຄອມຂອງທ່ານ, ຄົ້ນຫາ ແລະ ລຶບສິ່ງທີ່ບັນຫາທີ່ຖືກເຊື່ອງໄວ້ ຂອງລະບົບຮັກສາຄວາມປອດໄພ ແລະ ການປະມວນຜົນຂອງຄອມທ່ານ ຫຼື ທ່ານຈະເບິ່ງໂຕເຕັມເລີຍກະໄດ້ Keeps your PC running at peak performance Fully optimizes Windows for ultimate system performance and top Internet speed by unleashing the built-in power of your system, based on how you use your PC and your network configuration. It turns your PC into a business PC, a productive workstation, an entertainment center, a game machine, or a scientific computing PC. Defends PC security with extra protection Detects and analyzes Windows security environment. Scans and removes spyware and adware using up-to-date definition files in order to prevent spyware, hackers and hijackers from installing malicious programs on your computer. Erases and updates your PC’s activity histories. One click to solve as many as 10 common PC problems Advanced SystemCare 5 inherits the ease-of-use from previous versions, with more powerful capabilities. With one click, it scans and repairs ten PC problems and protects your PC from hidden security threats. Real-time optimization with ActiveBoost function ActiveBoost, technology that actively runs in the background intelligently managing system resources in real-time, constantly detects inactive resources and optimizes CPU and RAM usage.

ຟຼີລາຍເຊັ່ນໂປແກມ Trend Micro Titanium AntiVirus + 2012 1ປີ

ຕໍ່ຈາກເລື່ອງເກົ່າທີ່ກ່ຽວກັບຟຼີລາຍເຊັ່ນໂປຼແກມ Trend Micro Titanium Internet Security 2012 3 ປີ. ມາມື້ນີ້ເຮົາກະມາຂຽນວິທີເອົາລາຍ ເຊັ່ນໂປແກມຄ້າຍດຽວກັບຫັ້ນລະແຕ່ຕ່າງເວີເຊິນກັນ ແລະ ຍັງໃຊ້ໄດ້ພຽງແຕ່ 1 ປີ..ໜຶ່ງປີເຮົາກະວ່າດົນລະຮະຮະ. ມາເບິ່ງວິທີເອົາລາຍເຊັ່ນ Trend Micro Titanium AntiVirus + 2012 1ປີ ກັນເລີຍ.

ຟຼີລາຍເຊັ່ນໂປຼແກມ Trend Micro Titanium Internet Security 2012 3 ປີ

ຖ້າທ່ານຕ້ອງການແອນຕີ້ໄວຣັດດີໆໃຫ້ຄອມທ່ານທີ່ບໍ່ຕ້ອງຫຍຸ້ງກັບບັນຫາເລື່ອງໄວຣັດກວນການທຳງານຂອງຄອມທ່ານ. ການແຈກລາຍເຊັ່ນໃນຄັງນີແມ່ນທາງ Trend Micro ປະເທດຝລັ່ງເພິ່ນແຈກແຕ່ວ່າທາງເວັບເພິ່ນທີ່ຈະແຈກລາຍເຊັ່ນຫັນ ແມ່ນເພິ່ນແຈກ 2 ລາຍເຊັ່ນສາມາດໃຊ້ແບບບໍຈຳກັດ, ໃຊ້ຈັກເທື່ອ ແລະ ໃຊ້ໃສ່ຄອມໃດກະໄດ້ໂດຍບໍມີການບ໋ອກລາຍ ເຊັ່ນດັ່ງກ່າວ. ທັງຢືນຢັນ ແລະ ໂດດຢັນວ່າໃຊ້ໄດ້ 100%, ເຮົາໄດ້ລອງແລ້ວແຕ່ບໍໄດ້ເອົາຮູບມາຢືນຢັນ.

ຟຼີລາຍເຊັ່ນໂປແກມ G Data MobileSecurity 1ປີ

G Data MobileSecurity ເປັນໂປແກມແອນຕີ້ໄວຣັດສຳລັບລະບົບປະຕິບັດການແອນດອຍ(Android), ເປັນໂປແກມໃໝ່ທີ່ຈະມາແກ້ໄຂບັນ ຫາຂອງໄວຣັດລົບກວນໂທລະສັບຂອງທ່ານ. ໂປແກມນີ້ເຮົາກະບໍ່ເຄີຍລອງຈັກເທື່ອແຕ່ກະມີໂປແກມແອນຕີ້ໄວຣັດທີ່ໃຫ້ເຮົາໃຊ້ຟຼີກັນເຊັ່ນ: Norton ແລພ Avast ເປັນຕົ້ນ. ປົກກະຕິແລ້ວໂປແກມນີ້ລາຍເຊັ່ນ 1 ປີ ລາຄາ ປະມານ 80 000ກີບແຕ່ທາງຈີນເພິ່ນແຈກຟຼີ ແລະ ເຮົາຄາດວ່າ ອາດຈະມີຈຳນວນຈຳກັດ. Feature ຂອງ G Data MobileSecurity ໂປແກມແອນຕີ້ໄວຣັດໂຕນີ້ກະມີ: Instant protection when surfing Protection against dangerous apps: The app check verifies the authorisations of applications and categorises them. Protection against Android malware: Maximum protection through regular updates. Files and archives can also be scanned manually. SMS and call filter: Annoying callers and SMS senders can be blocked easily by entering them in a blacklist. Protection if the device is lost or stolen: If the smartphone is lost, the user can use G Data MobileSecurity 2 to locate the device using Google Maps or find it using an alarm signal. In addition, the user can delete all data from afar and lock the mobile device. Lock in case of a change of SIM card: It is possible to prevent the device from being used with a different SIM card. In addition, the user is informed of the change of card by SMS. Password protection for apps: Certain apps can only be started once the correct password has been entered. Protected contacts: Contacts from the address book as well as the corresponding calls and messages are password protected. Updated on Android software updates On-Demand scanning

Digiarty Software ຮ່ວມກັບບໍລິສັດຜະລິດໂປແກມຕ່າງໆຈັດໂປ ໂມຊັນແຈກລ?

 Digiarty Software Inc, ເປັນບໍລິສັດທີ່ສ້າງໂປແກມໃນເລື່ອງບັນເທິງເຊັ່ນ: ໂປແກມກ່ຽວກັບສຽງ, ວີດີໂອ, ດີວີດີ ແລະ ໂປແກມ Backup ຂໍ້ມູນ. ເພິ່ນໄດ້ຈັດໂປໂມຊັນພິເສດເນື່ອງໃນ “Summer holiday” ເລີ່ມຕັ້ງແຕ່ວັນທີ 15 ຫາວັນທີ 5 ເດືອນກໍລະກົດປະມານນັ້ນເພາະເພິ່ນແຈກ 20 ມື້. ໃນການແຈກຄັງນີ້ເພິ່ນໄດ້ຮ່ວມກັບຫຼາຍໆບໍລິສັດທີ່ຜະລິໂປແກມທີ່ເຮົາທຸກຄົນກະຄົງຈະຮູ້ຈັກເຊັ່ນ: IObit, Lavasoft, EaseUS, Obviousidea, My Privacy Tools, Kingsoft and Zoner ລວມກັນທັງໝົດເປັນ 7 ບໍລິສັດ.

ຟຼີລາຍເຊັ່ນໂປແກມ ESET NOD32 Antivirus 5 6 ເດືອນ

ESET NOD32 Antivirus 5 ເປັນໂປແກມອແນຕີ້ໄວຣັດໂຕໃໝ່ຂອງທາງ ESET ເຊິ່ງສາມາດປ້ອງກັນຄອມຂອງທ່ານອອກຈາກໄພຮ້າຍຕ່າງໆທີ່ ເກີດຈາກຄອມຂອງທ່ານທີ່ຫຼົງໄປຕິດຈຳພວກ viruses, worms, trojans, spyware ເປັນຕົ້ນ ແລະ ຍັງອີກຫຼາຍໆຢ່າງນອກຈາກທີ່ເຮົາກ່າວມານັ້ນ. ຄວາມສາມາດຫຼັກໆຂອງ NOD32 Antivirus 5 ໂຕໃໝ່ນີ້ມີດັ່ງນີ້: Antivirus (ThreatSense technology) eliminates Windows, Mac and Linux viruses, worms, trojans, rootkits and other malware. Antispyware protects your online privacy and identity. Host-Based Intrusion Prevention System (HIPS) blocks unauthorized changes to programs. Cloud-Enhanced Whitelisting (Cloud-Powered Reputation) enables faster, more accurate malware detection. Removable Media Control prevents malware infection from USB flash drives, CDs and DVDs; enables blocking by device ID. Antirootkit detects and removes malware that hides from the operating system. Gamer Mode suspends pop-up notifications, scanning and scheduled tasks while playing. Internet Security Training teaches you tips and techniques to make your online experience even safer.   ສ່ວນລາຄາປົກະຕິຂອງແອນຕີ້ໄວຣັດໂຕນີ້ລາຍເຊັ່ນ 1 ປີ ແມ່ນ $39.99 ຫຼື ເທົ່າກັບ 320.000 ກີບ(8000ກີບ/$1). ແຕ່ທາງ ESET ສະເປນໄດ້ມີ ໂປໂມເຊິນແຈກລາຍເຊັ່ນ NOD32 Antivirus 5 6ເດືອນ, ຍັງບໍ່ຮູ້ເວລາໝົດອາຍຸຂອງໂປໂມເຊິນນີ້ເທື່ອ. ມາເບິ່ງວິທີເຮັດກັນເລີຍ

BitDefender ແຈກ BitDefender Internet Security 2012 ຟີຣລາຍເຊັ່ນ 1 ປີ

ສືບຕໍ່ຈາກເລື່ອງ BitDefender ແຈກລາຍເຊັ່ນ Bitdefender Antivirus 2012 ສຳລັບ Mac ຟີຣ 1 ປີ. ເນື້ອຫາກໍ່ຈະບໍເວົ້າຫຍັງຫຼາຍເພາະເວົ້າມາ ແລ້ວໃນເລື່ອງກ່ອນໜ້ານີ້, ຖ້າໃຜຍັງບໍ່ໄດ້ອ່ານກໍສາມາດກັບໄປອ່ານໄດ້. ມາເຂົ້າເລື່ອງກັນເລີຍ!

BitDefender ແຈກລາຍເຊັ່ນ Bitdefender Antivirus 2012 ສຳລັບ Mac ຟີຣ 1 ປີ

Bitdefender Antivirus2012 ສຳລັບ Mac ເປັນໂປແກມແອນຕີ້ໄວຣັດສທີ່ນິຍົມໃຊ້ກັນໃນການປ້ອງກັນຄອມຂອງທ່ານຈາກສິ່ງທີ່ທ່ານບໍ່ ມັກທີ່ສຸດເລີຍ ນັ້ນກໍ່ຄືໄວຣັດສນັ້ນເອງ. ເຮົາຂໍບໍ່ເວົ້າລາຍລະອຽດຫຍັງຫຼາຍເນາະເພາະສ່ວນຫຼາຍກະຮູ້ຈັກກັນໝົດທຸກຄົນແລ້ວ. ເຮົາມາເຂົ້າເລື່ອງກັນ ເລີຍ ມື້ນີ້ກະໄດ້ໄປເຈີກັບໂປໂມຊັ້ນດີໆຂອງທາງ BitDefender ເຂົ້າເຊິ່ງເພິ່ນບໍ່ໄດ້ແຈກເລື້ອຍໆດ໋ອກ, ດົນໆແຈກເທື່ອໜຶ່ງໃຜໂຊກດີກະໄດ້ກັນໄປ, ໃຜມາຊ້າ ກະຄືວ່າຫັ້ນລະ ຂອງດີໆແບບນີ້ຈະມາມື້ໃດກະບໍ່ຮູ້. ເທື່ອນີ້ເພິ່ນມາແຈກ Bitdefender Antivirus 2012 ສຳລັບ Mac ຟີຣ ລາຍເຊັ່ນ 1 ປີເຕັມ.

ແຈກຟີຣລາຍເຊັ່ນໂປແກມ SpeedUpMyPC 2012 ສຳລັບທຸກໆຄົນ

SpeedUpMyPC 2012 ເປັນໂປແກມທີ່ຈະມາຈັດແຈງສິ່ງຕ່າງໆໃນຄອມຂອງທ່ານທີ່ເຮັດວຽກໜັກ, ໃຊ້ຊັບພະຍາກອນຂອງຄອມ ທ່ານແບບສິ້ນເປືອງ, ຄອມຊ້າ. ບັນຫາເຫຼົ່ານນີ້ຈະຖືກແກ້ໄຂໂດຍໂປແກມນນີ້ເຊິ່ງໜ້າທີ່ຫຼັກໆຂອງໂຕນີ້ແມ່ນຈະໄປສະແກນສິ່ງຕ່າງໆທີ່ຄອມທ່ານ ກຳລັງທຳການປະມວນຜົນຢູ່ໃນຂະນະນັ້ນ, ມັນຈະຈັດແຈງການປະມວນຜົນ ແລະ ຟັງຊັ້ນຂອງ CPU ແລະ RAM, ມັນຈະປິດການທຳງານຂອງການ ປະມວນຜົນຂອງຟາຍໃດໜຶ່ງເຊິ່ງເປັນເຫດເຮັດໃຫ້ຄອມຂອງທ່ານຊ້າ. ເວົ້າຄ້າວໆໄປແລ້ວກະມາເບິ່ງວິທີເຮັດກັນເລີຍ. ວິທີເຮັດນັ້ນຈະຄືກັບການເອົາລາຍເຊັ່ນຂອງ ແຈກລາຍເຊັ່ນ DriverScaner 2012 ຟຼີ 1 ປີ ສຳລັບທຸກໆຄົນ ຖ້າໃຜສົນໃຈໂປແກມ DriverScaner ກະເຂົ້າໄປເບິ່ງເລື່ອງນີ້ໄດ້, ສ່ວນຕອນນີ້ມາເບິ່ງວິທີເອົາລາຍເຊັ່ນ SpeedUpMyPC 2012 ກັນກ່ອນ.

ຟີຣລາຍເຊັ່ນໂປແກມ BitDefender Internet Security 2012 1 ປີ

BitDefender ເປັນໂຣແກມແອນຕີ້ໄວຣັດທີ່ນິຍົມກັນໃຊ້ທົ່ວໂລກເລີຍ ໂດຍເປັນທີ່ຮອງຮັບຈາກລູກຄ້າ ແລະ ບໍລິສັດທີ່ສຳຄັນຫຼາຍໆແຫ່ງໂດຍຈາການທົດສອບຈາກ AVTEST ໄດ້ບອກວ່າ BitDefender ໄດ້ອັນດັບ 1 ດ້ວຍຄະແນນ 6.0, ຮອງລົງມາແມ່ນ Kaspersky 5.5, AVG 5.5, Symantech 5.0, Trend Micro 4.5, ແລະ ສຸດທ້າຍແມ່ນ McAfee 3.0. ຕາມຄວາມເປັນຈິງແລ້ວນິເຮົາກະຍັງບໍ່ເຄີຍໃຊ້ ກໍ່ເລີຍບໍ່ມີຫຍັງມາໃຫ້ຄວາມເຫັນໃຫ້ຄົນທີ່ເຂົ້າມາເບິ່ງເວັບນີ້ເລີຍ.

ຟີຣລາຍເຊັ່ນໂປຣແກມ TuneUp 2010 EN

TuneUp 2010 ເປັນໂປຣແກທທີ່ຈະຈັດການຊ່ວຍທູກສິ່ງທູກຢ່າງໃນຄອມໃຫ້ໃໝ່ຂື້ນ, ເປັນໂປຣແກມ ປັບແຕ່ງຄອມໃຫ້ໄວຂື້ນ, ຊ່ວຍກຳຈັດຟາຍທີ່ບໍ່ເປັນປະໂຫຍດ, ຟາຍ temporary (windows temporary,internet temporary,Internet History,Cookie,Empty Recycle Bin,Registry …. ), ລົບໂປຣແກມຕ່າງໆທີ່ບໍ່ຈເປັນເມື່ອມີການບູດຄອມ, ນອກນັ້ນຍັງເບີ່ງແຍງປະສິດຕິ ພາບຂອງຄອມ, ເຊັກສະຖານະຄອມຢ່າງລະອຽດ ແລະ ອີກຫຼາຍຢ່າງ.

ຟີຣລາຍເຊັ່ນໂປຣແກມ Sonic PDF Creator

  Sonic PDF Creator ເປັນໂປຣແກມຈາກ Investintech ທີ່ເຮັດໃຫ້ຜູເປັນມືອາຊີບ ແລະ ສ້າງເອກ ກະສານທີ່ປອດໄພຈາກທູກໆໂປຣແກມໃນວິນໂດ. ມັນງ່າຍທີ່ຈະໃຊ້ອີນເຕີເຟດເຊິ່ງເຮັດໃຫ້ຜູ້ໃຊ້ສາມາດ ສ້າງເອກກະສານຈຳພວກ PDF ໂດຍທີ່ຜູ້ໃຊ້ບໍ່ມີພື້ນຖານກ່ຽວກັບໂປຣແກມນີ້ເລີຍ. Sonic PDF Creator ລາຄາປົກກະຕິແມ່ນ 75$ ຫຼື ປະມານ 6ແສນປາຍກີືບ, ແຕ່ຕອນນີ້ໄດ້ແຈກຟີຣສຳລັລສະມາ ຊິກໃນ Facebook. ຂໍ້ມູນເພີ່ມເຕີມ: ຄິຣກ