Skip to main content

ເທັກນິກ

ວິທີປິດການໃຊ້ງານ JAVA

ຈາກຂ່າວ ພົບຊ່ອງໂວໃໝ່ໃນ JAVA, ປິດໃຊ້ງານ JAVA ດ່ວນ ເຮົາກໍຈະມາບອກວິທີການປ້ອງກັນຊ່ອງໂວດັ່ງກ່າວນັ້ນກໍ່ຄືການປິການໃຊ້ງານ JAVA ໃນຄອມຂອງເຮົາ ແລະ ຍັງລວມນຳ Web browser ອີກດ້ວຍເຮົາມາເບິ່ງວິທີກັນເລີຍ

ວິທີເຮັດໃຫ້ເຮົາເຂົ້າໃຊ້ສິດ ownership ໃນ Windows 7

ນັບຕັ້ງແຕ່ Microsoft ໄດ້ອອກ Windows 7 ມາ, ແລ້ວເວລາທີ່ເຮົາລົງໂປແກມຫຍັງມັນຈະຖາມ Permission(Run as administrator) ຈາກເຮົາ ກ່ອນຈຶ່ງລົງໂປແກມນັ້ນໆໄດ້. ໃນກໍລະນີນີ້ແມ່ນເຮົາຈະມາບອກວິທີໃນການເຂົ້ານຳໃຊ້ສິດເປັນ ownership ເປັນສິດທີ່ເຂົ້າເຖິງ, ແກ້ໄຂຟາຍທັງໝົດ ໄດ້ເລີຍເຊິ່ງເປັນສິດທີ່ສູງກ່ວາ Administrator ແລະ User(ຜູ້ໃຊ້), ບາງຄົນຄິດວ່າ: ອ້າວກະດຽວວ່າ Administrator ໄດ້ຮັບສິດທັງອ່ານ ແລະ ແກ້ໄຂ ຟາຍລະຕົວະແບາະ, ແຕ່ຕາມຄວາມເປັນຈິງແລ້ວກະແມ່ນຄວາມເພິ່ນ, ແຕ່…ແຕ່ສິດຂອງ Administrator ນັ້ນກະຍັງບໍ່ສາມາດເຂົ້າໄປແກ້ໄຂຟາຍ ທີ່ເປັນໃນລະບົບຂອງໂຕ Windows ໄດ້ເລີຍເຊັ່ນຕົວຢ່າງ: ຟາຍທີ່ຢູ່ໃນໂຟນເດີ System32 ເຮົາມັກໄປແກ້ໄຂຕະຫຼອດເລີຍ. ເລື່ອງກ່ອນຈະມາຂຽນ ບົດຄວາມນີ້ກະຄືວ່າ: ຢາກໄປແກ້ໄຂຄັນຊິວ່າແລ້ວກະຈະໄປປ່ຽນຊື່ຟາຍໃນໂຟນເດີ System32 ລະບັນຫາກະຄືວ່າເຖິງວ່າເຮົາຈະກົດ Rename(Run as administrator) ກໍຕາມເຮົາກະຍັງບໍ່ສາມາດເຂົ້າໄປແກ້ໄຂຟາຍນັ້ນໄດ້ເລີຍ, ສະນັ້ນເຮົາກະຕ້ອງເຂົ້າໃຊ້ສິດ Ownership ເພື່ອທີ່ຈະແກ້ໄຂຟາຍນັ້ນ.

ບໍມີໃຜ Hack ໄດ້ເມື່ອເປີດໃຊ້ 2-step verification ໃນບັນຊີ Google

Google Gmail ໄດ້ອອກລະບົບຮັກສາຄວາມປອດໄພໃຫ້ບັນຊີເຮົາໃໝ່ໂດຍມີຊື່ວ່າ 2-step verification. ການເຮັດວຽກຂອງມັນກະຄືວ່າມແມ່ນ ການເຂົ້າສູ່ລະບົບສອງຊັ້ນໂດຍຊັ້ນທຳອິດແມ່ນເຮົາໃສ່ລະຫັດຜ່ານຂອງເຮົາຕາມທຳມາດາທີເຄີຍເຮັດແຕ່ກ່ອນ, ແລ້ວຫຼັງຈາກທີ່ເຮົາເຂົ້າສູ່ລະບົບ ແລ້ວມັນຈະຖານເຖິງລະຫັດອີກອັນໜຶ່ງເຊິ່ງຈະສົ່ງໃຫ້ທ່ານຜ່ານທາງມືຖືໃນຮູບແບບສຽງ ຫຼື ຂໍ້ຄວາມ ໃນເນື້ອໃນກໍຈະຂຽນວ່າ: “Your Google vertification code is ******” ແປເປັນລາວແມ່ນ ” ການຢືນຢັນບັນຊີຂອງທ່ານ ລະຫັດແມ່ນ ******” ໂດຍລະຫັດຈະມີ 6 ຕົວເລກ, ໃຫ້ເຮົາ ພິມລົງໄປແລ້ວຫຼັງຈາກນັນເຮົາຈຶ່ງໄດ້ມີສິດເຂົ້າໃຊ້ບັນຊີຂອງເຮົາ.

Hack Firefox Web Browser ໃຫ້ບັນທຶກລະຫັດຜ່ານໂດຍບໍ່ຕ້ອງຖາມຜູ້ໃຊ້ງານ

ບົດເລື່ອງນີ້ເປັນພຽງແຕ່ໃຫ້ຄວາມຮູ້ ແລະ ໃຫ້ແນວຄິດໃນການປ້ອງກັນຈາກຄົນບໍ່ຫວັງດີ, ຫ້າມນຳໄປໃຊ້ໃນທາງທີຜິດ! ເວລາທີເຮົາຫຼິ້ນໂປແກມທ່ອງໂລກອິນເຕີເນັດ(Web Browser) ແລະ ເຂົ້າສູ່ລະບົບຂອງເວັບໃດໜຶ່ງເຊັ່ນ: Facebook, Gmail, Hotmail, Yahoo, Twitter ເປັນຕົ້ນ, ເມື່ອເຮົາເຂົ້າແລ້ວເຮົາຈະສັງເກດເຫັນວ່າມີການແຈ້ງເຕືອນໃຫ້ເຮົາຮູ້ວ່າເຮົາຈະບັກທຶກຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງ ເວັບທີ່ເຮົາເຂົ້ານັ້ນເລີຍບໍ່ ຫຼື ບໍ່ບັກທຶກສຳລັບໃນຕອນນີ້(ຄັ້ງນີ້) ຫຼື ບໍ່ບັນທຶກເລີຍ. ມື້ນີ້ຫວ່າງໆກະເລີຍມາຂຽນເລື່ອງນີ້ໃຫ້ຜູ້ທີອ່ານໄດ້ມີສະຕິໃນການທ່ອງໂລກອິນເຕີເນັດໂດຍບໍ່ໄດ້ຄຳນຶງເຖິງຄວາມປອດໄພຂອງຕົວເຮົາເອງໂດຍ ສະເພາະຄົນທີ່ມັກຫຼິ້ນຄອມຄົນອື່ນ ຫຼື ຄອມຕາມຮ້ານອິນເຕີເນັດ, ເຮົາຈະບໍ່ຮູ້ເລີຍວ່າຄອມນັ້ນມີຫຍັງທີ່ຢູ່ຂ້າງໃນແນ່ບໍ່ວ່າຈະເປັນໄວຣັດເປັນຕົ້ນ. ນອກນັ້ນເຮົາກະຍັງເຄີຍເຈີຕະຫຼອດຄົນທີເວົ້າໃຫ້ຟັງວ່າຖືກ Hack ຕະຫຼອດໂດຍສະເພາະຄົນທີຫຼິ້ນເກມອອນລາຍເຮົາເຈີຕະຫຼອດເດັ່ນໆເລີຍແມ່ນ: ເຂົ້າໄປຫຼິ້ນຮ້ານນັ້ນບັງເອີນວ່າມີຄົນບໍ່ຫວັງດີໄດ້ໃຊ້ໂປແກມທີ່ມີໜ້າທີ່ບັນທຶກຊື່ຜູ້ໃຊ ແລະ ລະຫັດຜ່ານຂອງບັນຊີເກມນັ້ນໆເຮັດໃຫ້ເສຍເຄື່ອງທີ ຕົນເອງຊື້ມາ ແລະ ເງິນໃນເກມ ຈາກຄົນທີ່ເຂົາເວົ້າກັນຕໍ່ກັນໄປຈາກຄົນຫຼິ້ນເກມ Yulgang. ວິທີທີ່ເຮົາຈະມາບອກໃຫ້ຟັງນີ້ຜົນໄດ້ຮັບກະຄ້າຍໆກັບເລື່ອງຂ້າງເທິງສຳລັບຜູ້ເສຍຫາຍ, ແຕ່ມັນຈະຕ່າງຢູ່ບ່ອນວ່າເຮົາຈະໃຊ້ Firefox web Browser ເປັນໂຕບັນທຶກຂໍ້ມູນເອງ. ເຮົາມາເບິ່ງກັນເລີຍ!

ຟຼີລາຍເຊັ່ນໂປແກມ Trend Micro Titanium AntiVirus + 2012 1ປີ

ຕໍ່ຈາກເລື່ອງເກົ່າທີ່ກ່ຽວກັບຟຼີລາຍເຊັ່ນໂປຼແກມ Trend Micro Titanium Internet Security 2012 3 ປີ. ມາມື້ນີ້ເຮົາກະມາຂຽນວິທີເອົາລາຍ ເຊັ່ນໂປແກມຄ້າຍດຽວກັບຫັ້ນລະແຕ່ຕ່າງເວີເຊິນກັນ ແລະ ຍັງໃຊ້ໄດ້ພຽງແຕ່ 1 ປີ..ໜຶ່ງປີເຮົາກະວ່າດົນລະຮະຮະ. ມາເບິ່ງວິທີເອົາລາຍເຊັ່ນ Trend Micro Titanium AntiVirus + 2012 1ປີ ກັນເລີຍ.

ຟຼີລາຍເຊັ່ນໂປຼແກມ Trend Micro Titanium Internet Security 2012 3 ປີ

ຖ້າທ່ານຕ້ອງການແອນຕີ້ໄວຣັດດີໆໃຫ້ຄອມທ່ານທີ່ບໍ່ຕ້ອງຫຍຸ້ງກັບບັນຫາເລື່ອງໄວຣັດກວນການທຳງານຂອງຄອມທ່ານ. ການແຈກລາຍເຊັ່ນໃນຄັງນີແມ່ນທາງ Trend Micro ປະເທດຝລັ່ງເພິ່ນແຈກແຕ່ວ່າທາງເວັບເພິ່ນທີ່ຈະແຈກລາຍເຊັ່ນຫັນ ແມ່ນເພິ່ນແຈກ 2 ລາຍເຊັ່ນສາມາດໃຊ້ແບບບໍຈຳກັດ, ໃຊ້ຈັກເທື່ອ ແລະ ໃຊ້ໃສ່ຄອມໃດກະໄດ້ໂດຍບໍມີການບ໋ອກລາຍ ເຊັ່ນດັ່ງກ່າວ. ທັງຢືນຢັນ ແລະ ໂດດຢັນວ່າໃຊ້ໄດ້ 100%, ເຮົາໄດ້ລອງແລ້ວແຕ່ບໍໄດ້ເອົາຮູບມາຢືນຢັນ.

ວິທີແກ້ໄຂເມື່ອ cmd has been disabled by your administrator

ມາຕໍ່ກັນກັບບັນຫາ “has been disabled by your administrator” ນິມັນຈະມີທັງໝົດສາມຢ່າງທີ່ເປັນນິມັນກະມີ: ວິທີແກ້ໄຂເມື່ອ Task Manager has been disabled by your administrator , ວິທີແກ້ໄຂເມື່ອ Registry editor has been disabled by your administrator ແລະ cmd has been disabled by your administrator. ສ່ວນໃນເລື່ອງນີ້ກະຈະມາບອກວິທີການແກ້ບັນຫາ cmd has been disabled by your administrator ເຮົາກະບໍ່ຮູ້ວ່າບັນຫານີ້ບັນຫຼາຍປານໃດແຕ່ກະເອົາມາຂຽນໄວ້ໃຫ້ມັນຄົບອັນພວກ “has been disabled by your administrator” ນິ.

ວິທີແກ້ໄຂເມື່ອ Task Manager has been disabled by your administrator

ສືບເນື່ອງຈາກເລື່ອງ ວິທີແກ້ໄຂເມື່ອ Registry editor has been disabled by your administrator ອັນນີ້ກະເປັນອີກບັນຫາໜຶ່ງທີ່ເຮົາຊັງ ທີ່ສຸດເລີຍ, ໄວຣັດມັນມາສ້າງບັນຫາໃຫ້ນິ ຕາມໂຕຈິງແລ້ວໂດຍທົ່ວໄປເຮົາເຫັນວ່າ(ຄວາມເຫັນສ່ວນຕົວ) ບາງຄົນກະບໍ່ໄດ້ໃສ່ໃຈເລີຍເມື່ອເກີດບັນ ຫານີ້ກັບຕົວເອງ ອາດຈະເບິ່ງຄືວ່າບໍ່ຮ້າຍແຮງຫຍັງກະພຽງແຕປິດ Task Manager ເຮົາໄວ້ຊື່ໆປະມັນໄປຊະ. ບາດຊິຮ້ອງໃຊ້ມັນແທ້ໆລະແມ່ນ ຕອນທີ່ຄອມຕົວເອງຄ້າງ, ໂປແກມຄ້າງຫັ້ນລະປິດແບບປົກກະຕິບໍ່ໄດ້ອັນຄິຣກໝາຍຄູນຫັ້ນ, ບາດນັນລະຫາກຊິຄິດເຫັນ Task Manager ຫະຫະ. ອັນນີ້ກະເປັນເລື່ອງເລັກໆນ້ອຍໆທີ່ເຮົາໄດ້ເຫັນມາແລ້ວ, ເຮົາມາເບິ່ງວິທີແກ້ບັນຫານີ້ເລີຍ

ວິທີແກ້ໄຂເມື່ອ Registry editor has been disabled by your administrator

ຕາມຫົວຂໍ້ເລີຍເນາະມື້ນີ້ເຮົາກະຈະມາບອກວິທີແກ້ເມື່ອເວລາທີ່ເຮົາຢາກເຂົ້າໄປແກ້ໄຂ ຫຼື ໃຊ້ງານ Registry editor ນິ, ແຕ່ຊ້ຳພັດຄອມເຮົາພັດມີ ໄວຣັດແລ້ວມັນກະໄປປິດການເຂົາໃຊ້ງານຂອງເຮົາ(ເວລາເຮົາໃຊ້ຄອມເຮົາຈະຢູ່ໃນຖະນະຜູ້ໃຊ້ ຫຼື User ເມື່ອເຮົາຈະເຂົ້າໃຊ້ Registry editor ນັ້ນ ເຮົາຈະຕ້ອງເປັນ ຫຼື ຜູ້ຄວບຄຸມ, ຫົວໜ້າໃຫຍ່ ຫຼື Administrator). ບາງຄົນກະເຈີອີກບັນຫາໜຶ່ງອີກ ເຊິ່ງເຮົາຄິດວ່າໃຜໆກະເປັນຕະຫຼອດ Task Manager has been disabled by your administrator ນິແຫຼະຊັງສຸດໆ. ຄັນເວລາຈຳເປັນໃຊ້ລະມັນຂຶ້ນແບບນີ້ລະຢາກດຶກຄອມຖິ້ມພຸ້ນລະ. ເອົາລະເຮົາມາເບິ່ງວິທີແກ້ກັນເລີຍ.

ຟຼີລາຍເຊັ່ນໂປແກມ G Data MobileSecurity 1ປີ

G Data MobileSecurity ເປັນໂປແກມແອນຕີ້ໄວຣັດສຳລັບລະບົບປະຕິບັດການແອນດອຍ(Android), ເປັນໂປແກມໃໝ່ທີ່ຈະມາແກ້ໄຂບັນ ຫາຂອງໄວຣັດລົບກວນໂທລະສັບຂອງທ່ານ. ໂປແກມນີ້ເຮົາກະບໍ່ເຄີຍລອງຈັກເທື່ອແຕ່ກະມີໂປແກມແອນຕີ້ໄວຣັດທີ່ໃຫ້ເຮົາໃຊ້ຟຼີກັນເຊັ່ນ: Norton ແລພ Avast ເປັນຕົ້ນ. ປົກກະຕິແລ້ວໂປແກມນີ້ລາຍເຊັ່ນ 1 ປີ ລາຄາ ປະມານ 80 000ກີບແຕ່ທາງຈີນເພິ່ນແຈກຟຼີ ແລະ ເຮົາຄາດວ່າ ອາດຈະມີຈຳນວນຈຳກັດ. Feature ຂອງ G Data MobileSecurity ໂປແກມແອນຕີ້ໄວຣັດໂຕນີ້ກະມີ: Instant protection when surfing Protection against dangerous apps: The app check verifies the authorisations of applications and categorises them. Protection against Android malware: Maximum protection through regular updates. Files and archives can also be scanned manually. SMS and call filter: Annoying callers and SMS senders can be blocked easily by entering them in a blacklist. Protection if the device is lost or stolen: If the smartphone is lost, the user can use G Data MobileSecurity 2 to locate the device using Google Maps or find it using an alarm signal. In addition, the user can delete all data from afar and lock the mobile device. Lock in case of a change of SIM card: It is possible to prevent the device from being used with a different SIM card. In addition, the user is informed of the change of card by SMS. Password protection for apps: Certain apps can only be started once the correct password has been entered. Protected contacts: Contacts from the address book as well as the corresponding calls and messages are password protected. Updated on Android software updates On-Demand scanning

Digiarty Software ຮ່ວມກັບບໍລິສັດຜະລິດໂປແກມຕ່າງໆຈັດໂປ ໂມຊັນແຈກລ?

 Digiarty Software Inc, ເປັນບໍລິສັດທີ່ສ້າງໂປແກມໃນເລື່ອງບັນເທິງເຊັ່ນ: ໂປແກມກ່ຽວກັບສຽງ, ວີດີໂອ, ດີວີດີ ແລະ ໂປແກມ Backup ຂໍ້ມູນ. ເພິ່ນໄດ້ຈັດໂປໂມຊັນພິເສດເນື່ອງໃນ “Summer holiday” ເລີ່ມຕັ້ງແຕ່ວັນທີ 15 ຫາວັນທີ 5 ເດືອນກໍລະກົດປະມານນັ້ນເພາະເພິ່ນແຈກ 20 ມື້. ໃນການແຈກຄັງນີ້ເພິ່ນໄດ້ຮ່ວມກັບຫຼາຍໆບໍລິສັດທີ່ຜະລິໂປແກມທີ່ເຮົາທຸກຄົນກະຄົງຈະຮູ້ຈັກເຊັ່ນ: IObit, Lavasoft, EaseUS, Obviousidea, My Privacy Tools, Kingsoft and Zoner ລວມກັນທັງໝົດເປັນ 7 ບໍລິສັດ.

ແຈກຟີຣລາຍເຊັ່ນໂປແກມ SpeedUpMyPC 2012 ສຳລັບທຸກໆຄົນ

SpeedUpMyPC 2012 ເປັນໂປແກມທີ່ຈະມາຈັດແຈງສິ່ງຕ່າງໆໃນຄອມຂອງທ່ານທີ່ເຮັດວຽກໜັກ, ໃຊ້ຊັບພະຍາກອນຂອງຄອມ ທ່ານແບບສິ້ນເປືອງ, ຄອມຊ້າ. ບັນຫາເຫຼົ່ານນີ້ຈະຖືກແກ້ໄຂໂດຍໂປແກມນນີ້ເຊິ່ງໜ້າທີ່ຫຼັກໆຂອງໂຕນີ້ແມ່ນຈະໄປສະແກນສິ່ງຕ່າງໆທີ່ຄອມທ່ານ ກຳລັງທຳການປະມວນຜົນຢູ່ໃນຂະນະນັ້ນ, ມັນຈະຈັດແຈງການປະມວນຜົນ ແລະ ຟັງຊັ້ນຂອງ CPU ແລະ RAM, ມັນຈະປິດການທຳງານຂອງການ ປະມວນຜົນຂອງຟາຍໃດໜຶ່ງເຊິ່ງເປັນເຫດເຮັດໃຫ້ຄອມຂອງທ່ານຊ້າ. ເວົ້າຄ້າວໆໄປແລ້ວກະມາເບິ່ງວິທີເຮັດກັນເລີຍ. ວິທີເຮັດນັ້ນຈະຄືກັບການເອົາລາຍເຊັ່ນຂອງ ແຈກລາຍເຊັ່ນ DriverScaner 2012 ຟຼີ 1 ປີ ສຳລັບທຸກໆຄົນ ຖ້າໃຜສົນໃຈໂປແກມ DriverScaner ກະເຂົ້າໄປເບິ່ງເລື່ອງນີ້ໄດ້, ສ່ວນຕອນນີ້ມາເບິ່ງວິທີເອົາລາຍເຊັ່ນ SpeedUpMyPC 2012 ກັນກ່ອນ.

ວິທີເຮັດໃຫ້ໂທລະສັບມືຖືຂອງທ່ານອ່ານພາສາ ລາວໄດ້

ຫຼາຍຄົນອາດຈະພົບເຫັນບັນຫາທີ່ວ່າ: ຄົນທີ່ຢາກອ່ານພາສາລາວໃນໂທລະສັບມືຖືຂອງຕົນ, ແຕ່ພັດໂທລະສັບມືຖືທີ່ໂຕຊື໊ມາບໍ່ສາມາດອ່ານລາວ ໄດ້ ເຊິ່ງສາເຫດນີ້ສ່ວນຫຼາຍແມ່ນຈະເປັນໂທລະສັບມືຖືທີ່ໃຊ້ລະບົບປະຕິບັດການຈຳພວກ JAVA(ຈາວາ), Symbianເປັນຕົ້ນ. ສະນັ້ນມື້ນີ້ ເຮົາກໍຈະມາບອກ ເທັດນິກດີໆທີ່ບາງຄົນອາດຈະຮູ້ແລ້ວ ແລະ ບາງຄົນກໍອາດຈະຍັງບໍ່ຮູ້ ແລະ ບໍ່ຄິດວ່າມັນຈະເຮັດໄດ້ນຳອີກ. ເອົາລະມາເຂົ້າເລື່ອງ ເຂົ້າລາວກັນເລີຍ….

ວິທີແຄຣກ IDM(Internet Download Manager) ດ້ວຍຕົວທ່ານເອງໂດຍບໍ່ໄດ້ໃຊ້ໂປແກມ?

IDM(Internet Download Manager) ເປັນໂປແກມສຳລັບນັກດາວໂຫຼດເດີທັງຫຼາຍ ແລະ ຄົນລາວກໍມັກນຳໃຊ້ກັນ. ຕາມທີ່ເຫັນໂດຍວໄປແລ້ວສ່ວນຫຼາຍແມ່ນ ການທີ່ຈະເຮັດໃຫ້ມັນໃຊ້ໄດ້ຕະຫຼອດຈະຕ້ອງໄດ້ຊື້ລາຍເຊັ່ນຂອງເພິ່ນກ່ອນ ແຕ່ບັງເອີນຄົນລາວພັດມັກຂອງຟີຣໆກໍເລີຍຫາແຄຣກມາແຄຣກໂປແກມດັ່ງກ່າວ. ການແຄຣກນັ້ນມັນທັງມີຂໍ້ດີຂໍ້ເສຍຫຼາຍໆດ້ານຕ່າງກັນ ໂດຍສ່ວນຕົວແລ້ວເຮົາບໍ່ມັກໃຊ້ດ໋ອກໂປຣແກມແຄຣກ ຍົກເວັ້ນແຄຣກເກມ ຮາຮາໆ.

ວິທີອັບເກດວິນໂດ 7 Ultimate ຟີຣ ແລະ ລາຍເຊັ່ນຂອງເວີເຊິນຕ່າງໆ

ມື້ນີ້ເຈົ້າຂອງເວັບກໍ່ຈະມາບອກເທັດນິກດີໆກັນ ເຊິ່ງນັ້ນກໍແມ່ນການເຮັດໃຫ້ວິນໂດ 7 ຂອງທ່ານຈາກທີ່ຍັງ ບໍ່ ໄດ້ເປັນຂອງແທ້ ຫຼື ແຄກ ເຊິ່ງບັນຫາຈາກການໃຊ້ວິນໂດພວກນີ້ກໍຈະເຮັດໃຫ້ບໍ່ສາມາດອັບເດດໄດ້ມ ອີກຢ່າງ ໜຶ່ງຍັງເຮັດໃຫ້ເຮົາລຳຄານເວລາລົງໂປຣແກມ ແລະ ຕອນເປີດຄອມເພາະມັນຈະເປີດໜ້າຕ່າງ ເຕືອນໃຫ້ເຮົົາ ຕ້ອງລົງທະບຽນ. ເພາະສະນັ້ນເຮົາຈຶ່ງນຳເອົາສິ່ງດີໆມາຝາກກັນ.

ຟີຣເງິນໃນ Skype(ໂທຟີຼ 60 ນາທີ)

ມື້ນີ້ເຮົາຈະມາສະເໜີເທັດນິກດີໆກັນ ເຊິ່ງແມ່ນເທັດນິກຂອງຟີຼ ແລະ ວນໃຫຍ່ ຫຼື ເກືອບໝົດທຸກຄົນກໍວ່າກັນ ໄດ້ເຮົາຄົງຈະຮູ້ຢູ່ແລ້ວວ່າຄົນລາວມັກຂອງຟີຼກັນຫຼາຍເປັນສ່າໃນການເອົາເງິນຟີຣຂອງ Skype ເພື່ອໃຊ້ເປັນໂທ ຟີຼ 60ນາທີ, ຜູ້ທີ່ເອົາມາແຈກນີ້ແມ່ນເປັນທາງ hotspot shield vpn ສະນັ້ນເຮົາຈະຕ້ອງໃຊ້ໂປຣແກມ ເພິ່ນ ໃນການເອົາໂທຟີຼດັ່ງກ່າວ.

ວິທີຕັ້ງຄ່າໃນການໃຊ້ Facebook Video Call

Facebook ໄດ້ເປີດໂຕຟິດເຈີ້ໃໝ່ມາແຂ່ງກັບ Google+ ທີ່ມີຊື່ວ່າ: Facebook Video Call ເຊິ່ງຮ່ວມກັບ Skype. ດ້ວຍຟິດເຈີ້ໃໝ່ ນີ້ເຮົາສາມາດລົມກັນໃນ Facebook ແບບເຫັນໜ້າກັນ 1:1 ຈະມີວິທີການແນວໃດ ໃນການໃຊ້ຟິດເຈີ້ດັ່ງກ່າວນີ້ມາເບິ່ງກັນເລີຍ.