5 ຂໍ້ຄິດກ່ອນການເຮັດໂຄສະນາ

ການທີ່ຈະສ້າງໂຄສະນາໃດໜຶ່ງໃຫ້ກັບ​ໂຕ​ສິນ​ຄ້າ​ຂອງ​ເຮົາ​ໃຫ້​ມັນມີຄວາມສົນໃຈ ແລະ ​ເຮັດ​ໃຫ້​ຜູ່​ທີ່​ໄດ້​ເບິ່ງ​ໄດ້​ຟັງ​ນັ້ນຢາກຊື້ສິນຄ້າເຮົາເປັນ​ສິ່ງ​ທີ່​ທ້າ​ທາຍຫຼາຍ​ສຳ​ລັບ​ນັກ​ການ​ຕະຫຼາດ. ກ່ອນທີ່ຈະມາເປັນໂຄສະນາໃຫ້ເຮົາໄດ້ມາເບິ່ງກັນນັ້ນຮູ້ບໍ່ວ່າເຂົາຜູ່ທີ່ຄິດໂຄສະນາໄດ້ນັ້ນຄວນຄຳນຶ່ງເຖິງຫຍັງແດ່?

ບົດຄວາມນີ້ເຮົາຈະມາເວົ້າກ່ຽວກັບພື້ນຖານການສ້າງໂຄສະນາ ສຳລັບມືໃໝ່ຜູ່ທີ່ສົນໃຈເລື່ອງການຕະຫຼາດ ຫຼື ສື່ຕ່າງໆ. ເຮົາຈະມາເບິ່ງກັນວ່າເຮົາຄວນຄຳນຶ່ງເຖິງຫຍັງເມື່ອເຮົາຈະສ້າງໂຄສະນະໃດໜຶ່ງ
#Stopping power
ທຳອິດເລີຍເຮົາກໍຈະຕ້ອງຕັ້ງຄຳຖາມວ່າ: ມັນຈະສາ​ມາດຢຸດຜູ່ເບິ່ງໄດ້ບໍ່? ເຮົາຈະຕ້ອງເບິ່ງວ່າໂຄສະນາຂອງເຮົານັ້ນມັນຈະຢຸດຜູ່ເບິ່ງຈາກສິ່ງທີ່ເຂົາກຳລັງເຮັດຢູ່ນັ້ນໃຫ້ມາສົນໃຈໂຄສະນາຂອງເຮົາໄດ້ບໍ່?

ການ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຫັນ​ມາ​ສົນ​ໃຈ​ກັບ​ໂຕ​ສິນ​ຄ້າ​ທີ່​ເຮົາ​ໂຄ​ສະ​ນະ​ນັ້ນ​ເປັນ​ສິ່ງ​ທີ່​ສຳ​ຄັນ​ອັນ​ດັບ​ຕົ້ນໆ​ເລີຍ ເຮົາ​ຈະ​ຕ້ອງ​ເບິ່ງ​ຄືນ​ວ່າ​ສິນ​ຄ້າ​ຂອງ​ເຮົາ​ນັ້ນ​ມັນ​ມີ​ຈຸດ​ເດັ່ນ​ໂຕ​ໃດ​ທີ່​ເຮົາ​ຄິດ​ວ່າ​ຈະ​ເຮັດ​ໃຫ້​ຄົນຫຼຽວ​ມາ​ເບິ່ງ​ໂຄ​ສະ​ນາ​ຂອງ​ເຮົາ. ເຮົາ​ຈະ​ຕ້ອງ​ຄິດ​ອີກວ່າ​ເຮົາ​ຈະ​ມີ​ວິ​ທີ​ການ​, ຄວາມ​ຄິດ​ແນວ​ໃດ​ທີ່​ຈະ​ເຮັດ​ໃຫ້​ໂຄ​ສະ​ນາ​ຂອງ​ເຮົາ​ນັ້ນ​ໄປ​ເຕະ​ຕາ​ຄົນ​ໃຫ້​ໄດ້.
#Credibility
ຕໍ່ມາເຮົາກໍຈະມາເບິ່ງວ່າໂຕໂຄສະນາຂອງເຮົານັ້ນ ສ້າງຄວາມເຊື່ອໃຫ້ຜູ່ເບິ່ງໄດ້ບໍ່? ແນ່ນອນວ່າເມື່ອເຮົາຈະຂາຍສິນຄ້າໃດໜຶ່ງ ເຮົາກໍຈະຕ້ອງບອກຄຸນປະໂຫຍດ, ຄວາມສາມາດ, ສັບພະຄຸນຂອງມັນໃຫ້ຜູ່ເບິ່ງ ແລ້ວໃຫ້ຜູ່ເບິ່ງຕັດສິນ. ເຮົາບໍ່ຄວນຈະໂຄສະນາເກີນຈິງເກີນໄປ, ເຮົາຄວນອ້າງຄຸນປະໂຫຍດຂອງໂຕສິນຄ້າເຮົາໃຫ້ມີຄວາມໃກ້ຄຽງກັບຄຸນປະໂຫຍດທີ່ເຂົາຈະໄດ້ຮັບໃນໂລກຄວາມເປັນຈິງ, ເຮົາຈະຕ້ອງຄິດວ່າເຮົາຈະເຮັດແນວໃດໃຫ້ເຂົາເຊື່ອໃນໂຕສິນຄ້າເຮົາ.
#Originality
ໂຄສະນາຂອງເຮົາ ແຕກຕ່າງ, ດັ້ງເດີມ, ແປກໃໝ່ ຫຼືບໍ່? ເຮົາຈະຕ້ອງເບິ່ງວ່າໂຄສະນາຂອງເຮົາທີ່ເຮົານຳສະເໜີນັ້ນມັນເປັນແນວໃດ? ຄວາມຄິດໃນການນຳສະເໜີເປັນສິ່ງແປກໃໝ່ ຫຼື ມັນຄືກັບໂຄສະນາທົ່ວໆໄປ.
#Relevance
ກ່ອນເຮົາຈະຜະລິດສິນຄ້າໃດໜຶ່ງເຮົາກໍຈະຕ້ອງຄິດເບິ່ງວ່າສິນຄ້າຂອງເຮົາເມື່ອຜະລິດອອກມາແລ້ວມັນຈະເປັນທີ່ຕ້ອງການຂອງຄົນໃນສັງຄົມບໍ່, ມັນມີຄວາມກ່ຽວພັນກັບຜູ່ໃຊ້ແນວໃດ. ການໂຄສະນາກໍຄືກັນ ເຮົາກໍຈະຕ້ອງເບິ່ງວ່າໂຄສະນາຂອງເຮົານັ້ນສິ່ງທີ່ເຮົາຈະສື່ເຖິງນັ້ນມັນກ່ຽວພັນກັບໂຕຜູ່ເບິ່ງບໍ່. ຖ້າເຮົາໂຄສະນາທີ່ມັນບໍ່ກ່ຽວພັນກັບຜູ່ເບິ່ງແລ້ວເຂົາຈະສົນໃຈໂຄສະນາຂອງເຮົາບໍ່ ຫວັງວ່າເຂົາຄົງຈະບໍ່ສົນໃຈແນ່ນອນ.
#Empathy
ໂຄສະນາຂອງເຮົານັ້ນມັນສາມາດເຂົ້າເຖິງຄວາມຄິດຂອງໂຕຜູ່ເບິ່ງໄດ້ບໍ່? ໂຄສະນາຂອງເຮົານັ້ນຈະຕ້ອງເບິ່ງວ່າເມື່ອຜູ່ເບິ່ງໄດ້ເບິ່ງແລ້ວເຂົາຈະຄິດແນວໃດ? ໂຄສະນາຂອງເຮົານັ້ນສາມາດເຂົ້າເຖິງຄວາມຮູ້ສຶກຂອງເຂົາໄດ້ບໍ່? ສາມາດເຮັດໃຫ້ເຂົາເບິີງແລ້ວເຂົາຈະເຂົ້າເຖິງໂຕໂຄສະນາຂອງເຮົາໄດ້ບໍ່ ວ່າເຮົາຈະສື່ເຖິງຫຍັງ?