10 ຢ່າງທີ່ທ່ານບໍ່ຄວນເຮັດ ໃນເວລາທ່ານຂຶ້ນເວົ້າ(Presentation)

ເຮົາຈະມາແນະນຳສິ່ງທີ່ຄວນ ແລະ ບໍ່ຄວນເຮັດເວລາທີ່ເຮົາຂຶ້ນໄປເວົ້າ(presentation)ໃນສະຖານທີ່ທີມີຄົນຟັງ ເປັນຈຳນວນຫຼາຍ. ເນື້ອຫາທີ່ຈະເອົາມາຂຽນນີ້ແມ່ນໄດ້ແປຈາກຕົ້ນສະບັບຈາກເວັບ Thenextweb. ເຮົາມາເບິ່ງ ກັນເລີຍວ່າເຮົາເຄີຍເຮັດແບບນີ້ບໍ່ໃນເວລາເວົ້າ ແລະ ເຮົາຄວນປັບປຸງແນວໃດ.

1. ຄຳແກ້ໂຕ

ສິ່ງນີ້ອາດຈະບໍ່ເກີດຂຶ້ນ ຫຼື ເກີດຂຶ້ນແຕ່ເພິ່ນເວົ້າວ່າໜຶ່ງໃນຫ້າຫົວຂໍ້ໃນງານຈະຕ້ອງມີຄຳແກ້ໂຕເຊັ່ນ: ເມື່ອຍ!ຫາກໍ່ເດີນທາງມາຮອດ ຫຼື ຫາກໍ່ລົງຍົນມາ (jet lagged), ຮູ້ສຶກເມື່ອຍ, ບໍ່ສະບາຍ ແລະ ຄໍາແກ້ ໂຕຕ່າງໆທີ່ຜູ້ຟັງ ນັ້ນບໍ່ຢາກໄດ້ຍິນ. ເຊິ່ງຜູ້ຟັງນັ້ນຂໍໃຫ້ພຽງແຕ່ທ່ານເຮັດໃຫ້ດີທີ່ສຸດກະເປັນພໍ. ຖ້າທ່ານຮູ້ສຶກບໍ່ໄຫວ ແລະ ຄິດວ່າ ອາດຈະເຮັດບໍ່ໄດ້ກໍຄວນຍົກເລີກການເວົ້າຂອງທ່ານເລີຍ ຫຼື ເລື່ອນໄປໄວ້ຊ່ວງຖັດໄປ, ແລ້ວກິນຢາ, ດື່ມກາເຟຈັກ ຈອກ-ສອງຈອກໃຫ້ຫາຍຊ່ວງ.

2. ດຽວຈະກັບມາເວົ້າອີກຄັ້ງ

ຖ້າຫາກບາງຄົນມີຄຳຖາມທີ່ມີຢູ່ໃນ slide ຂອງທ່ານແຕ່ຍັງບໍ່ທັນບໍ່ທັນໄດ້ເວົ້າແມ່ນໃຫ້ຂ້າມໄປໂຕນັ້ນເລີຍ(ເຊິ່ງ ບໍ່ໜ້າຈະມີຄັນມີອາດຈະດົນໆເທື່ອໜຶ່ງ), ຖ້າມີຄົນກ້າຍົກມືຖາມຄຳຖາມເຈົ້າຄວນຈະສະແດງຄວາມຂອບໃຈໂດຍ ບໍ່ຕ້ອງລັງເລເຊັ່ນ: “ຂອບໃຈສຳລັບຄຳຖາມດີໆ” ແລະ ຊວນໃຫ້ຜູ້ຟັງຄົນອື່ນຍິນດີຜູ້ນັ້ນນຳເຊັ່ນ: ຊວນຕົບມືເພື່ອ ເປັນການຍົກຍ້ອງຄວາມກ້າຫານຂອງລາວ.ຄວາມເຫັນສວ່ນໂຕແລ້ວການທີ່ເຮັດແບບນີ້ແມ່ນມັນຍິ່ງເປັນການ ຊ່ວຍໃຫ້ຄົນອື່ນໆທີ່ຍັງມີຄຳຖາມກ້າລຸກຂຶ້ນທີ່ຈະຖາມຄຳຖາມທີ່ຂ້ອງຄາໃຈນັ້ນ.

3. ໄດ້ຍິນບໍ່? ອາໂຫຼ! 1! 2! 3!

ສິ່ງນີ້ແມ່ນເປັນສິ່ງທີຄົນນິຍົມກັນເລີບລະຕອນຂຶ້ນໄປທຳອິດເລີຍນິ. ແຕະໄມຈັກສອງ-ສາມບາດແລ້ວເວົ້າວະລີ ທີ່ຄຸ້ນຫູ “ໄດ້ຍິນບໍ່” ແລ້ວກະສະແດງຄຳຂໍໂທດເວລາທີ່ສຽງມັນໄດ້ຍິນຢ່າງຊັດເຈນ. ສິ່ງນີ້ເປັນສິ່ງທີ່ທ່ານບໍ່ຄວນ ເຮັດ ແລະ ບໍ່ແມ່ນໜ້າທີ່ຮັບຜິດຊອບຂອງທ່ານທີ່ຈະມາກວດສອບວ່າໄມໃຊ້ໄດ້ບໍ່. ເຊິ່ງຈະມີຄົນຄຸມເຄື່ອງສຽງຢູ່ ແລ້ວ ແລະ ທ່ານບໍ່ຕ້ອງໄປຫຍຸ້ງເລີຍກັບເລື່ອງເຄື່ອງສຽງ.ຫາກວ່າເກີດມີບັນຫາເຊັ່ນວ່າເກີດບໍ່ມີສຽງຫຼັງຈາກ ທີ່ເວົ້າໄປແລ້ວກໍ່ເຮັດໂຕສະບາຍ…ສະບາຍແບບບໍ່ມີຫຍັງເກີດຂຶ້ນ, ນັບໜຶ່ງຮອດສາມແລ້ວລອງໃໝ່. ຖ້າຫາກ ເກີດມີບັນຫາເລື່ອງສຽງຂຶ້ນມາແທ້ໆແມ່ນໃຫ້ຢ່າງເປັນຖາມຜູ້ຄວບຄຸມສຽງໃຫ້ເບິ່ງວ່າມັນເກີດຫຍັງຂຶ້ນ. ແລ້ວລໍ ຖ້າຢ່າງໃຈເຢັນໃນຂະນະທີ່ກຳລັງແກ້ໄຂບັນຫານັ້ນໆ.

4. ໄຟຈ້າໂພດເບິ່ງບໍ່ເຫັນ

ເປັນສິ່ງແນ່ນອນຢູ່ແລ້ວທີ່ມັນຈະເກີດຂຶ້ນເວລາທີ່ເຈົ້າ(ຜູ້ເວົ້າ)ຢູ່ເທິ່ງເວທີ, ແສງໄຟຈະຈ້າ ແລະ ຮ້ອນເຊິ່ງເປັນ ເລື່ອງຍາກທີ່ຈະເຫັນຜູ້ຟັງ, ແຕ່ວ່າຜູ້ຟັງບໍ່ຮູ້ດ໋ອກວ່າເຮົາທໍລະມານສ່ຳໃດ :p ພຽງແຕ່ຈ້ອງໄປບ່ອນທີ່ມືດໄວ້, ຍິ້ມເຂົ້າໄວ້ ແລະ ເຮັດທ່າທາງສະບາຍຄືກັບເຮົາເວົ້າຢູ່ບ້ານປະມານນັ້ນ. ຫ້າມເອົາມືຍົກມາປົກຕາ(ເວລາແດດ ຈ້າໆເຮົາມັກຈະເອົາມືຂຶ້ນມາປົກຕາໄວ້, ເຮົາເຮັດຕະຫຼອດ) ເວລາທີ່ເຮົາຕ້ອງການເບິ່ງຜູ້ຟັງໃນກໍລະນີນີ້ກະຄື ຕອນທີ່ເຮົາຂໍເຂົາຍົກມືບໍ່? ຫຼື ຕອນຖາມຄຳຖາມແລ້ວເຮົາບໍ່ເຫັນ. ຄຳທີ່ສຸພາບໃນກໍລະນີນີ້ກະຄື “ຂໍໃຫ້ເປີດໄຟ ໃນຫ້ອງນີ້ຂຶ້ນແນ່”. ອີກທາງເລືອກໜຶ່ງກະຄືຕິດສິນບົນກັບຊ່າງຄວບຄຸມໄຟ(ເວົ້າຫຼິ້ນເດີ້!) ໃຫ້ເວົ້າກັບຊ່າງຄວບ ຄຸມໄຟວ່າຕອນໃດທີ່ເຮົາຕ້ອງການໃຫ້ເຂົາເປີດໄຟ.

5. ອ່ານໄດ້ບໍ່?

ການທີ່ເຮັດຂະໜາດໂຕໜັງສືໃຫ້ໃຫຍ່ສອງເທົ່າຂອງອາຍຸສະເລ່ຍຂອງຜູ້ຟັງເຊິ່ງເປັນຂໍ້ທີ່ຄວນເຮັດເລີຍຢ່າລືມ! ຕົວຢ່າງ: ຫາກຜູ້ຟັງນັ້ນມີອາຍຸສະເລ່ຍ 40 ປີຄວນຈະໃຊ້ຂະໜາດໂຕໜັງສື 80. ແຕ່ວ່າບາງເທື່ອມັນອາດຈະບໍ່ ເໝາະຫາກເຮັດໃຫ້ຂະໜາດໂຕໜັງສືສ່ຳນັ້ນໝົດຕາມຕົວຈິງແລ້ວຂະໜາດ 80 ກະໃຫຍ່ພິລຶກໃດ໋ລະ! ເຊິ່ງບັນ ຫານີ້ຈະນຳໄປເວົ້າໃນຫົວຂໍ້ຖັດໄປ.

6. ໃຫ້ຂ້ອຍອ່ານເອງກະໄດ້ເຈົ້າບໍ່ຕ້ອງເວົ້າລະ

ບໍ່ຕ້ອງເຮັດຈັກເທື່ອ ແລະ ບໍ່ຕ້ອງຄິດທີ່ຈະເຮັດເດັດຂາດທີ່ຈະຕ້ອງເອົາຄຳເວົ້າຫຼາຍໆລົງໃນ slide ເຊິ່ງຜູ້ຟັງຈະ ໃຊ້ເວລາດົນໃນການອ່ານ ແລະ ຖ້າເຮັດກະຈະຈະຕ້ອງບໍ່ເອົາຄຳທີ່ທ່ານຈະເວົ້າໃຫ້ຜູ້ຟັງນັ້ນລົງໃນ slide. ທາງທີ່ດີ ທີ່ສຸດເລີຍທີ່ເຮັດໃຫ້ເສຍຜູ້ຟັງກະຄືການເພີ່ມຄຳເວົ້າທີ່ຫຼາຍໂພດເຂົ້າໃນ slide, ສິ່ງນີ້ຈະ ເກີດເມື່ອທ່ານເພີ່ມຄຳຄັນ ຈະເວົ້າໃນກໍລະນີນີ້ກະຄືປະໂຫຍກຫຼາຍກວ່າສີ່ປະໂຫຍກໃນໜຶ່ງ slide ຜູ້ຟັງຈະອ່ານມັນ ແລະ ຈະເກີດຫຍັງຂຶ້ນ? ຜູ້ຟັງຈະບໍ່ສົນໃຈຟັງເຈົ້າ! ຄວາມເຫັນສ່ວນຕົວກໍລະນີນີ້ມັກເກີດຂຶ້ນຕະຫຼອດລະເກືອບເປັນທຳນຽມເລີຍ! ຄ້ານຈື່ ຄຳທີ່ຈະເວົ້າ…ຂຽນລົງໄປໃນ slide ເລີຍດີກວ່າຈຶ່ງບໍ່ຈໍຳ ເປັນຈື່ໂຕນັ້ນບາດເວລາເວົ້າຈຶ່ງຫຼຽວເບິ່ງເອົາ..ເອີ!ງ່າຍດີ! ປະມານນັ້ນ.

7. ກະລຸນນາປິດໂທລະສັບ, ຄອມພິວເຕີ, ແທ໋ບເລທ

ຄັ້ງໜຶ່ງດົນນານມາແລ້ວກ່ອນເຮົາ(ຜູ້ເວົ້າ)ຈະເລີ່ມຈະຈ້ອງຂໍໃຫ້ປິດໂທລະສັບ, ຄອມພິວເຕີ, ແທ໋ບເລທ ແລະ ອຸປະກອນເອເລັກໂຕນິກທຸກຊະນິດ(ອາລົມຕອນນັ້ນເຮັດປານຢູ່ໃນຍົນກຳລັງຈະອອກເລີຍ). ແຕ່ວ່າປັດຈຸບັນ ຜູ້ຟັງອາດຈະໃຊ້ເພື່ອບັນທຶກສິ່ງທີ່ທ່ານເວົ້າ, ອັບເດດສະຖານະຕົນເອງໃນໂລກສັງຄົມອອນລາຍ Facebook ຫຼື Google plus ບໍ່ປະມານນັ້ນລະ ຫຼື ແມ້ແຕ່ຫຼິ້ນເກມຕາມແຕ່ຄົນຈະເຮັດ. ໂລກປ່ຽນໄປແລ້ວສະນັ້ນຖ້າຈະເຮັດ ແບບນັ້ນກະຂໍໃຫ້ຜູ້ຟັງພຽງແຕ່ປ່ຽນໂໝດໂທລະສັບໃຫ້ເປັນໂໝດງຽບເພື່ອບໍ່ເປັນການລົບກວນຄົນອ້ອມຂ້າງ.

8. ບໍ່ຕ້ອງຈົດ, ຖ່າຍຮູບເພາະບົດທີ່ເຮົາເວົ້າທ່ານສາ ມາດດາວໂຫຼດມາເບິ່ງຕາມຫຼັງກໍໄດ້

ມັນເປັນສິ່ງທີ່ດີເລີຍລະຫາກເຮົາຈະອັບໂຫຼດບົດເຮົາເວົ້າລົງອິນເຕີເນັດແລ້ວໃຫ້ຜູ້ທີ່ສົນໃຈດາວໂຫຼດໄປເບິ່ງຕາມ ຫຼັງ. ແຕ່ຕາມຄວາມເປັນຈິງແລ້ວເຮົາກໍ່ອາດຈະຈົດສິ່ງທີ່ຜູ້ເວົ້ານັ້ນເວົ້າເພື່ອບໍ່ເປັນການລືມ ຫຼື ມັນອາດຈະເປັນ ຈິດໃຕ້ສຳນຶກຂອງເຮົາທີ່ວ່າຢ້ານຟັງແລ້ວຈື່ມັນລືມຈົດດີກວ່າ ແຕ່ບາງຄັ້ງນັ້ນຜູ້ເວົ້ານັ້ນອາດຈະເວົ້າໄວຈົນເຮົາຈົດ ບໍ່ທັນນັ້ນລະບັນຫາມາເລີຍ. ເພາະສະນັ້ນທາງທີ່ດີຜູ້ເວົ້າຄວນຈະອັບໂຫຼດລົງອິນເຕີເນັດ.

9. “ດຽວເຮົາຕອບຄຳຖາມນັ້ນໃຫ້ຟັງເລີຍເນາະ”

ວະລີນີ້ມັກເວົ້າເລື້ອຍໆຫຼັງຈາກທີ່ຜູ້ຟັງຖາມຄຳຖາມແລ້ວເຮົາຕອບຄຳຖາມເລີຍເຊິ່ງເປັນສິ່ງທີ່ດີ ແຕ່ວ່າເຮົາຈະ ຕ້ອງເຮັດຢ່າງໜຶ່ງກ່ອນ! ຕອບຄຳຖາມ. ມັກຈະມີເລື້ອຍໆທີ່ວ່າຜູ້ຟັງບາງຄົນນັ້ນອາດຈະບໍ່ໄດ້ຍິນຄຳຖາມຈາກຄົນ ຜູ້ທີ່ຖາມ ເພາະສະນັ້ນເຮົາຄວນເວົ້າວ່າ: “ເຮົາຈະອ່ານຄຳຖາມຄືນເພື່ອທີ່ທຸກໆຈະໄດ້ຍິນນຳກັນແລ້ວຈຶ່ງຈະຕອບ ຄຳຖາມ” ເຮັດໃຫ້ເປັນນິໄສເລີຍລະເພາະເຮັດໃຫ້ທ່ານມີເວລາເພີ່ມຂຶ້ນໃນການຄິດຄຳຕອບ.

10. “ຈະພະຍາຍາມໃຊ້ເວລາໃຫ້ສັ້ນທີ່ສຸດ”

ວະລີນີ້ຄົງຈະຄຸ້ນຫູກັນເນາະກ່ອນຈະເລີ່ມ ແຕ່ໃຜແນ່ລະຈະເຮັດຕາມຄຳສັນຍານີ້ໄວ້ກັບຜູ້ຟັງ. ຜູ້ຟັງບໍ່ສົນໃຈວ່າ ເຈົ້າຈະໃຊ້ເວລາສັນປານໃດໃນການເວົ້າເຖິງຢ່າງໃດເຂົາກໍເສຍເວລາມານັ່ງຟັງເຈົ້າແລ້ວ ແລະ ຕ້ອງ ການພຽງແຕ່ ສິ່ງທີ່ເຈົ້າຈະເວົ້ານັ້ນມັນເຮັດໃຫ້ເຂົາເກີດຄວາມດຶງດູດໃຈໃຫ້ເຂົາບໍ່ເທົ່ານັ້ນ. ເຈົ້າຄວນບອກໄປວ່າ: “ໃນຕາຕະລາງ ເວລາຫົວຂໍ້ທີ່ຈະເວົ້ານີ້ຈະໃຊ້ເວລາ 30 ນາທີ, ແຕ່ເຮົາຈະໃຊ້ເວລາພຽງ 25 ນາທີສະນັ້ນຈະແລ້ວໄວກວ່າທີ່ທ່ານ ຄາດໄວ້”

  • ອ້າວເວລາໝົດ! ຍັງເຫຼືອອີກຫຼາຍອັນຢູ່ຍັງບໍ່ໄດ້ເວົ້າຈະເຮັດແນວໃດ? ງານເຂົ້າ!!!!!

ຖ້າວ່າເປັນແບບນີ້ກະບໍ່ມີທາງທີ່ຈະແກ້ໄດ້ຫາກເກີດຂຶ້ນມີພຽງແຕ່ແກ້ກ່ອນການຂຶ້ນໄປເວົ້າກະຄືວ່າເຈົ້າຕ້ອງ ຊ້ອມເວົ້າກ່ອນລ່ວງໜ້າເພື່ອບໍ່ໃຫ້ກາຍເວລາທີ່ກຳນົດໄວ້ ແລະ ຖ້າກາຍກໍຕ້ອງໄດ້ແກ້ໄຂ. ທາງທີ່ດີທີ່ສຸດກະຄື ຕ້ອງໃຫ້ເຫຼືອເວລາຢ່າງໜ້ອຍ 5 ນາທີເພື່ອທີ່ຈະໃຫ້ຜູ້ຟັງໄດ້ຖາມຄຳຖາມ ແລະ ຖ້າກາຍເວລາກະຄົງຈະຮູ້ກັນ ດີເນາະຜູ້ຟັງກໍຈະມີທ່າທີກະວົນກະວາຍເພາະວ່າບາງເທື່ອອາດຈະມີຫົວຂໍ້ອື່ນທີ່ເຂົາສົນໃຈເວົ້າໃນຫ້ອງຖັດໄປ ແລະ ກຳລັງຈະເລີ່ມ ແລະ ເຮັດໃຫ້ຜູ້ຟັງບໍ່ສົນໃຈເລີຍ.

ສະຫຼຸບແລ້ວຖ້າເຮົາຈະຂຶ້ນໄປເວົ້າໃນບ່ອນທີ່ມີຄົນຟັງຫຼາຍໆນັ້ນເຮົາຈະຕ້ອງກຽມພ້ອມ, ເປັນໂຕຂອງໂຕເອງ ໃນເວລາເວົ້າ ແລະ ເຮັດໂຕໃຫ້ຄືກັບວ່າເຮົາເປັນນັກເວົ້າທີ່ມີປະສົບການສູງ.

ຂອບໃຈທີ່ມາ Thenextweb