ເຊີນທ່ານຮ່ວມງານ Google Service Workshop ຕອນ Google Drive

Google Service_Google Drive

ມາອີກແລ້ວກັບງານດີໆຈາກ GDG Vientiane ເທື່ອນີ້ເປັນງານ  Google Service Workshop ຕອນ Google Drive ເປັນຕອນທີ່ຈະມາສອນວິທີ ການນຳໃຊ້ App ຂອງ Google ທີ່ມີຊື່ວ່າ: Google Drive ເປັນອີກບໍລິການ ໜຶ່ງທີ່ມີມາດົນແລ້ວໜ້ອຍໜຶ່ງແຕ່ຍັງເຫັນວ່າຫຼາຍຄົນຍັງບໍ່ຮູ້ວ່າ Google Drive ນີ້ມີໄວ້ເຮັດຫຍັງ, ນັ້ນແຫຼະ ຄືເຫດຜົນທີ່ຈັດງານນີ້ຂຶ້ນມາເພື່ອອະທິບາຍບໍລິການ Google Drive ຂອງ Google. ໃນງານດັ່ງກ່າວເພິ່ນ ຈະມີການສອນການນຳໃຊ້ Google Doc ແລະ spreadsheet ເປັນ Feature ທີ່ຢູ່ໃນ Google Drive ແລະ ຍັງສອນທ່ານໃຊ້ Google Drive ເປັນບ່ອນ ຈັດເກັບຂໍ້ມູນອອນລາຍທີ່ທ່ານສາມາດແບ່ງປັນໃຫ້ໃຜກະໄດ້ ແບບອອນລາຍ.

ງານ Google Service ຕອນ Google Drive ຈະຈັດຂຶ້ນວັນເສົາທີ່ຈະມາເຖິງໄວໆນີ້ ວັນທີ 06 ກໍລະກົດ 2013 ເວລາ 13:00 ຫາ 17:00 ໂມງ ທີ່ ອາຄານ ITSD (ວິທະຍາເຂດໂສກປ່າຫລວງ, ຄະນະວິສະວະກໍາສາດ). ໃຜສົນໃຈຢາກເຂົ້າ ຮ່ວມສາມາດລົງທະບຽນອອນລາຍໄດ້ທີ່  ແບບ​ຟອມລົງທະບຽນ Google Workshop ຕອນ Google Drive

ໝາຍເຫດ: ຄົນທີ່ໄປຮ່ວມງານຈຳເປັນຕ້ອງນຳເອົາຄອມພິວເຕີໄປນຳ

ຂອບໃຈທີ່ມາ GDG Vientiane