ອິນເຕີເນັດ
Laotelecom ເປີດນຳໃຊ້ 4G ແລ້ວ ເປັນເຄື່ອຂ່າຍທຳອິດຂອງປະເທດລາວ
·321 words·2 mins
ໃນວັນທີ 26 ເດືອນຕຸລາ ປີ 2012 ບໍລິສັດ ລັດວິສະຫະກິດ ລາວ ໂທລະຄົມມະນາຄົມ(Laotelecom) ໄດ້ຈັດງານຖະແຫຼງຂ່າວທີ່ສຳນັກງານ ໃຫຍ່ຂອງ ບໍລິສັດລັດວິ ສະຫະກິດ ລາວ ໂທລະຄົມມະນາຄົມເປີດໂຕລະບົບການສື່ສານໃໝ່ 4G ຂຶ້ນເພື່ອມານຳໃຊ້ເຂົ້າໃນວຽກງານກອງ ປະຊຸມສຸດຍອດ ASEM ຄັ້ງທີ 9 ທີ່ຈະຈັດຂຶ້ນໃນວັນທີ 5 ຫາ 6 ເດືອນພະຈິກ ປີ 2012 ທີ່ຈະມາເຖິງໃນໄວໆນີ້. ນອນນັ້ນເພິ່ນຍັງເປີດໂຕ ຊິມໃໝ່ເຊິ່ງແມ່ນ NANO SIM ເຊິ່ງເປັນ ຊິມທີ່ໃຊ້ໃນມືຖືລຸ້ນໃໝ່ຂອງທາງ Apple(iPhone 5)