Apple ສົ່ງບັດເຊີນເປີດ ໂຕສິນຄ້າໃໝ່ iPhone 5S&iPhone 5C?

apple-iphone-event-10-sep-2013

ແລະແລ້ວກະເປັນໄປຕາມທີ່ທຸກໆຄົນຄິດໄວ້ເຊິ່ງວ່າ Apple ໄດ້ສົ່ງບັດເຊີນໄປຮ່ວມງານທີ່ສຳນັກງານໃຫຍ່ຂອງ Apple (Cupertino). ໃນງານດັ່ງກ່າວ ຄາດວ່າໜ້າຈະເປີດໂຕ iPhone 5S ຈາກຂ່າວລືຈາກຫຼາຍໆບ່ອນຄາດວ່າ ໜ້າຈະມາພ້ອມກັບຊິບປະມວນຜົນ A7, ກ້ອງຫຼັງ 12 ຫຼື 13 ລ້ານພິກເຊວ ພ້ອມ flash ສອງດວງ ແລະ ມາ ພ້ອມເຊັນເຊີກວດຮອຍນິ້ວມື ແລະ ຍັງມີ iPhone 5C ເປັນໄອໂຟນລາຄາຖືກທີ່ເນັ້ນເລື່ອງຄວາມຄຸ້ມຄ່າເຊິ່ງ ວັດສະດຸຂອງຕົວເຄື່ອງນັ້ນຈະເປັນປາລາສຕິກ. ບາງທີ່ໃນງານດັ່ງກ່າວອາດຈະມີການເປີດໂຕ iPad 5, iPad mini 2 ແລະ Macbook Pro, Macbook Air, Mac Pro ລຸ້ນໃໝ່ກໍອາດຈະ ເປັນໄປໄດ້.

ງານດັ່ງກ່າວຈະຈັດຂຶ້ນວັນທີ 10 ກັນຍາ ເວລາ 10:00 ໂມງເຊົ້າຕາມເວລາທ້ອງຖິ່ນ ເວລາຂອງບ້ານເຮົາກໍຈະແມ່ນ 00:00 ໂມງຈອງວັນທີ 5 ຫຼື ທ່ຽງ ຄຶນຂອງວັນທີ 4.

ຂອບໃຈທີ່ມາ Thenextweb