ທ່ານ​ສາ​ມາດ​ເບິ່ງການ​ສັນ​ຈອນ​ວ່າ​ເສັ້ນ​ໃດ​ລົດ​ຕິດ​

ເວັບໄຊຕິດຕາມລົດເມໄດ້ມີການປັບປຸງໜ້າເວັບໃໝ່ ດ້ວຍການເພີ່ມຂໍ້ມູນຄວາມໄວຂອງລົດເມ ແລະ ຂໍ້ມູນການສັນຈອນ. ໃນເດືອນ ມັງກອນທີ່ຜ່ານມາ ເພິ່ນໄດ້ເພີ່ມຂໍ້ມູນທັງສອງນີ້ເຂົ້າ ເຊິ່ງມັນເປັນປະໂຫຍດຫຼາຍສຳລັບຜູ້ຂັບຂີ່ ເພາະເຮົາສາມາດຮູ້ໄດ້ວ່າເສັ້ນໃດລົດຂັບເຄື່ອນໄປໄດ້ຊ້າ ຫຼື ເສັ້ນໃດລົດສາມາດຂັບເຄື່ອນໄປໄດ້ໄວ.

 

ທ່ານສາມາດເຂົ້າໄປເບິ່ງຂໍ້ມູນໄດ້ທີ lao.busnavi.asia