ການວິເຄາະເສດຖະກິດ ແລະ ການເງິນຂອງໂຄງການ
ການວິເຄາະໂຄງການກ່ອນການລົງມືປະຕິບັດມີຄວາມສຳຄັນຫຼາຍເພາະມັນເປັນຕົວຊີ້ວັດວ່າ ໂຄງການນີ້ເມື່ອເຮັດສຳເລັດແລ້ວ ຈະມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ຫຼືບໍ່?
ກົດເກນພື້ນຖານການວິເຄາະເສດຖະກິດຂອງໂຄງການ
ໃນການປະເມີນໂຄງການທີ່ຈະລົງທຶນ ທັງໝົດທັງມວນເຮົາກໍຈະຕ້ອງມາວິເຄາະດ້ານເສດຖະກິດຂອງໂຄງການວ່າເປັນແນວໃດ ຫຼື ບາງຄົນອາດຈະເອີ້ນການວິເຄາະນີ້ວ່າ ການວິເຄາະດ້ານການເງິນ.
ການວິເຄາະເສດຖະກິດຂອງໂຄງການໃນການລົງທຶນ ເຮົາກໍຈະຕ້ອງຄຳນຶ່ງເຖິງ ການສົມທຽບຜົນໄດ້ຮັບໃນກໍລະນີທີ່ ຍັງບໍ່ມີໂຄງການ ແລະ ມີໂຄງການວ່າມີຄວາມປ່ຽນແປງນ້ອຍຫຼາຍສ່ຳໃດ; ປະເມີນກະແສເງິນສົດ; ອັດສາສ່ວນຫຼຸດ ແລະ ເວລາທີ່ເໝາະສົມ ແລະ ມູນຄ່າໃນປະຈຸບັນ.
(1). ຈະເປັນແນວໃດຖ້າມີໂຄງການ ແລະ ບໍ່ມີໂຄງການ?
ເຮົາສາມາດຮູ້ໄດ້ວ່າໂຄງການມີຜົນກະທົບຕໍ່ສັງຄົມ ໄດ້ໂດຍການສົມທຽບໃສ່ກັບ ຜົນປະໂຫຍດ ທີ່ຈະໄດ້ຮັບຫຼັງຈາກມີໂຄງການ ໂດຍການເອົາ ຜົນປະໂຫຍດຕອນທີ່ຍັງບໍ່ມີໂຄງການ ລົບ ໃຫ້ຜົນປະໂຫຍດທີ່ຈະໄດ້ຮັບຫຼັງຈາກມີໂຄງການແລ້ວ ຜົນທີ່ໄດ້ຮັບກໍຄື ຜົນປະໂຫຍດເພີ່ມ ຂອງໂຄງການ.
ຕົວຢ່າງ: ການສົມທຽບກໍລະນີມີ ຫຼື ບໍ່ມີໂຄງການ
ສົມມຸດວ່າ ມີໂຄງການຊົນລະປະທານໃນໄລຍະເວລາ 5 ປີ ຢູ່ແຂວງ ຄ. ໃນໄລຍະເວລາທີ່ບໍ່ມີໂຄງການ, ປະຊາຊົນສາມາດປູກເຂົ້າຂາຍໄດ້ 5 ລ້ານກີບ ຕໍ່ປີ, ພາຍຫຼັງທີ່ມີໂຄງການ ປະຊາຊົນສາມາດປູກເຂົ້າຂາຍໄດ້ 10 ລ້ານກີບ ຕໍ່ປີ. ຕົ້ນທຶນການກໍ່ສ້າງໂຄງການແມ່ນ 10 ລ້ານກີບ, ແຕ່ລະປີມີ ຄ່າໃຊ້ຈ່າຍໃນການບໍລິການແມ່ນ 2 ລ້ານກີບ.
ຄຳຖາມ: ຈາກຂໍ້ມູນດັ່ງກ່າວ, ຜົນກຳໄລທັງໝົດຂອງໂຄງການໃນໄລຍະ 5 ປີ ນີ້ແມ່ນເທົ່າໃດ? ທ່ານຈະຍອມຮັບຂໍ້ສະເໜີຂອງໂຄງການນີ້ບໍ່?
ຕອນບໍ່ມີໂຄງການ | ຕອນມີໂຄງການ | |||
---|---|---|---|---|
ປີ | ຜົນຕອບແທນ B | ຄ່າໃຊ້ຈ່າຍ B | ຜົນຕອບແທນ A | ຄ່າໃຊ້ຈ່າຍ A |
0 | 0 | — | — | 10 |
1 | 5 | — | 10 | 2 |
2 | 5 | — | 10 | 2 |
3 | 5 | — | 10 | 2 |
4 | 5 | — | 10 | 2 |
5 | 5 | — | 10 | 2 |
ລວມ | 25 | 0 | 50 | 20 |
ຄຳຕອບ: ຜົນຕອບແທນທັງໝົດຂອງໂຄງການຊົນລະປະທານໄລຍະ 5 ປີນີ້ ແມ່ນ 5 ລ້ານກີບ.
ສູດຄິດໄລ່: (ຜົນຕອບແທນ A – ຄ່າໃຊ້ຈ່າຍ A) – (ຜົນຕອບແທນ B) = (50 – 20) – (25) = 5 ລ້ານກີບ.
ສະນັ້ນ, ໂຄງການນີ້ອາດຈະຖືກຍອມຮັບໄດ້.
(2).ປະເມີນກະແສເງິນສົດ
ກະແສເງິນສົດແມ່ນ ເງິນທີ່ເຂົ້າ ແລະ ອອກໃນລະຫວ່າງການດຳເນີນການເຮັດໂຄງການ, ໂດຍກະແສເງິນສົດນີ້ແມ່ນມີຜົນຕໍ່ການປະເມີນໂຄງການ. ແຕ່ວ່າຍັງມີບາງລາຍການທີ່ບໍ່ປາກົດຢູ່ໃນບົດສະຫຼຸບຜົນກຳໄລ ແລະ ຂາດທຶນ ເຊັ່ນ: ຄ່າຫລຸ້ຍຫ້ຽນ(ຄ່າຫລຸ້ຍຫ້ຽນ ແມ່ນການບັນທຶກຄ່າໃຊ້ຈ່າຍເພື່ອຫຼຸດຜ່ອນມູນຄ່າຂອງຊັບສິນຄົງທີ່ໃນໄລຍະຍາວ, ຍ້ອນວ່າມັນບໍ່ໄດ້ໃຊ້ຈ່າຍເງິນສົດ, ມັນເພີ່ມກະແສເງິນສົດທີ່ບໍ່ມີຄ່າໃຊ້ຈ່າຍເພື່ອຫຼຸດຜ່ອນເງິນທີ່ຫາມາໄດ້ຈາກການບັນທຶນການລາຍງານ.
ຕົວຢ່າງ:
ສົມມຸດວ່າ ມີໂຄງການຊົນລະປະທານຢູ່ແຂວງ ກ. ໂຄງການນີ້ຖືກຄາດໝາຍໃຫ້ນຳໃຊ້ໄດ້ເປັນເວລາ 10 ປີ. ມູນຄ່າຕົ້ນທຶນທັງໝົດແມ່ນ 10 ຕື້ກີບ. ຫຼັງຈາກຕິດຕັ້ງອຸປະກອນສຳເລັດແລ້ວ, ໃນແຕ່ລະປີຈະຕ້ອງໃຊ້ຈ່າຍ 1 ຕື້ກີບ ໃນການບຳລຸງຮັກສາລະບົບຊົນລະປະທານ. ຄ່າບໍລິການທີ່ເກັບຈາກຜູ່ຊົມໃຊ້ຊົນລະປະທານແມ່ນຜູ່ລະ 0.5 ຕື້ກີບ ຕໍ່ປີ.
ຄຳຖາມ: ຈະຕັດສິນໃຈເຮັດໂຄງການນີ້ບໍ່?
ປີ | ຜົນຕອບແທນ | ຄ່າໃຊ້ຈ່າຍ | ຜົນຕອບແທນສຸດທິ |
---|---|---|---|
0 | 0 | 10 | -10 |
1 | 0.5 | 1 | -0.5 |
2 | 0.5 | 1 | -0.5 |
3 | 0.5 | 1 | -0.5 |
4 | 0.5 | 1 | -0.5 |
5 | 0.5 | 1 | -0.5 |
6 | 0.5 | 1 | -0.5 |
7 | 0.5 | 1 | -0.5 |
8 | 0.5 | 1 | -0.5 |
9 | 0.5 | 1 | -0.5 |
10 | 0.5 | 1 | -0.5 |
ລວມ | 5 | 20 | -15 |
ຄຳຕອບ: ຜົນຕອບແທນຂອງໂຄງການນີ້ ແມ່ນຕ່ຳກວ່າຄ່າໃຊ້ຈ່າຍຊຶ່ງໝາຍວ່າຖານະການເງິນແມ່ນບໍ່ເໝາະສົມ. ສະນັ້ນ, ຈຶ່ງຈຳເປັນຕ້ອງໄດ້ຍົກເລີກໂຄງການນີ້.
(3).ອັດຕາສ່ວນຫຼຸດ
ປົກກະຕິແລ້ວ, ການທີ່ຈະເລືອກເອົາໂຄງການໃດໜຶ່ງແມ່ນ ຈະຕ້ອງເລືອກເອົາໂຄງການທີ່ມີຜົນຕອບແທນຫຼາຍກວ່າຄ່າໃຊ້ຈ່າຍທັງໝົດ. ຖ້າຫາກວ່າຜົນຕອບແທນ ແລະ ລາຍຈ່າຍສາມາດສັງລວມໄດ້ໃນປີດຽວ ແມ່ນເຮົາສາມາດຕັດສິນໄດ້ງ່າຍ, ແຕ່ວ່າ ສ່ວນຫຼາຍແລ້ວ ໂຄງການທີ່ຈະລົງທຶນ ແມ່ນ ປີທຳອິດຈະມີລາຍຈ່າຍຫຼາຍ ແລະ ຍັງບໍ່ທັນມີຜົນຕອບຮັບແມ່ນໃນທັນທີ(ເນື່ອງຈາກວ່າຍັງຢູ່ໃນການກໍ່ສ້າງ). ສະນັ້ນ, ເພິ່ນຈຶ່ງໃຊ້ອັດຕາສ່ວນຫຼຸດເຂົ້າມາໃຊ້ໃນການຕັດສິນບັນຫາດັ່ງກ່າວ, ຊຶ່ງເຮົາຈະສັ່ງເກດເຫັນວ່າ ຄ່າໃຊ້ຈ່າຍ ແລະ ຜົນຕອບແທນໃນແຕ່ລະປີຈະມີຄວາມແຕກຕ່າງກັນ.
ຕົວຢ່າງ: ເຮົາຈະເລືອກອັນໃດລະຫວ່າງເອົາເງິນມາລົງທຶນ ກັບ ເອົາເງິນໄປຝາກທະນາຄານ? ທັງສອງຢ່າງນີ້ມີຕົວປ່ຽນດຽວກັນຄື ອັດຕາດອກເບ້ຍ(ຖ້າເວົ້າ ໃນກໍລະນີເອົາເງິນໄປຝາກທະນະຄານເຮົາກໍຈະເວົ້າວ່າ “ອັດດອກເບ້ຍ”, ແຕ່ວ່າ ກໍລະນີໂຄງການນັ້ນ ເຮົາຈະເວົ້າວ່າ ອັດຕາສ່ວນຫຼຸດ). ເຮົາລອງມາສົມມຸດຕົວຈິງເບິ່ງ, ສົມມຸດວ່າເຮົາໄປຝາກເງິນ 100 ກີບໃນທະນາຄານ ແນ່ນອນວ່າ ເຮົາຈະໄດ້ເງິນເພີ່ມຂຶ້ນຢູ່ແລ້ວໃນອະນາຄົດ ຊຶ່ງເງິນທີ່ເພີ່ມຂຶ້ນແມ່ນເງິນທີ່ໄດ້ຈາກອັດຕາດອກເບ້ຍ, ບາດນນີ້ ເຮົາລອງຄິດເບິ່ງວ່າ ມັນຍັງມີ ອັດຕາເງິນເຟີ້ເຂົ້າມາກ່ຽວນຳ ອັດຕາເງິນເຟີ້ ແມ່ນ ສິ່ງທີ່ຈະເຮັດໃຫ້ເງິນຂອງເຮົານັ້ນເສຍຄ່າໄປ ອ່ານລາຍລະອຽດແບບເຈາະເລິກໄດ້ຈາກບົດຄວາມທີ່ຜ່ານມາໄດ້ທີ່ ອັດຕາເງິນເຟີ້ແມ່ນຫຍັງ? ສົມມຸດວ່າອັດຕາດອກເບ້ຍທີ່ທະນາຄານໃຫ້ແມ່ນ 7%, ແຕ່ວ່າ ອັດຕາເງິນເຟີ້ແມ່ນ 8% ນັ້ນໝາຍວ່າ ຖ້າເຮົາເອົາເງິນໄປຝາກ ເຮົາກໍຈະຫຼຸດທຶນແນ່ນອນ(ແຕ່ໃນຄວາມເປັນຈິງແລ້ວ ທະນາຄານຈະໃຫ້ອັດຕາດອກເບ້ຍສູງກວ່າອັດຕາເງິນເຟີ້ຢູ່ແລ້ວ). ໃຫ້ເຮົາສົມທຽບວ່າ ຖ້າເຮົາເອົາເງິນໄປຝາກທະນາຄານ ໄດ້ດອກເບ້ຍ 7% ແລະ ເອົາເງິນໄປລົງທຶນໃສ່ໂຄງການທີ່ມີອັດຕາສ່ວນຫຼຸດ 12% ເຮົາຈະເລືອກອັນໃດ, ແນ່ນອນວ່າເຮົາຈະຕ້ອງເລືອກໄປລົງທຶນໃສ່ໂຄງການແນ່ນອນ.
(4).ມູນຄ່າປະຈຸບັນ(Present Value: PV)
ມູນຄ່າປະຈຸບັນ ຖ້າເວົ້າໃນເລື່ອງການລົງທຶນແລ້ວ ຖ້າທ່ານລົງທຶນໃນມື້ນີ້ຈຳນວນ 100 ກີບ, ຈຳນວນເງິນໃນອະນາຄົດມັນກໍຄົງບໍ່ເທົ່າເກົ່າແນ່ນອນ. ດັ່ງນັ້ນ, ຖ້າຫາກວ່າທ່ານບໍ່ໄດ້ຄິດໄລ່ ມູນຄ່າປະຈຸບັນ ຂອງເງິນທີ່ທ່ານຈະລົງທຶນໄປ ແລະ ໄລຍະເວລາຂອງໂຄງການແມ່ນໃຊ້ເວລາດົນ ທ່ານອາດຈະມີບັນຫາທາງດ້ານການເງິນໄດ້ ເນື່ອງຈາກວ່າມູນຄ່າທີ່ແທ້ຈິງຂອງເງິນນັ້ນຫຼຸດລົງ. ເຊັ່ນຕົວຢ່າງ: ຖ້າທ່ານຕັ້ງງົບປະມານຊື້ ປຶ້ມ 1 ແພັກ ຕໍ່ 100 ກີບ, ໂຄງການຂອງທ່ານແມ່ນໃຊ້ເວລາຢູ່ 5 ປີຈຶ່ງສຳເລັດ, ແຕ່ວ່າເມື່ອມາຮອດປີທີ 3 ມູນຄ່າຂອງປຶ້ມເພີ່ມຂຶ້ນ 15% ງົບປະມານທີ່ທ່ານຈະຕ້ອງຊື້ປຶ້ມໃນປີທີ່ 3 ຈະຕ້ອງເປັນ 115 ກີບ, ນັ້ນໝາຍຄວາມວ່າທ່ານຈະຕ້ອງເສຍເງິນ 15 ກີບ ໃນທຸກໆຄັ້ງທີ່ທ່ານຊື້ປຶ້ມ ຊຶ່ງເງິນທີ່ທ່ານກຳນົດໄວ້ຕັ້ງແຕ່ເລີ່ມໂຄງການຄົງຈະໝົດກ່ອນໂຄງການສຳເລັດແນ່ນອນ.
ອີກຕົວຢ່າງໜຶ່ງກໍຄື ຖ້າເຮົາຕ້ອງການເງິນ 150 ກີບ ໃນອີກ 5 ປີຂ້າງໜ້າ, ທ່ານເອົາເງິນໄປຝາກໄວ້ຢູ່ທີ່ທະນາຄານ ຊຶ່ງທະນາຄານໃຫ້ດອກເບ້ຍ 7% ຕໍ່ປີ, ທ່ານຈະຕ້ອງໃຊ້ເງິນເທົ່າໃດ ໃນປະຈຸບັນ ຈຶ່ງຈະໄດ້ເງິນຕາມທີ່ເຮົາກຳນົດໄວ້ໃນ 5 ປ້ ຂ້າງໜ້າ. ທ່ານຈະຕ້ອງໃຊ້ເງິນ 107 ກີບ ໃນການເອົາໄປຝາກທະນາຄານໄວ້ໃນມື້ນີ້ ທ່ານຈຶ່ງຈະໄດ້ເງິນຕມທີ່ທ່ານຕ້ອງການໃນອະນາຄົດ.
ສະຫຼຸບ, ຈາກທີ່ທ່ານອ່ານຢູ່ຂ້າງເທິງ ຕົວຢ່າງ ການຊື້ປຶ້ມຂອງໂຄງການ ເຫັນວ່າ ເຮົາຕ້ອງປ່ຽນມູນຄ່າເງິນທີ່ຢູ່ໃນໂຄງການ ໃຫ້ມາເປັນມູນຄ່າປະຈຸບັນ ເພື່ອເຮັດໃຫ້ມີການສົມດຸນດ້ານການເງິນ ແລະ ເສດຖະກິດຂອງໂຄງການ.
ສູດຄິດໄລ່
PV = FV/((1+r)^t)
PV ແມ່ນ ມູນຄ່າປະຈຸບັນ
FV ແມ່ນ ມູນຄ່າໃນອະນາຄົດ(Future Value)
r ແມ່ນ ອັດຕາສ່ວນຫຼຸດ ຫຼື ອັດຕາດອກເບ້ຍ
t ແມ່ນ ໄລຍະເວລາ(ປີ)
3 ມາດຖານຂອງການລົງທຶນ ເມື່ອເຮົາຕ້ອງຄຳນຶ່ງເຖິງຜົນຕອບແທນສູງສຸດທີ່ໄດ້ຮັບຈາກໂຄງການ
1. ມູນຄ່າປະຈຸບັນສຸດທິ(Net Present Value: NPV) ໝາຍວ່າ ປະເມີນມູນຄ່າຕົວຈິງຂອງໂຄງການ.
2. ອັດຕາສ່ວນຂອງຜົນຕອບແທນ ແລະ ຄ່າໃຊ້ຈ່າຍ(Cost Benefit Ratio: B/C) ປະເມີນຜົນຕອບແທນສຸດທິຂອງການລົງທຶນ ຕໍ່ 1 ຫົວໜ່ວຍ.
3. ອັດຕາຜົນຕອບແທນພາຍໃນ(Internal Rate of Return: IRR) ສະແດງເຖິງອັດຕາຜົນຕອບແທນເຊັ່ນ: ອັດຕາດອກເບ້ຍ.
ອັດຕາສ່ວນ ຜົນຕອບແທນ ແລະ ຄ່າໃຊ້ຈ່າຍຂອງໂຄງການ(Cost Benefit Ratio:B/C)
ການວິເຄາະເສດຖະກິດ ແລະ ການເງິນຂອງໂຄງການ ທຳອິດເຮົາຈະຕ້ອງຄິດໄລ່ ອັດຕາສ່ວນ ຜົນຕອບແທນ ແລະ ຄ່າໃຊ້ຈ່າຍຂອງໂຄງການ(Cost Benefit Ratio) ຖ້າຫາວ່າອັດຕາສ່ວນ B/C ມີຄ່າໃຫຍ່ກວ່າ 1 ສະແດງວ່າ ໂຄງການດັ່ງກ່າວມີຜົນກຳໄລທີ່ຄາດຄະເນໄດ້ຈາກໂຄງການມີຫຼາຍ ດັ່ງນັ້ນ ຈຶ່ງເຫັນວ່າໂຄງການດັ່ງກ່າວເໝາະສົມຕໍ່ດ້ານເສດຖະກິດທີ່ຈະລົງທຶນ. ແຕ່ວ່າ, ຖ້າອັດຕາສ່ວນ B/C ນ້ອຍກວ່າ 1 ສະແດງວ່າໂຄງການດັ່ງກ່າວມີຜົນກຳໄລບໍ່ພຽງພໍ ເມື່ອທຽບກັບມູນຄ່າທີ່ລົງທຶນໄປ. ແຕ່ເຖິງຢ່າງໃດກໍ່ຕາມ, ຖ້າຫາກວ່າໂຄງການດັ່ງກ່າວເປັນໂຄງການຂອງລັດ ແລະ ມີອັດຕາສ່ວນ B/C ນ້ອຍກວ່າ 1 ກໍຕາມ ບາງເທື່ອໂຄງການນັ້ນກໍຕ້ອງໄດ້ປະຕິບັດ ເນື່ອງຈາກວ່າ ໂຄງການຂອງລັດເພື່ອແນ່ໃສ່ການຍົກສູງສະຫວັດດີການສັງຄົມ.
ສູດຄິດໄລ່
B/C = ∑(B(t)/(1+i)^t) / ∑(C(t)/(1+i)^t)
B(t) ແມ່ນ ຜົນຕອບແທນທີ່ໄດ້ຈາກໂຄງການໄລຍະເວລາ t
C(t) ແມ່ນ ຄ່າໃຊ້ຈ່າຍໃນໂຄງການໄລຍະເວລາ t
i ແມ່ນອັດຕາດອກເບ້ຍ
t ແມ່ນໄລຍະເວລາຂອງໂຄງການ
ໃນການຕັດສິນໃຈ, ຖ້າ B/C ແມ່ນໃຫຍ່ກວ່າ 1 ແມ່ນໂຄງການເໝາະສົມ.
ຄ່າໃຊ້ຈ່າຍໃນການຄຸ້ມຄອງ ແລະ ບຳລຸງຮັກສາ(Operate and Maintiance:O/M)
ເຮົາຈະຕ້ອງໄດ້ຄິດໄລ່ຄ່າ O/M ຖ້າຫາກວ່າໂຄງການຂອງເຮົາເປັນໂຄງການທີ່ມີການສ້າງລາຍໄດ້.
ຕົວຢ່າງ: ວິເຄາະການເງິນຂອງໂຄງການລົງທຶນຂອງລັດ ທີ່ໄດ້ຕິດຕັ້ງເຄື່ອງຊົນລະປະທານ ໂດຍເຄື່ອງດັ່ງກ່າວແມ່ນຕ້ອງການເງິນ 3 ລ້ານກີບ ຕໍ່ ປີ ເພື່ອເປັນຄ່າໃຊ້ຈ່າຍໃນການບຳລຸງຮັກສາ. ຈາກແຜນທີ່ວາງໄວ້ ລັດຖະບານຈະເກັບເງິນຈາກຜູ່ຊົມໃຊ້ຊົນລະປະທານ 5000 ກີບ ຕໍ່ ເຮັກຕາ. ສົມມຸດວ່າ ເນື້ອທີ່ຊົນລະປະທານທັງໝົດແມ່ນ 200 ເຮັກຕາ. ໂຄງການນີ້ຈະຢືນຢົງ ຫຼືບໍ່?
ແກ້:
ການເງິນຂອງໂຄງການນີ້ແມ່ນບໍ່ຢືນຢົງ ເນື່ອງຈາກວ່າ ຄ່າ O/M ສູງກວ່າລາຍຮັບຄື 3 ລ້ານກີບ (ທຶນ) > 1 ລ້ານກີບ (5’000 x 200); (ເກັບຄ່ານ້ຳ).
ດັ່ງນັ້ນ, ໂຄງການນີ້ບໍ່ຢືນຢົງ.
ມູນຄ່າປະຈຸບັນສຸດທິ(Net Present Value:NPV)
NPV ແມ່ນຈຳນວນທີ່ປ່ຽນແປງຂອງຜົນຕອບແທນສຸດທິ ທີ່ໄດ້ຈາກອາຍຸການໃຊ້ງານຂອງໂຄງການ. ອີງໃສ່ຄວາມແຕກຕ່າງລະຫວ່າງຜົນຕອບແທນທັງໝົດ ແລະ ຄ່າໃຊ້ຈ່າຍທັງໝົດໃນປະຈຸບັນ. ໂຄງການດັ່ງກ່າວສາມາດຕັດສິນປະສິດທິຜົນທາງດ້ານການເງິນຂອງໂຄງການເອງໄດ້. ນອກນັ້ນ, NPV ແມ່ນຄ່າຄວາມແຕກຕ່າງລະຫວ່າງກະແສເງິນສົດທີ່ເຂົ້າ ແລະ ອອກໃນລະຫວ່າງການດຳເນີນໂຄງການ ເຮົາສາມາດວິເຄາະໄດ້ວ່າໂຄງການດັ່ງກ່າວ ມີກຳໄລ ຫຼືບໍ່.
ສູດຄິດໄລ່
NPV = C(0) + I(0) + ∑[I(n)/(1+r^)n]
I(0),I(1),…,I(n) ແມ່ນຜົນຕອບແທນສຸດທິໃນແຕ່ລະປີ, ເລກໃນວົງເລັບແມ່ນຕົວເລກຂອງປີເຊິ່ງເລີ່ມຈາກປີທີ 0 ຫາ ປີທີ n.
r ແມ່ນອັດຕາສ່ວນຫຼຸດ(ດອກເບ້ຍ)
n ແມ່ນປີທີ່ມີການລົງທຶນ
C(0) ແມ່ນລາຍຈ່າຍປີທີ 0
ໃນການຕັດສິນໃຈເລືອກ:
ຖ້າຫາກ NPV > 0 ໂຄງການດັ່ງກ່າວແມ່ນຍອມຮັບໄດ້, ແຕ່ຈຳນວນ NPV ບໍ່ມີສ່ວນກ່ຽວຂ້ອງຫຍັງກັບມູນຄ່າທີ່ແນ່ນອນຂອງໂຄງການໃນບັນດາໂຄງການຕ່າງໆ.
ຕົວຢ່າງ: ລາຍຮັບແມ່ນນອນຢູ່ໃນ 10 ປີເບື້ອງຕົ້ນ, ສົມມຸດວ່າ ທ່ານລົງທຶນໄປ 900 ກີບ ເພື່ອກໍ່ສ້າງລະບົບ ຊົນລະປະທານໃນປີທຳອິດ ແລະ ທ່ານຄາດໄວ້ວ່າຈະໄດ້ຮັບຜົນຕອບແທນ 100 ກີບ ຕໍ່ປີ ຕະຫຼອດໄລຍະ 10 ປີ, ໃຫ້ສົມທຽບຜົນຕອບແທນ ແລະ ຈຳນວນຂອງການລົງທຶນທັງໝົດ. ທ່ານສາມາດຄິດໄລ່ລາຍຮັບທັງໝົດ ໂດຍໃຊ້ອັດຕາສ່ວນຫຼຸດ (r = 10%) ໃນປະຈຸບັນຊຶ່ງສາມາດຄິດໄລ່ໄດ້ຈາກຜົນລວມຂອງຜົນຕອບແທນມູນຄ່າປະຈຸບັນສຸດທິ ໃນແຕ່ລະປີ ລົບ ໃຫ້ຄ່າໃຊ້ຈ່າຍທັງໝົດໃນເບື້ອງຕົ້ນ.
ປີ | ຜົນຕອບແທນ(ມູນຄ່າໃນອະນາຄົດ) | ຄ່າໃຊ້ຈ່າຍ(ມູນຄ່າໃນອະນາຄົດ) | ສູດຄິດໄລ່ດ້ວຍອັດຕາສ່ວນຫຼຸດ(r=10%) | ມູນຄ່າປະຈຸບັນຂອງຜົນຕອບແທນສຸດທິ |
---|---|---|---|---|
0 | 0 | -900 | — | -900 |
1 | 100 | 0 | 100/(1.1) | 0 |
2 | 100 | 0 | 100/(1.1)^2 | 0 |
3 | 100 | 0 | 100/(1.1)^3 | 0 |
4 | 100 | 0 | 100/(1.1)^4 | 0 |
5 | 100 | 0 | 100/(1.1)^5 | 0 |
6 | 100 | 0 | 100/(1.1)^6 | 0 |
7 | 100 | 0 | 100/(1.1)^7 | 0 |
8 | 100 | 0 | 100/(1.1)^8 | 0 |
9 | 100 | 0 | 100/(1.1)^9 | 0 |
10 | 100 | 0 | 100/(1.1)^10 | 0 |
ລວມ | 1,000 | 900 | ມູນຄ່າປະຈຸບັນສຸດທິ = -285.6 |
NPV = (90.9+82.6+75.1+68.3+62.1+56.4+51.3+46.7+42.4+38.6)-900 = -285.6
ອັດຕາຜົນຕອບແທນພາຍໃນ (Internal Rate of Return: IRR)
IRR ໝາຍເຖິງຜົນຕອບແທນທີ່ໄດ້ຈາກໂຄງການ ເມື່ອ NPV ເທົ່າສູນ. ບາງໂຄງການຈະບໍ່ມີ IRR ເນື່ອງຈາກວ່າ ໂຄງການດັ່ງກ່າວນັ້ນບໍ່ແມ່ນໂຄງການທີ່ສ້າງສຳເລັດແລ້ວເປີດໃຫ້ບໍລິການ(ເກັບເງິນ). ສະນັ້ນ, ໂຄງການໃດທີ່ມີການບໍລິການ(ເກັບເງິນ) ໂຄງການນັ້ນຈະຕ້ອງໄດ້ໄລ່ IRR ເພື່ອໃຫ້ຮູ້ວ່າໂຄງການນັ້ນໄດ້ກຳໄລ ຫຼືບໍ່?
ແຕ່ວ່າການໄລ່ IRR ນັ້ນກໍ່ຍັງມີບັນຫາຢູ່ ໃນເລື່ອງຄວາມເຂົ້າໃຈ ເຊັ່ນ ໂຄງການອາດໃຫ້ IRR ທີ່ສູງ, ແຕ່ວ່າ NPV ນັ້ນນ້ອຍ ມັນອາດຈະເປັນຍ້ອນ ໄລຍະເວລາໂຄງການສັ້ນ ຈຶ່ງເຮັດໃຫ້ມີ IRR ສູງ ເຮັດໃຫ້ເຮົາຄິດວ່າ ຈະໄດ້ຜົນກຳໄລທີ່ດີ ແຕ່ NPV ຊ້ຳພັດນ້ອຍ. ກົງກັນຂ້າມ ໄລຍະເວລາໂຄງການຍາວມີ IRR ທີ່ນ້ອຍ, ແຕ່ NPV ສູງ ຍ້ອນວ່າໂຄງການອາດຈະຜົນຕອບແທນທີ່ຊ້າ, ແຕ່ໂຄງການມີການຈັດສັນງົບປະມານທີ່ດີ(ຫຼາຍ) ກໍ່ຈະເຮັດໃຫ້ມີຜົນກຳໄລທີ່ດີຄືກັນ.
ນອກນັ້ນ, ບາງຄັ້ງ(ເກີດໜ້ອຍທີ່ສຸດ) ໂຄງການທີ່ມີໄລຍະຍາວ ອາດຈະໃຊ້ເງິນທີ່ໄດ້ຈາກອັດຕາສ່ວນຫຼຸດ ນຳມາລົງທຶນໃໝ່ ໃນລະຫວ່າງການເຮັດໂຄງການ ຊຶ່ງມັນອາດຈະເຮັດໃຫ້ທ່ານຄິດວ່າໂຄງການດັ່ງກ່າວຄົງສິໄດ້ກຳໄລດີ. ສະນັ້ນ, ເພິ່ນຈຶ່ງໄດ້ຄິດໄລ້
ມີສູດຄິດໄລ່ດັ່ງນີ້:
∑(B(t)-C(t))/(1+i)^t = 0
ຫຼື
r1+(r2-r1)x[NPV(r1)/(NPV(r1)-NPV(r2))]
ຫຼື
ສູດຄ້າຍຄືກັນກັບສູດຄິດໄລ່ NPV ຄື
NPV =C(0)+ ∑C(t)/(1+r)^t
C(0) ແມ່ນ ເງິນລົງທຶນໃນຕອນຕົ້ນຂອງການລົງທຶນ
C(t) ແມ່ນ ເງິນຂາເຂົ້າໃນລະຫວ່າງການລົງທຶນໃນປີທີ t
r ແມ່ນ ອັດຕາສ່ວນຫຼຸດ ຫຼື ອັດຕາດອກເບ້ຍ
t ແມ່ນ ປີທີຂອງໂຄງການ
ຕົວຢ່າງ:
ມີສອງໂຄງການ(A ແລະ B) ມີເງິນລົງທຶນ 300$ ແລະ 600$ ຕາມລຳດັບ. ມີອັດຕາສ່ວນຫຼຸດ 12% ແລະ ມີຕົ້ນທຶນໃນຫານກໍ່ສ້າງແມ່ນ
ຄຳຖາມ: ຈະເລືອກເອົາໂຄງການໃດດີ?
ໂຄງການ A | ໂຄງການ B | |
---|---|---|
ປິ | ເງິນເຂົ້າ | ເງິນເຂົ້າ |
0 | -300 | -600 |
1 | 200 | 400 |
2 | 130 | 200 |
3 | 50 | 150 |
IRR(A) = -300+(600/1.12^1)+(130/1.12^2)+(50/1.12^3)
IRR(A) = 18%
IRR(B) = -600+(400+1.12^1)+(200/1.12^2)+(150/1.12^3)
IRR(B) = 23%
ສົມມຸດວ່າ ຕົ້ນທຶນຂອງໂຄງການ A ແມ່ນ 8% ແລະ B ແມ່ນ 15%. ສະແດງວ່າ, ເຖິງວ່າ IRR(A)<IRR(B) ກໍຕາມ ແຕ່ວ່າ ຕົ້ນທຶນຕ່ຳກວ່າ. ດັ່ງນັ້ນ, ຈຶ່ງເລືອກເອົາໂຄງການ A.
ຕົວຢ່າງ:
ສົມມຸດວ່າ ໂຄງການ ກ. ສາມາດໃຫ້ NPV 37.4 ຢູ່ໃນອັດຕາສ່ວນຫຼຸດ 12% ແລະ NPV -10.1 ຢູ່ໃນອັດຕາສ່ວນຫຼຸດມູນຄ່າ 14%. ມາຮອດນີ້ທ່ານຮູ້ວ່າ IRR ຂອງໂຄງການນີ້ແມ່ນຢູ່ໃນລະຫວ່າງສອງອັດຕາສ່ວນຫຼຸດມູນຄ່າດັ່ງກ່າວ ເພາະວ່າ IRR ໝາຍເຖິງ NPV ມີຄ່າເທົ່າ 0. IRR ຂອງໂຄງການນີ້ມີຄ່າເທົ່າໃດ?
12%+(14%-12%)*(37.4/(37.4+10.1)) = 13.6%
ຄຳຕອບແມ່ນ 13.6%