Digiarty Software ຮ່ວມກັບບໍລິສັດຜະລິດໂປແກມຕ່າງໆຈັດໂປ ໂມຊັນແຈກລ?

 

Digiarty Software Inc, ເປັນບໍລິສັດທີ່ສ້າງໂປແກມໃນເລື່ອງບັນເທິງເຊັ່ນ: ໂປແກມກ່ຽວກັບສຽງ, ວີດີໂອ, ດີວີດີ ແລະ ໂປແກມ  Backup ຂໍ້ມູນ. ເພິ່ນໄດ້ຈັດໂປໂມຊັນພິເສດເນື່ອງໃນ “Summer holiday” ເລີ່ມຕັ້ງແຕ່ວັນທີ 15 ຫາວັນທີ 5 ເດືອນກໍລະກົດປະມານນັ້ນເພາະເພິ່ນແຈກ 20 ມື້. ໃນການແຈກຄັງນີ້ເພິ່ນໄດ້ຮ່ວມກັບຫຼາຍໆບໍລິສັດທີ່ຜະລິໂປແກມທີ່ເຮົາທຸກຄົນກະຄົງຈະຮູ້ຈັກເຊັ່ນ: IObit, Lavasoft, EaseUS, Obviousidea, My Privacy Tools, Kingsoft and Zoner ລວມກັນທັງໝົດເປັນ 7 ບໍລິສັດ.

ສ່ວນໂປແກມທີ່ເພິ່ນເອົາມາແຈກນັນກະມີ:

 

  • Zoner Photo Studio 14 HOME
  • Ad-Aware Personal Security
  • Advanced SystemCare PRO
  • GreenCloud Printer
  • Cookie Crumble
  • WinX HD Video Converter
  • EaseUS Partition Master Pro
  • Kingsoft Office Writer Std 2012

ມີແຕ່ໂປແກມທີ່ໜ້າສົນໃໝົດທຸກໂປແກມ. ເຮົາມາເບິ່ງວິທີເອົາລາຍເຊັ່ນກັນເລີຍ

1. ເຂົ້າໄປເວັບທີ່ເພິ່ນແຈກ ຄິຣກ

2. ເລື່ອນລົງມາເຮົາຈະເຫັນວ່າມີໜ້າຕັກອັນໜຶ່ງຄ້າຍຄືກັບຢູ່ຄາສີໂນເຂົາຫຼິ້ນກັນຫັ້ນລະ. ເລື່ອງວິທີຫຼິ້ນນັ້ນເຮົາກໍພຽງແຕ່ຄິຮກໃສ່ໝາກໂຕເປັນ ວົງມົນສີສົ້ມໆຫັ້ນລະກະແລ້ວງາຍ່ແບບຄິຣກເທື່ອດຽວເຮົາກະໄດ້ແລ້ວ.

 

3. ຫຼັງຈາກນັ້ນໜ້າທີທັງໝົດກະຕົກຢູ່ກັບດວງຂອງເຮົາວ່າເຮົາຈະໄດ້ບໍ່, ຖ້າໄດ້ຈະໄດ້ໂປແກມຫຍັງ? ແລະ ເຮົາກໍຈະເບິ່ງຕາມນີ້, ອັນນີ້ແມ່ນ ຜົນບອກວ່າຖ້າເຮົາຖືກໂຕນັ້ນເຮົາຈະໄດ້ລາງວັນໃດ ລຸ້ນ!

 

4. ເຮົາໄດ້ໂຕນີ້

 

ໄວໆດີ້ມີຈຳນວນຈຳກັດ

By Douangtavanh Kongphaly