ການອ່ານປຶ້ມຕຳລາບົດຮຽນເປັນອີ່ຫຍັງທີ່ໜ້າເບື່ອ ແລະ ສ່ວນຫຼາຍອ່ານແລ້ວຮູ້ສຶກມັນບໍ່ເຂົ້າສະໝອງເລີຍ ເຊັ່ນຕົວຢ່າງ ອ່ານປຶ້ມທີ່ເປັນທິດສະດີ ແຮງບໍ່ຮູ້ເລື່ອງຫຍັງເລີຍ, ແຕ່ຖ້າອ່ານປຶ້ມຕຳລາທີ່ເປັນປຶ້ມເລກນິ ພໍວ່າໄຄແນ່. ແຕ່ວ່າເຈົ້າຂອງບລອກ ໄດ້ໄປຮູ້ຈັກເຕັກນິກ SQ3R ເປັນເຕັກນິກທີ່ໃຊ້ໃນການອ່ານປຶ້ມຕຳລາໃຫ້ມີປະສິດທິພາບ.
ເຕັກນິກນີ້ຄິດຄົ້ນນໂດຍ ທ່ານ Francis Pleasant Robinson ທີ່ຂຽນໄວ້ໃນປຶ້ມ Effective Study ໃນປີ 1946. ເຕັກນີ້ແມ່ນຖືກຄິດຄົ້ນຂຶ້ນເພື່ອໃຫ້ ນັກສຶກສາ ອ່ານປຶ້ມຕຳລາ ໃຫ້ມີປະສິດທິພາບສູງສຸດ ໂດຍຈະແບ່ງອອກເປັນ 5 ຂັ້ນຕອນຄື: Survey, Question, Read, Recite ແລະ Review. ເຮົາຈະມາເບິ່ງກັນວ່າແຕ່ລະຂັ້ນຕອນມີລາຍລະອຽດແບບໃດແນ່.
Survey
ຂັ້ນຕອນທຳອິດ ເຮົາຈະຕ້ອງສຳຫຼວດກ່ອນ, ອ່ານແບບ skrim ກະຄືອ່ານແບບຜ່ານໆ ໂດຍບໍ່ຕ້ອງຈຳເປັນຕ້ອງຈື່ເນື້ອໃນຫຍັງທັງໝົດ ເຮົາມີພຽງແຕ່ວ່າອ່ານແຕ່ໂຕທີ່ມັນເປັນຫົວຂໍ້ ໃຫຍ່, ຫົວຂໍ້ ຫຍ່ອຍ ຂອງມັນເທົ່ານັ້ນ. ຂັ້ນຕອນນີ້ ໃຫ້ເຮົາເຂົ້າໃຈວ່າ ສິ່ງທີ່ເຮົາຈະໄດ້ກໍຄື ໄອເດຍຄ້າວໆຂອງບົດຮຽນນັ້ນໆວ່າມັນຈະເວົ້າຫຍັງແນ່ ມີຫຍັງທີ່ເປັນຕາສົນໃຈບໍ່, ຂັ້ນຕອນນີ້ມັນກໍຈະຄ້າຍໆຕອນທີ່ເຮົາໄປຟັງບົດນຳສະເໜີຂອງກະເຈົ້າຫັ້ນແຫຼະ ບາງເທື່ອ ເຂົາອາດຈະຍົກສະໄລ້ໜຶ່ງຂຶ້ນມາ ທີ່ເປັນສະໄລ້ຫົວຂໍ້ ວ່າໃນບົດນຳສະເໜີນັ້ນ ເຂົາຈະເວົ້າຈັກຫົວຂໍ້ ແລະ ມີຫົວຂໍ້ໃດແນ່, ສິ່ງນີ້ຈະເຮັດໃຫ້ຜູ່ທີ່ເປັນຄົນຟັງ ຫຼື ໃນຖານະນີ້ແມ່ນຜູ່ທີ່ອ່ານຮູ້ໄດ້ວ່າເຮົາກຳລັງຈະອ່ານຫຍັງຢູ່.
ຈາກປະສົບການໂຕຈິງເຫັນວ່າ ຂັ້ນຕອນນີ້ ມີຜົນຫຼາຍ ເພາະແຕ່ກ່ອນແມ່ນ ເຈົ້າຂອງບລອກ ຈະອ່ານຕັ້ງແຕ່ຫົວຂໍ້ທຳອິດໄປເລີຍໂດຍບໍ່ຮູ້ວ່າເນື້ອໃນຕໍ່ໄປມນັຈະເວົ້າຫຍັງແນ່ ອ່ານໄປແບບຄືມັນເປັນປຶ້ມນິຍາຍອີຫຍັງຈັກຢ່າງນິລະ ແບບວ່າອ່ານຂ້າມໄປຕອນສຸດທ້າຍເລີຍບໍ່ໄດ້ ຫະຫະ. ແຕ່ໃຫ້ເຂົ້າໃຈວ່າ ເຮົາກຳລັງອ່ານປຶ້ມຕຳລາ ບໍ່ແມ່ນປຶ້ມນິຍາຍ ທີ່ຈະອ່ານຕັ້ງແຕ່ຕົ້ນຈົນຈົບໂດຍທີ່ຈະຂ້າມໄປວັກໜຶ່ງບໍ່ໄດ້, ປຶ້ມຕຳລາເຮົາສາມາດຂ້າມໄປໂຕທີ່ສຳຄັນເລີຍກະໄດ້.
Question
ຂັ້ນຕອນທີ່ ສອງ ກໍ່ຄືຂັ້ນຕອນ ການຕັ້ງຄຳຖາມກັບຕົນເອງ(ເອີ້ຍ, ບໍ່ແມ່ນລະ) ຕັ້ງຄຳຖາມໃຫ້ກັບຫົວຂໍ້ໃຫຍ່, ຫົວຂໍ້ຫຍ່ອຍ. ເຊັ່ນ: ຄວາມເປັນມາຂອງ…ມັນເປັນແນວໃດ?, ທິດສະດີທ່ານ…..ແມ່ນຫຍັງ?. ຂັ້ນຕອນນີ້ຈະຊ່ວຍໃຫ້ເຮົາມີຄວາມກະຕືລືລົ້ນຢາກອ່ານຍິ່ງຂຶ້ນ ແລະ ມີຄວາມຮູ້ສຶກຢາກຫາຄຳຕອບຂອງຄຳຖາມນັ້ນ ຂຶ້ນມາທັນທີ ທັນໃດເລີຍ.
Read
ຂັ້ນຕອນທີ່ ສາມ ກໍ່ຄືລົງມືອ່ານ ໂດຍການອ່ານຈະອ່ານອີງຕາມຂໍ້ມູນທີ່ເຮົາໄດ້ຈາກຂັ້ນຕອນທີ 1 ແລະ 2 (S ແລະ Q) ອ່ານເພື່ອເພື່ອຫາຄຳຕອບ ຂອງຄຳຖາມທີ່ໄດ້ຈາກຂັ້ນຕອນກ່ອນໜ້ານີ້.
Recite
ຫຼັງຈາກທີ່ເຮົາອ່ານແລ້ວ ກໍຈະລຶ້ມຄືນສິ່ງທີ່ເຮົາອ່ານມາໃນແບບທີ່ເຮົາເຂົ້າໃຈ ຖ້າຈະເວົ້າໃນອີກແບບໜຶ່ງກໍຄືການທວນຄືນດ້ວຍການທີ່ເຮົາເອົາທີ່ສິ່ງທີ່ອ່ານມາ ສອນໝູ່ ຫຼື ໃນແບບທີ່ເຮົາເຂົ້າໃຈ ໂດຍໃຊ້ປະໂຫຍກຄຳເວົ້າໃນແບບຂອງເຮົາ. ພະຍາຍາມຈື່ຈຸດທີ່ສຳຄັນເຊັ່ນ: ຫົວຂໍ້ໃຫ່ຍ ແລະ ຫຍ່ອຍ. ການທວນຄືນແບບນີ້ຄວນຈະເຮັດໃນການແບບການຂຽນດີກວ່າ ເພາະມັນຈະຊື່ໃນການຈື່ໄລຍະຍາວ.
Review
ຂັ້ນຕອນສຸດ້ທານກະຄື ການທວນຄືນ ແຕ່ການທວນຄືນໃນຂັ້ນຕອນນີ້ຈະແຕກຕ່າງຈາກການທວນຄືນໃນຂັ້ນຕອນທີ່ຜ່ານມາ, ໃນຂັ້ນຕອນນີ້ເຮົາກໍຈະມາທົດສອບເບິ່ງວ່າເຮົາຈື່ສິ່ງທີ່ເຮົາອ່ານມາໄດ້ຫຼາຍສ່ຳໃດ ໂດຍການຕອບຄຳຖາມຈາກຫົວຂໍ້ໃຫຍ່ ແລະ ຫຍ່ອຍ. ຕາມຄວາມເປັນຈິງແລ້ວ ຂັ້ນຕອນນີ້ ສ່ວນໃຫຍ່ມັນກະຈະຢູ່ປົນກັບຂັ້ນຕອນ R(read) ແລະ R(recite) ຢູ່ແລ້ວ.