Sony ເປີດໂຕໂທລະສັບມືຖື Xperia Z ແລະ Xperia ZL ໃນງານ CES 2013

Sony ໄດ້ເປີດໂຕໂທລະສັບມືຖືລຸ້ນເດັ່ນຂອງໂຕທັງໝົດສອງລຸ້ນຄື Xperia Z ແລະ Xperia ZL ທັງສອງຈະມາພ້ອມເທັກໂນໂລຢີ 4G LTE, ໜ້າຈໍ 5 ນິ້ວ 1080p LCD ມາພ້ອທເທັກໂນໂລຢີ Bravia Engine 2, ໃຊ້ CPU Snapdragon S4 Pro quad-core 1.5GHz, RAM 2 GB ແລະ ຊິບປະ ມວນພາບ Adreno 320, ກ້ອງຫຼັງ 13 ລ້ານພິກເຊວໃຊ້ເຊັນເຊີໃໝ່ Exmor RS ສາມາດຖ່າຍວີດີໂອແບບ HDR ໄດ້, ກ້ອງໜ້າ 2 ລ້ານພິກເຊວ, ແຕ່ກ້ອງ ໜ້າຂອງລຸ້ນ Xperia ZL ມັນຈະຕັ້ງຢູ່ທາງລຸ່ມຂວາມືຕາມພາບເຊິ່ງເປັນສິ່ງແປກຕາທີ່ສຸດເລີຍ, ມາພ້ອມລະບົບປະຕິບັດການ Android 4.1(ສາມາດ ອັບເດດເປັນ 4.2 ໄດ້) . ຈະວາງຂາຍໃນຊວ່ງທຳອິດຂອງປີ ແລະ ລາຍລະອຽດຍັງບໍ່ຢືນຢັນເທື່ອເດີ້ອາດມີການອັບເດດລາຍລະອຽດ ເພີ່ມຕື່ມ.

ຮູບພາບ Xperia Z ແລະ Xperia ZL ຈາກ The verge (ຮູບຕົ້ນສະບັບ)

ອັບເດດວີດີໂອຈາກ TheVerge

ຂອບໃຈທີ່ມາ The verge