ສະ​ຖິ​ຕິ​ພື້ນ​ຖານ-ຂໍ້​ມູນ

ສະ​ຖິ​ຕິ​ພື້ນ​ຖານ-ຂໍ້​ມູນ

ບົດ​ຄວາມ​ທຳ​ອິດ​ຂອງ ການ​ນຳ​ສະ​ເໜີ​ກ່ຽວ​ກັ​ບ​ເລ​ື່ອງ​ສະ​ຖິ​ຕິ ເຊິ່ງວ່າຈະ​ຮວບ​ຮວມ​ເອົາ​ສິ່ງ​ທີ່​ຄວນ​ຮູ້​ກ່ຽວ​ກັບ​ເລື່ອງ​ສ​ະ​ຖິ​ຕິ​ຕ່າງ​ມາ​ອ​ະ​ທິ​ບາຍ​ໃນ​ມຸມ​ຂອງການ​ເຂົ້າ​ໃຈ​ງ່າຍໆ ທີ່​ໃຜໆ​ກໍ​ສາ​ມາດ​ເຂົ້າ​ໃຈ​ໄດ້.

 

ສຳ​ລັບ​ໃຜ​ທີ່ບໍ່​ຮູ້​ວ່າ​ສະ​ຖິ​ຕິ​ແມ່ນ​ຫຍັງ? ຫຼື ຫຼົງ​ເຂົ້າ​ມາ​ອ່ານ​ແລ້ວບໍ່​ຮູ້​ຄວາ​ມ​ໝາຍ​ຂ​ອງ​ມັນ? ດຽວ​ເຮົາ​ຈະ​ມ​າ​ອະ​ທິ​ບາຍ​ໃຫ້​ຟັງ​ເລ​ີຍ. ທຳ​ອິດ​ເຮົາມາ​ເບິ່ງ​ຄວາມ​ໝາຍ​ຂອງ​ມັນ​ຈາກ dictionary ກັນ​ກ່ອນ.

the practice or science of collecting and analyzing numerical data in large quantities, especially for the purpose of inferring proportions in a whole from those in a representative sample

ຄັນ​ສິ​ເວົ້າ​ໃຫ້​ເຂົ້າ​ໃຈ​ງ່າຍ​ກະ​ຄື ສະ​ຖິ​ຕິ ແມ່ນ​ເປັນ​ຂະ​ບວນ​ການ​ໜຶ່ງ​ທີ່​ໄດ​້​ຈາກ​ການ​ເກັບ​ຂໍ້​ມູນ ແລະ ຫຼັງ​ຈາກນັ້ນ​ກໍ​ນຳ​ຂໍ້​ມູນ​ດັ່ງ​ກ່າວ​ມາ​ວິ​ເຄາະ ໂດຍ​ເຮົາ​ສາ​ມາດ​ຕັ້ງ​ສົມ​ມຸດ​ຖານ ຫຼື ບໍ່​ຕັ້ງ​ກໍ​ໄດ້.

 

ທຳ​ອິດ​ເລີຍ​ ການ​ຮຽນ​ສະ​ຖິ​ຕິ ເຮົາ​ຈະ​ຕ້ອງ​ຮູ້​ຈັກ​ກ່ອນ​ວ່​າ​ຂໍ້​ມູນ​ແມ່ນ​ຫຍັງ?

ຂໍ້​ມ​ູນ ກະ​ແມ່ນ​ຂໍ້​ມ​ູນ ຫັ້ນ​ລະ, ທີ່​ເຮົາ​ໄດ້​ຈາກ​ການ​ທີ່​ເຮົາ​ໄດ້​ລົງ​ເປັນ​ເກັບ​ກຳ​ຂໍ້​ມູນ​ເອງ​ເບາະ ຫຼື ເອົາ​ຂໍ້​ມູນ​ຈາກ​ຄົນ​ອື່ນ​ມາ ເຊິ່ງ​ຂໍ​້​ມູ​ນທີ່​ໄດ້​ມາ​ກໍ​ຈະ​ເປ​ັນ​ໄດ້ຫຼາຍ​ຢ່າງ​ເຊັ່ນ: ຂໍ້​ມູ​ນ​ເລ​ື່ອງ​ຄວາມ​ສູງ​ຂອງ​ຄົນ, ນ້ຳ​ໜັກ, ຂະ​ໜາດ​ຂອງ​ເຈ້ຍ ແລະ ອື່ນໆ.

ຂໍ້​ມ​ູນ​ທີ່​ເຮົາ​ເກັບ​ມານັ້ນ ຈະ​ແບ່ງອອ​ກ​ເປ​ັນ 2 ປະ​ເພດ​ໃຫຍ່​ຄື:

  1. ຂໍ້​ມູນ​ຕົ້ນ (primary data) ເປັນ​ຂໍ້​ມູນ​ທີ່​ເຮົາ​ໄດ້​ຈາກ​ການ​ໄປ​ເກັບ​ກຳ​ເອງ, ໄປ​ສຳຫຼ​ວດ​ເອງ ໂດຍ​ທີ່​ຂໍ​້​ມູນ​ທີ່​ເຮົາ​ໄດ້​ມາ​ຈະ​ບໍ່​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຈາກ​ບ່ອນ​ອື່ນ, ເປັນ​ຂໍ້​ມູນ​ທີ່​ເຮົາ​ສ້າງ​ມາ​ເອງ ຫຼື ບາງ​ຄົນ​ອາດ​ຈະ​ເວົ້າ​ວ່າ​ ຂໍ້​ມູນ​ມື​ໜຶ່ງ ຫຼື ຂໍ້​ມ​ູນ​ດິບ (raw data).
  2. ຂໍ້​ມູນ​ປາຍ (secondary data) ເປັນ​ຂໍ້​ມູນ​ທີ່​ເຮົາ​ເອົາ​ມ​າ​ຈ​າກ ເອ​ກະ​ສານ, ສິ່ງ​ພິມ​ຕ່າງ ທີ່​ເຂົາ​ເກັບ​ມາ​ແລ້ວ ນຳ​ເອົາ​ມ​າ​ເຜີຍ​ແຜ່ ເຮົາ​ກະ​ເອົາ​ຂໍ້​ມ​ູນ​ໂຕນັ້ນ​ມາ​ວິ​ເຄາະ ແລະ ສັງ​ລວມ​ອີ​ກ​ເທື່ອ​ໜຶ່ງ ຫຼື ເວົ້າ​ອີກ​ຊື່​ໜຶ່ງວ່າ ຂໍ້​ມ​ູນ​ມື​ສອງ.

ຜົນ​ດີ ແລະ ຜົນ​ເສຍ​ຂອງ​ແຕ່​ລະ​ຂໍ້​ມ​ູນ​ມັນ​ຕ່າງ​ກັນ​ບ່ອນ​ໃດ?

ຂໍ​້ມ​ູນ​ຕົ້ນ

ຜົນ​ດີ: ເຮົາ​ສາ​ມາດ​ກຳ​ນົດ​ຕົ​ວ​ປ່ຽນ​ທີ່​ເຮົາ​ຕ້ອງ​ການ​ໄດ້.

ຜົນ​ເສຍ: ຖ້າ​ຫາກວ່າ​ເຮົາ​ຕ້ອງ​ການ​ຂະ​ໜາ​ດ​ຂໍ້​ມູນຫຼາຍ ເຮົາ​ຈະ​ຕ້ອງ​ໄດ້​ເສຍ​ເວ​ລາຫຼາຍ​ໃນ​ການ​ທີ່​ຈະ​ໄປ​ເກັບ​ກຳ​ຂໍ້​ມູນ.

 

ຂໍ້​ມູນ​ປາຍ

ຜົນ​ດີ: ປະ​ຫຍັດ​ເວ​ລາ​ໃນ​ການ​ລົງ​ໄປເກັບ​ກຳ​ຂໍ້​ມູນ.

ຜົນ​ເສຍ: ເຮົາ​ບໍ່​ສາ​ມາດ​ກຳ​ນົດ​ຕົວ​ປ່ຽນ​ໄດ້​ເອງ, ບາງ​ຕົວ​ປ່ຽ​ນ​ທີ່​ເຮົາ​ຕ້ອງ​ການ ອາດ​ຈະ​ບໍ່​ມີ​ໃນ​ຂໍ້​ມູນ​ທີ່​ເຮົາ​ເອົາ​ມາ ຫຼື ບາ​ງ​ເທື່ອ​ຂະ​ໜາດ​ຂໍ້​ມູນ​ອາ​ດ​ຈະ​ບໍ່​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ເຮົາ​ໄດ້.

 

ນອກ​ຈາກນີ້​ຂໍ້​ມູນ​ທີ່​ເຮົາ​ສາ​ມາດ​ຈຳ​ແນກ​ໄດ້​ຈາກທີ່​ມາ​ຂອງ​ຂໍ້​ມູນ ເຮົາ​ຍັງ​ສາ​ມາດ​ຈຳ​ແນກ​ໄດ້​ຈາກຄຸນ​ລັກ​ສະ​ນະ​ຂອງ​ຂໍ​້ມ​ູນ​ໄດ້​ນຳ​ອີກ, ເຊິ່ງ​ໂຕນີ້​ຈະ​ໄປ​ເປັນ​ປ​ະ​ໂຫຍດ​ໃຫ້​ແກ່​ເຮົາ​ຕອນ​ທີ່​ເຮົາ​ຈະ​ໄປ​ນຳ​ໃຊ້​ຄິດ​ໄລ່

ການ​ແບ່ງ​ຂໍ້​ມູນ​ຕາມ​ຄຸນ​ລັກ​ສະ​ນະ​ຂອງ​ມັນ​ເຮົາ​ສາ​ມາດ​ແບ່ງ​ໄດ້​ອອກ​ເປັນ 2 ແບບ​ຄື:

  1. ຂໍ້​ມູນ​ດ້ານ​ປະ​ລິ​ມານ ເປັນ​ຂໍ້​ມູນ​ປະ​ເພດ​ທີ່​ສາ​ມາດບອກ​ໂຕ​ມັນ​ເອງ​ໄດ້​ວ່າ​ມັນ​ມີ​ຄ່າຫຼາຍ ຫຼື ໜ້ອຍ ເຊັ່ນ: ນ້ຳ​ໜັກ​ຂອງ​ຄົນ, ລວງ​ສູງ, ຄວາມ​ຍາວ​ຂອງ​ເສັ້ນ​ທາງ ເປັນ​ຕົ້ນ. ຂໍ້​ມູນ​ຈຳ​ພວກນີ້​ເຮົາ​ສາ​ມາດ​ຮູ້​ໄດ້​ເລີຍ​ວ່າ​ມັນຫຼາຍ ຫຼື ໜ້ອຍ.
  2. ຂໍ້​ມູ​ນ​ດ້ານ​ຄຸນ​ນະ​ພາບ ເປັນ​ຂໍ​້​ມູນ​ທີ່​ບໍ່​ສາ​ມາດ​ມີ​ຄວາມ​ໝາຍ​ໄດ້​ວ່າ ມັນຫຼາຍ ຫຼ​ື ມັນ​ໜ້ອຍ ເຊັ່ນ: ສີ, ເພດ, ລະ​ດັບ​ການ​ສຶກ​ສາ​ເປັນ​ຕົ້ນ. ເຖິງວ່າ​ຂໍ້​ມູນ​ເຫຼົ່​ານີ້ ເຮົາ​ບໍ່​ສາ​ມາດ​ຮູ້​ໄດ້​ວ່າ​ມັນຫຼາຍ ຫຼື ໜ້ອຍ ແຕ່​ເຮົາ​ສາ​ມາດ​ຮູ້​ຄວາມໝາຍ​ຂອງ​ມັນ​ໄດ້​ເຊັ່ນ: ສີ​ແດງ, ສີ​ຂຽວ ແລະ ອື່ນໆ.

ຕົ​ວ​ປ່ຽນ​ແມ່ນ​ຫຍັງ​ລະ? (ບໍ່​ແມ່ນ​ໂຕ​ທີ່​ເຮົາ​ຈະ​ເຮົາ​ມາ​ປ່ຽນ​ແທນ​ເດີ້, ໂຕ​ສຳ​ຮອງ)

ຕົວ​ປ່ຽນ​ໃນ​ສົມ​ຜົນ ຫຼື ໃນ​ສະ​ຖິ​ຕິ​ທີ່​ຖືກ​ໃຊ້​ໃນ​ການ​ທົດ​ສອ​ບ​ຈະ​ແບບອ​ອກ​ເປັນ 2 ຕົວ​ປ​່ຽນ​ຄື: ຕົ​ວ​ປ່ຽນ​ຕົ້ນ (independent variable) ແລະ ຕົວ​ປ່ຽນ​ຕາມ (dependent variable).

 

ຕົວ​ປ່ຽນ​ຕົ້ນ​ ແມ່ນ​ຕົວ​ປ່ຽ​ນ​ x ນັ້ນ​ລະ​ຖ້າ​ທ​ຽບ​ໃສ່​ສົ​ມ​ຜົນ ເຊິ່ງວ່າ​ຕົວ​ປ່ຽ​ນ​ດັ່ງ​ກ່າວ​ຄ່າ​ຂອງ​ມັນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ ຫຼື ບໍ່​ມີ​ປັດ​ໄຈ​ໃດ​ເຮັດ​ໃຫ້​ຄ່າ​ຂອງ​ມັນ​ປ່ຽນ. ຖ້າ​ເຮົາ​ໄປ​ເວົ້າ​ໃນ​ເລື່ອງ ທິດ​ສະ​ດີ ແລ້ວ ຫຼື ໃນ​ມຸມມອງ​ຂອງ​ສົມ​ມຸ​ດ​ຖານ​ແລ້ວ ຕົວ​ປ່ຽນ​ຕົ້ນ ກະ​ຄື ສິ່ງ​ທີ່​ໄປ​ກະ​ທົບ​ເຮັດ​ໃຫ້​ສິ່ງ​ໄດ້​ສິ່ງ​ໜຶ່ງ​ປ່ຽນ​ແປງ.

ຕົວ​ປ່​ຽນ​ຕາມ ແມ່ນ​ຕົວ​ປ່ຽນ y ທີ່​ຄ່າ​ຂອງ​ມັນ​ຈະ​ປ່ຽ​ນ​ແປງ​ໄປ​ຕາມ​ຕົວ​ປ່ຽນ x ຖ້າ​ປຽບ​ທຽບ​ແລ້ວກະ​ຄື​ກັບ​ສິ່ງ​ທີ່​ຖືກ​ອັນ​ອື່ນ​ມາ​ກະ​ທົບ​ໃສ່.

 

ບາງ​ຄົນ​ອ່ານ​ມ​າ​ຮອດນີ້​ອາດ​ຈະ​ງົງໆ ດຽວ​ເຮົາ​ຈະ​ມາ​ເຮັດ​ໃຫ້​ເຫັນ​ພາບ​ຍິ່ງ​ຂ​ຶ້​ນ

ສົມ​ມຸດ​ວ່າ: ເຮົາ​ເຮັດ ແບບ​ສອ​ບ​ຖາມ​ກ່ຽບ​ກັບ​ຄວາມ​ເພິ່ງ​ພໍ​ໃຈຂອງ​ຜູ່​ໃຊ້​ບໍ​ລິ​ການ​ອິນ​ເຕີ​ເນັ​ດ​ຂອງ​ຄ້າຍ​ໃດ​ໜຶ່ງ.

ຂໍ​້​ມູນ​ທີ່​ເຮົາ​ໄປ​ເກັບ​ມາ​ກະ​ຄື: ເພດ, ອາ​ຍຸ, ລະ​ດັບ​ການ​ສຶກ​ສາ, ໄລ​ຍະ​ເວ​ລາ​ທີ່​ໃຊ້​ອິນ​ເຕີ​ເນັດ, ຄວາມ​ໄວ​ທີ່​ໃຊ້, ລາ​ຄາ​ທີ່​ຜູ່​ໃຊ້​ຈ່າຍ​ຄ​່າ​ອິນ​ເຕີ​ເນັດ.

ການ​ແບ່ງ​ປະ​ເພ​ດ​ຂອງ​ຂໍ້​ມູນ​: ຂໍ້​ມູນ​ທີ່​ເຮົາ​ໄດ້​ມານັ້ນ ເຂົາ​ຈະ​ເອີ້ນ​ວ່າ ຂ​ໍ້​ມູນ​ຕົ້ນ, ເພາະ​ເຮົາ​ໄປ​ເກັບ​ຂໍ້​ມູນ​ດ້ວຍ​ການ​ໄປ​ຢາຍ​ແບບ​ສອ​ບຖາມ ໂດຍ​ກຸ່ມ​ຕົວ​ຢ່າ​ງ​ທີ່​ເຮົາ​ຢາຍ​ໃຫ້​ນັ້ນ ແມ່ນ​ສະ​ເພາະ​ຜູ່​ທີ່​ກຳ​ລັງ​ໃຊ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ຂອງ​ຄ້າຍນັ້ນໆ​ຢູ່.

 

ການ​ແບ່ງ​ປ​ະ​ເພດ​ຂໍ້​ມ​ູນ​ຕາມ​ຄຸນ​ລັກ​ສະ​ນະ: ເຮົາ​ສາ​ມາດ​ແຍກ​ໄດ້ຫຼັກ​ຄື​ 2 ຢ່າງ​ດັ່ງ​ນີ້:

ຂໍ້​ມູນ​ຄຸນ​ນະ​ພາບ: ເພດ (1: ຍິງ; 0: ຊາຍ), ລະ​ດັບ​ການ​ສຶກ​ສາ (1-5)

ຂໍ້​ມູນ​ປະ​ລິ​ມ​ານ: ອາ​ຍຸ, ໄລ​ຍະ​ເວ​ລາ​ທີ່​ໃຊ້, ຄວາມ​ໄວ​ອິນ​ເຕີ​ເນັ​ດ, ຄ່າ​ໃຊ້​ຈ່າຍ​ອິນ​ເຕີ​ເນັດ

 

ຕົວ​ປ່ຽນ​ຕົ້​ນ​ ຂ​ອງ​ເຮົາ​ໃນ​ບ່ອນນ​ີ້​ແມ່ນ ອາ​ຍຸ, ເພດ​, ລະ​ດັບ​ການ​ສຶກ​ສາ, ໄລ​ຍະ​ເວ​ລາ​ທີ່​ໃຊ້, ຄ່າ​ໃຊ້​ຈ່າຍ, ຄວາມ​ໄວ​ອິນ​ເຕີ​ເນັດ

ຕົ​ວ​ປ່ຽນ​ຕາມ ລະ​ດັບ​ຄວາມ​ເພິ່​ງ​ພໍ​ໃຈ​ຂອງ​ຜູ່​ໃຊ້​ບໍ​ລິ​ການ

 

ອີກ​ຕົວ​ຢ່າງ​ໜຶີ່ງ

ເຮົາ​ຢາກ​ຮູ້​ວ່າ ອັນ​ໃດ​ເຮັດ​ໃຫ້ GDP (gross domestic product) ເພີ່ມ​ຂຶ້ນ?

ຂໍ້​ມູນ​ທີ່​ເຮົາ​ເອົາ​ມາ​ຄິດ​ໄລ່ ໃນ​ບ່ອນນີ້​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຈາກ​ ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ ໝາຍ​ຄວາມ​ວ່າ​ຂໍ້​ມູນ​ດັ່ງ​ກ່າວ ແມ່ນ​ຂໍ້​ມູນ​ປາຍ ແລະ ຂ​ໍ້​ມູ​ນ​ທັງ​ໝົດ​ເປັນ​ຂໍ​້ມ​ູນ​ປະ​ລິ​ມານ.

ຕົວ​ປ່ຽນ​ຕົ້ນ​ແມ່​ນ: ການ​ຈ່າຍ​ພ​າກ​ເອ​ກະ​ຊົນ, ການ​ລົງ​ທຶນ, ການ​ລົງ​ທຶນ​ພາກ​ລັດ, ການ​ນຳ​ເຂົ້າ​-ສົ່ງ​ອອກ.

ຕົວ​ປ່ຽນ​ຕ​າມ: GDP

 

ມາ​ຮອດນີ້ ກະ​ເອົາ​ປະ​ມານນີ້​ກ່ອນ, ດຽວ​ຕໍ່​ໄປ​ຈະ​ມາ​ເວົ້າ​ກ່ຽວ​ກັບ​ການຄິດ​ໄລ່​ຂໍ້​ມ​ູນ​ທີ່​ເຮົາ​ໄດ້​ມາ.