Unitel ເປີດ​ໂຕ 4G LTE

Unitel ໄດ້ເປີດໂຕ 4G LTE ເປັນເຄືອຂ່າຍທີສອງຂອງປະເທດລາວ ຖັດຈາກ ລາວໂທລະຄົມ (Lao Telecom) ໂດຍເຮົາສາມາດໃຊ້ໄດ້ໃນເຂດຕົວເມືອງ 4 ແຂວງໄດ້ແກ່ ແຂວງ ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ, ແຂວງ ຫຼວງພະບາງ ແລະ ແຂວງ ຈຳປາສັກ. ແຕ່ເພິ່ນຍັງບໍ່ບອກຈຸດໃຫ້ຊັດເຈນເທື່ອວ່າໃຊ້ໃນຈຸດໃດໄດ້ແນ່ໃນເຂດຕົວເມືອງ. ໃຜທີຢູ່ໃນແຂວງນີ້ສາມາດເຂົ້າໄປສູນບໍລິການເພື່ອຂໍປ່ຽນເອົາຊິມ 4G ໄດ້ຕັ້ງແຕ່ວັນນີ້ (ວັນທີຂຽນ) ຈົນເຖິງວັນທີ 11 ມິຖຸນາ 2015 ໄດ້ຟຣີ.

ໃນເລື່ອງຂອງແພັກເກດອິນເຕີເນັດຂອງ 4G (ເບີໂທ) ມີລາຍລະອຽດດັ່ງນີ້:

ຊື່ແພັກເກດ ລົງທະບຽນຜ່ານ SMS ລົງທະບຽນຜ່ານໜ້າຈໍ(ກົດປຸ່ມໂທ) ຄ່າລົງທະບຽນ(ກີບ) ດາຕ້າຟີຣ(MB) ໄລຍະການນຳໃຊ້(ວັນ)
G0 G0 ສົ່ງ 299 *299*0# ໂທອອກ 0 0
G5 G5 ສົ່ງ 299 *299*5# ໂທອອກ 5,000 150 1
G15 G15 ສົ່ງ 299 *299*15# ໂທອອກ 15,000 450 7
G50 G50 ສົ່ງ 299 *299*50# ໂທອອກ 50,000 1,300 30
G120 G120 ສົ່ງ 299 *299*120# ໂທອອກ 120,000 3,500 30
G1000 G1000 ສົ່ງ 299 *299*1000# ໂທອອກ 1,000,000 40,000 30

ໝາຍເຫດ: ໝາຍຫຼັງໝົດດາຕ້າຟຣີແລ້ວແມ່ນຈະຄິດໄລ່ 300 ກີບ ຕໍ່ MB. ທ່ານຕ້ອງລົງທະບຽນນຳໃຊ້ 4G ກ່ອນຈຶ່ງນຳໃຊ້ແພັກເກດ 4G ໄດ້ໂດຍພິມ “4G” ສົ່ງໄປ 299.

 

ຂອບໃຈຂໍ້ມູນ Unitel Facebook Page