Asus ເປີດ​ໂຕ​ໂມງ​ອັດ​ສະ​ລິ​ຍະ​ໜ່ວຍ​ທຳ​ອິດຊື່ Zenwatch

Asus ໄດ້​ກ້າວ​ເຂົ້າ​ສູ່​ວົງ​ການ​ອຸ​ປະ​ກອນ​ສວມ​ໃສ່ອີກ​ບໍ​ລິ​ສັດ​ໜຶ່ງ​ແລ້ວ, ມື້ນີ້​ໃນ​ງານ IFA ທີ່​ປະ​ເທດ​ເຢຍ​ລະ​ມັນ​ Asus ໄດ້​ເປີດ​ໂຕ​ອຸ​ປະ​ກອນ​ສວມ​ໃສ່​ທຳ​ອິດ​ຂອງ​ຕົນ​ເປັນ​ໂມງ​ອັດ​ສະ​ລິ​ຍະ​ຊື່ Zenwatch ດ້ານ​ໜ້າ​ອອກ​ແບບ​ປະ​ສົມ​ປະ​ສານ​ຄວາມ​ໂຄ້ງ​ແບບ 2.5 ມິ​ຕິ ແລະ ວັດ​ສະ​ດຸ​ປິດ​ດ້ານຫຼັງ​ເປັນສະ​ແຕນ​ເລ​ສ​(Stainless) ສ້າງ​ຄວາມຫຼູ​ຫຼາ​ໃຫ້​ໂຕ​ໂມງບໍ່​ໜ້ອຍ​ເລີຍ. ລາ​ຄາ​ແມ່ນ​ຢູ່​ທີ 199 ຢູ​ໂຣ​ ແຕ່​ຍັງ​ບໍ່​ປະ​ກາດມື້​ວາງ​ຂາຍ​ເທື່ອ.

Asus_Zenwatch_5

ສະ​ເປັກ​ຂອງ Zenwatch ຈັດ​ມາ​ໃຫ້​ຄື​ກັບ​ໂມງ​ອັດ​ສະ​ລິ​ຍະ​ຂອງ​ຄ້າຍ​ອື່ນໆ​ເຊັ່ນ: ໃຊ້ລະ​ບົບ​ປະ​ຕິ​ບັດ​ການ Android Waer, ຈ​ໍ​ສະ​ແດງ​ຜົນ AMOLED ຂະ​ໜາດ 1.6 ນິ້ວ ຄວາມ​ລະ​ອຽດ​ໜ້າ​ຈໍ 320 x 320 ຫຸ້ມ​ດ້ວຍ​ກະ​ຈົກ Corning Gorilla Glass 3, ໃຊ້​ໜ່ວຍ​ປະ​ມວນ​ຜົນ​ຂອງ Qualcomm Snapdragon 400 ຄວາມ​ໄວ 1.2 GHz, RAM 512MB ແລະ ຄວາມ​ຈຳ​ພາຍ​ໃນ​ເຄື່ອງ 4GB. ກັນ​ນ້ຳ​, ກັນ​ຝຸ່ນ​ມາດ​ຕະ​ຖານ IP55. ມີ​ສອງ​ສີ​ໃຫ້​ເລືອກ​ຄືສີ Silver ແລະ Rose Gold ທັງ​ສອງ​ສີນິ້​ມາ​ພ້ອມ​ກັບ​ສາຍ​ໜັງ​ສີ​ນ້ຳ​ຕານ.

 

ຂອບ​ໃຈ​ທີ​ມາ Asus