ງານ Barcamp Vientiane II 2011

ຂໍເຊີນຊວນຄົນໄອທີ ແລະ ບໍ່ໄອທີມາຮ່ວມງານ Barcamp Vientiane II 2011

Barcamp ແມ່ນຫຍັງ?????

ບາແຄ້ມ ແມ່ນງານລະດັບສາກົນເທິງພື້ນຖານແນວຄິດໃຫມ່ ແລະ ການຮ່ວມປະຊຸມທີ່ຜູ້ເຂົ້າຮ່ວມຈະເປັນຜູ້ກຳໜົດຫົວຂໍ້ໃນການ ສົນທະນາເອງ, ເຊິ່ງຈະກ່ຽວກັບເຕັກໂນໂລຢີແບບເປີດກວ້າງ, ເຕັກໂນໂລຢີການພັດທະນາເວັບໄຊ້, ລະບົບເຄືອຄ່າຍສັງຄົມໃນອິນເຕີເນັດ ແລະ ຫົວຂໍ້ອື່ນໆທີ່ຜູ້ ເຂົ້າຮ່ວມສົນໃຈ ເຊັ່ນຫົວຂໍ້ກ່ຽວກັບວັດທະນະທຳ ແລະ ສັງຄົມ ກໍ່ມີການໂອ້ລົມໃນງານ ບາແຄ້ມຢູ່ປະເທດໃນເອເຊັຍ ໂດຍແນໃສ່ບຸກຄົນທີ່ສົນ ໃຈທາງດ້ານຄອມພິວເຕີ, ຜູ້ຊົມໃຊ້ອິນເຕີເນັດ, ນັກເຕັກໂນໂລຢີ, ຜູ້ປະກອບການ, ນັກຂ່າວຍຸກດິຈິຕອນ, ນັກພັດທະນາເວັບໄຊ້ ແລະ ຊາວອິນເຕີເນັດມາຮ່ວມແບ່ງປັນ ແລະ ຮຽນຮູ້ເຕັກໂນໂລຢີຕ່າງໆ ໃນບັນຍາກາດທີ່ເປັນກັນເອງ.

ຢູ່ສະຖານທີ່ຈັດງານແມ່ນໄດ້ອຳນວຍຄວາມສະດວກໃຫ້ຜູ້ເຂົ້າຮ່ວມງານດ້ວຍບໍລິການອິນເຕີເນັດວາຍເລັດ ພ້ອມທັງ ອາຫານ ແລະ ເຄື່ອງດື່ມ ຟີຫາກທ່ານມີໂຄງການ, ຜົນງານ ຫລື ແນວຄິດເຕັກໂນໂລຢີທີ່ຫນ້າສົນໃຈ, ນີ້ຖືເປັນໂອກາດດີທີ່ທ່ານຈະໄດ້ນຳສະເໜີມັນ.

ຢ່າເກັບໄວ້ຄົນດຽວເຊີນມາພົບປະກັນໃນງານຄັ້ງນີ້ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ! ແລະເຊີນລົງທະບຽນລ່ວງຫນ້າສຳຫລັບຜູ້ເຂົ້າຮ່ວມທີ່ມີຫົວ ຂໍ້ສົນທະນາທີ່ຈະສະເຫນີ ຕ້ອງສົ່ງຫົວຂໍ້ກ່ອນເວລາ 8:30 ຂອງມື້ຈັດງານ ເພື່ອພວກເຮົາຈະໄດລົງຄະແນນ ແລ້ວຈັດຕາຕະລາງເວລາ ແລະຫ້ອງປະຊູມ ຂອງແຕ່ລະຫົວຂໍ້

ບາແຄ້ມຢູ່ອາຊີອາຄະເນໃດ້ຈັດຂື້ນມາແລ້ວຢູ່ຫລາຍປະເທດ ເຊັ່ນ ພະນົມເປັນ, ຢ້າງກຸງ, ໂຮຈີມີນ, ກັນເທີ (ຫວຽດນາມ), ບາງກອກ, ຊຽງໃຫມ່, ກູລາລຳເປີ, ສີງກະໂປ ແລະ ອື່ນໆ

BarCamp is an international network of user-generated conferences (or better unconferences). They are open, participatory workshop-events, whose content is provided by participants. The first BarCamps focused on early-stage web applications, and were related to open source technologies, social protocols, and open data formats. The format has also been used for a variety of other topics. In Asia, you will find also topics about culture.

Venues typically provide basic services. Free network access, usually WiFi, is crucial. In Vientiane we will also provide free food and drinking water.

Attendance is monetarily free and restricted only by space constraints. Participants encouraged to sign up in advance.

More important: You are the speaker! At 8.30 am we will gather and anyone who wants to do a session can just put a post-it on the writeboard. We will have several time slots available.

Barcamps in South-East-Asia took place in Phnom Penh (Cambodia), Yangon (Myanmar), Ho Chi Minh City (Vietnam), Can Tho (Vietnam), Bangkok (Thailand), Chang Mai (Thailand), Singapore, Kuala Lumpur (Malaysia) and many other places.

ວິດີໂອສຳລັບງານບາແຄມ

ທີ່ມາ barcampvientiane.org

By Douangtavanh Kongphaly