Google Drive ຮອງຮັບພາສາ ເພີ່ມອີກ 18 ພາສາ

Google Drive ເປັນແອບໜຶ່ງຂອງ Google ເພື່ອອຳນວຍຄວາມສະດວກໃຫ້ທ່ານໃນການໃຊ້ວຽກເອກກະສານຂອງ ທ່ານງ່າຍຂຶ້ນກວ່າເກົ່າບໍ່ວ່າທ່ານຈະຢູ່ບ່ອນໃດທ່ານກໍສາມາດເຮັດວຽກກັບເອກກະສານຂອງທ່ານໄດ້ຜ່ານໜ້າເວັບ, ຄອມພິວເຕີ ຫຼື ໂທລະສັບມືຖືຂອງທ່ານ. ທ່ານສາມາດໃຊ້ Google Drive ເປັນບ່ອນເກັບມ້ຽນເອກກະສານຂອງທ່ານ ແລະ ທ່ານຍັງສາມາດໃຊ້ແກ້ໄຂເອກກກະສານຂອງທ່ານໄດ້ອີກດ້ວຍ ເຊິ່ງຮອງຮັບທັງ Doc, Sheets, Slides, Forms, ຖ້າໃຫ້ປຽບທຽບກັບ Microsoft Office ແລ້ວກໍແມ່ນ Word, Excel, PowerPoint.
ມື້ນີ້ເອງກໍມີຂ່າວດີຈາກທີມພັດທະນາ Google Drive ເພິ່ນໄດ້ປະກາດອອກມາວ່າໄດ້ເພີ່ມພາສາໃຫ້ Google Drive ເພີ່ມຂຶ້ນຕື່ມອີກ 18 ພາສາຈາກແຕ່ກ່ອນຮອງຮບແຕ່ 47 ພາສາ, ພິເສດໃນນັ້ນຮອງຮັບພາສາລາວແລ້ວ ນອກຈາກພາ ສາລາວແລ້ວພາສາທີ່ເພິ່ນເພີ່ມເຂົ້າມາໃໝ່ມີດັ່ງນີ້: Afrikaans, Amharic, Basque, Chinese (Hong Kong), Estonian, French (Canada), Galician, Icelandic, Khmer, Lao, Malaysian, Nepali, Persian, Sinhalese, Spanish (Latin America), Swahili, Urdu, Zulu.
ວິທີການປ່ຽນພາສາໃນ Google Drive
1. ໃຫ້ເຮົາກົດປຸ່ມທີ່ເປັນເຄື່ອງໝາຍຮູບເຟື່ອງທີ່ຢູ່ເທິງສຸດເບື້ອງຂວາ, ແລ້ວໃຫ້ກົດ Settings.
2. ຖັກຈາກ General ແມ່ນ Language section ໃຫ້ເລືອກພາສາທີ່ທ່ານຕ້ອງການຈາກເມນູດັ່ງກ່າວເຊັ່ນ: ພາສາ ລາວ.
3. ກົດ Save ເປັນອັນສຳເລັດຂັ້ນຕອນ.
ຂອບໃຈທີມາ Google Drive Blog