ເກມ Big Word/Small word

ເກມ Big Word/Small Word ເປັນ​ເກມ​ມ່ວ​ນໆ​ເກມ​ໜຶ່ງ​ເອົາ​ໄວ້ຫຼິ້ນ​ກັບ​ໝູ່ ຫຼື ກັບ​ຜູ່​ທີ່​ເຮົາ​ສອນ, ເກມນີ້​ເປັນ​ເກມ​ທີ່​ຈະ​ໃຫ້​ຜູ່ຫຼິ້ນ​ໄດ້​ຝຶກ​ຄຳ​ສັບ​ທີ່​ຕົນ​ຮູ້ ແລະ ສ້າງ​ຄວາມ​ສາ​ມັກ​ຄີ.

ທຳ​ອິດ​ໃຫ້​ເຮົາ​ແບ່ງ​ກຸ່ມ​ເອົາ​ກຸ່ມ​ລະ​ປະ​ມານ 3-4 ຄົນ ແລ້ວ​ແຕ່​ຜູ່​ຈັດ, ຫຼັງ​ຈາກນັ້ນ​ໃຫ້​ເຮົາ​ເລືອກ​ຄຳ​ສັບ​ມາ​ໜຶ່ງ​ຄຳ, ຄຳ​ທີ່​ເອົາ​ມານັ້ນ​ຄວນ​ຍາວ​ແນ່​ໜ້ອຍ​ໜຶ່ງ​ເພື່ອ​ໃຫ້​ມີ​ທາງ​ເລືອກຫຼາຍ​ໃນ​ການ​ສ້າງ​ຄຳ​ສັບ ຫຼັ​ງ​ຈາກນັ້ນ​ກໍ​ກວດ​ເບິ່ງວ່າ​ກຸ່ມ​ໃດ​ໄດ້​ຄຳ​ສັບຫຼາຍ​ກ່​ວາ​ກັນ.

ຕົວ​ຢ່າງ: ເຮົາ​ໃຫ້​ຄຳ “Interesting” ແລ້ວ​ຜູ່​ໃຫ້​ສາ​ມາດ​ເອົາ​ອັກ​ສອນ​ໃນ​ນັ້ນ​ມາ​ສ້າງ​ເປັນ​ຄຳ​ສັບ​ໄດ້​ເຊັ່ນ: “rest”, “tin”, “ten”, “nine”, “sing”, “ring”, “net”, “set”, “sit” ປະ​ມານນີ້.