ແຈກຟີຣລາຍເຊັ່ນໂປແກມ SpeedUpMyPC 2012 ສຳລັບທຸກໆຄົນ

SpeedUpMyPC 2012 ເປັນໂປແກມທີ່ຈະມາຈັດແຈງສິ່ງຕ່າງໆໃນຄອມຂອງທ່ານທີ່ເຮັດວຽກໜັກ, ໃຊ້ຊັບພະຍາກອນຂອງຄອມ ທ່ານແບບສິ້ນເປືອງ, ຄອມຊ້າ. ບັນຫາເຫຼົ່ານນີ້ຈະຖືກແກ້ໄຂໂດຍໂປແກມນນີ້ເຊິ່ງໜ້າທີ່ຫຼັກໆຂອງໂຕນີ້ແມ່ນຈະໄປສະແກນສິ່ງຕ່າງໆທີ່ຄອມທ່ານ  ກຳລັງທຳການປະມວນຜົນຢູ່ໃນຂະນະນັ້ນ, ມັນຈະຈັດແຈງການປະມວນຜົນ ແລະ ຟັງຊັ້ນຂອງ CPU ແລະ RAM, ມັນຈະປິດການທຳງານຂອງການ ປະມວນຜົນຂອງຟາຍໃດໜຶ່ງເຊິ່ງເປັນເຫດເຮັດໃຫ້ຄອມຂອງທ່ານຊ້າ.

ເວົ້າຄ້າວໆໄປແລ້ວກະມາເບິ່ງວິທີເຮັດກັນເລີຍ. ວິທີເຮັດນັ້ນຈະຄືກັບການເອົາລາຍເຊັ່ນຂອງ ແຈກລາຍເຊັ່ນ DriverScaner 2012 ຟຼີ 1 ປີ ສຳລັບທຸກໆຄົນ ຖ້າໃຜສົນໃຈໂປແກມ DriverScaner ກະເຂົ້າໄປເບິ່ງເລື່ອງນີ້ໄດ້, ສ່ວນຕອນນີ້ມາເບິ່ງວິທີເອົາລາຍເຊັ່ນ SpeedUpMyPC 2012 ກັນກ່ອນ.

ການແຈກລາຍເຊັ່ນຄັ້ງນີ້ຈະສິ້ນສຸດວັນທີ 1 ເດືອນ 6 ປີ 2012

ໂປໂມຊັ້ນນີ້ສະເພາະແຕ່ຄົນທີ່ຢູ່ອັງກິດເທົ່ນັ້ນ ແຕ່ເຮົາສາມາດປ່ຽນພອດຊີ ຫຼື ໃຊ້ເວັບພອດຊີໃນການເຮັດດັ່ງກ່າວ

1. ເຮົາຕ້ອງເຂົ້າໄປຜູ້ທີ່ໃຫ້ບໍລິການ Web proxy ກ່ອນ. (ຕ້ອງແມ່ນ Web proxy ທີ່ປ່ຽນ IP Adress ເຮົາເປັນປະເທດອັງກິດເທົ່ານັ້ນ)

Web proxy ທີ່ເຮົາແນະນຳ kingsurfproxy ; proxfree ; 123fast ເລືອກເອົາໂຕໃດກະໄດ້ ແ­ນະນຳ kingsurfproxy

2. ກ໋ອບປີ້ລິ້ງໂຕນີ້ໃສ່ບ່ອນ Adress bar ຂອງເວັບ http://mag.uniblue.com/pcadv/sp/ ຫຼັງຈາກນັ້ນຄຣິກ suff

3. ຫຼັງຈາກຄິ້ຣກແລ້ວກໍ່ຈະເຈີໜ້ານີ້.. ຕ້ອງເບິ່ງດີໆວ່າ ມັນຂຽນຟຼີຢູ່ເດີ້

 

4. ກອບແບບຟອມ ພິມຊື່, ເມວ ເປັນຕົ້ນ. ໂຕ Country ປະເທດຫັ້ນແນະນຳໃຫ້ເລືອກປະເທດຕົນເອງນິແຫຼະ ປະເທດລາວເດີ້ ຈຶ່ງບໍ່ມີບັນຫາກັບ ຊ່ອງໂຕ VAT ID

 

5. ເລື່ອນລົງມາລຸ່ມສຸດ…ຄິຣກປຸ່ມສີເຫຼືອງທີ່ຂຽນວ່າຫຍັງກະບໍ່ຮູ້ ບໍ່ຈື່. ຄິຣກໄປກະຈະເຈີໜ້ານີ້

 

6.ເປັນອັນສຳເລັດໄປພຽງເຄິ່ງທາງ

7. ເຂົ້າເມວຂອງທ່ານທີ່ພິມໃສ່ໃນຂັ້ນຕອນທີ່ 4

 

8. ຈະເຫັນວ່າເມວມັນສົ່ງມາລະ…ເມື່ອຄຣິກເຂົ້າໄປກໍຈະເຫັນລາຍເຊັ່ນຂອງເຮົາ ແລະ ລຸ່ມລົງມາກໍ່ຈະເປັນລິ້ງສຳລັບດາວໂຫຼດໂປແກມ

 

6.ເປັນອັນສຳເລັດໄປພຽງເຄິ່ງທາງ

7. ເຂົ້າເມວຂອງທ່ານທີ່ພິມໃສ່ໃນຂັ້ນຕອນທີ່ 4

8. ຈະເຫັນວ່າເມວມັນສົ່ງມາລະ…ເມື່ອຄຣິກເຂົ້າໄປກໍຈະເຫັນລາຍເຊັ່ນຂອງເຮົາ ແລະ ລຸ່ມລົງມາກໍ່ຈະເປັນລິ້ງສຳລັບດາວໂຫຼດໂປແກມ SpeedUpMyPC 2012 ຫຼັງຈາກນັ້ນກໍລົງທະບຽນລາຍເຊັ່ນທີ່ໄດ້ມາ. ສຳເລັດ!

ຮູບພາບປະກອບຈະມາຕາມຫຼັງເພາະມີບັນຫາໃນການອັບໂຫຼດ.

By Douangtavanh Kongphaly