Unitel ເປີດ​ໂຕ​ແພັກ​ເກດບໍ່​ຈຳ​ກັດ 4GU30 ສຳ​ລັບເບີເນັດ 4G

Unitel ເປີດ​ໂຕ​ແພັກ​ເກດ​ອິນ​ເຕີ​ເນັດ​ແບບບໍ່​ຈຳ​ກັດ​ຄວາມ​ໄວ ແລະ ຂໍ້​ມູນ​ສຳ​ລັບ​ເບີ​ເນັດ 4G ຖື​ວ່າ​ເປັນ​ແພັກ​ເກດ​ທີ່​ຮ້ອນ​ແຮງ ແຊງ​ທາງ​ໂຄ້ງ ຈົນ​ເຄື່ອ​ຂ່າຍ​ອື່ນ​ຕ້ອງ​ມີໜາວ​ກັນ​ເລີຍ​ດ້ວຍ​ລາ​ຄາຂອງ​ແພັກ​ເກດ​ 300’000 ກີບ ເປັນ​ລາ​ຄາທີ່​ຜູ່​ຈະ​ໃຊ້​ກໍ່​ຕ້ອງ​ມີ​ໜາວ​ເຊັ່ນ​ດຽວ​ກັນ. ສ່ວນ​ໂຕ​ຂອງ​ຜູ່​ຂຽນ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ລອງ​ເທື່ອ ໄວ້​ໝົດ​ແພັກ​ເກດບໍ່​ຈຳ​ກັດ​ຂອງ​ເບີ​ເນັດ 3G ຂອງ​ເພິ່ນ​ກ່ອນ​ແລ້ວ​ຈຶ່ງ​ລອງ.

ສຳ​ລັບ​ໃຜ​ທີ່​ສົນ​ໃຈ​ສາ​ມາດ​ລົງ​ທະ​ບຽນ​ແພັກ​ເກດນີ້​ໄດ້​ພຽງ​ແຕ່​ພິມ *209*28# ໂທ​ອອກ, ຄ່າ​ບໍ​ລິ​ການ​ແມ່ນ 300’000 ກີບ.

ແຜນ​ທີ່ກວດ​ສອບ​ສັນ​ຍານ 4G ວ່າ​ຄອບ​ຄຸມ​ສະ​ຖານ​ທີ່​ທີ່​ທ່ານ​ຢູ່ ຫຼືບໍ່? ໄດ້​ບ່ອນນີ້​ເລີຍ Unitel

ຂອບ​ໃຈ​ຂໍ້​ມູນ​ຈາກ Unitel