ສ້າງ​ບັນ​ຊີ Apple ID ໂດຍບໍ່​ຈຳ​ເປັນ​ຕ້ອງ​ໃສ່ບັດ​ເຄຣ​ດິດ

ການດາວໂຫຼດແອບໃນ Apple Store ນັ້ນແມ່ນເຮົາຈະຕ້ອງມີບັນຊີ Apple ID ກ່ອນຈຶ່ງສາມາດດາວໂຫຼດແອບໄດ້, ແຕ່ວ່າເຫັນຫຼາຍໆຄົນນັ້ນຍັງໃຊ້ບັນຊີຂອງໝູ່ ຫຼື ຂອງຮ້ານທີຕົນຊື້ມາ. ແລ້ວຈາກປະສົບການຂອງຜູ້ຂຽນຖາມຜູ້ທີ່ເຂົາໃຊ້ບັນຊີຂອງຄົນອື່ນນັ້ນ ຄຳຕອບສ່ວນຫຼາຍກໍຈະແມ່ນ ມັນຕັ້ງຍາກ, ເຮັດບໍ່ເປັນ ຫຼື ຕ້ອງໃຊ້ບັດເຄຣດິດໃນການສ້າງບັນຊີ. ບາງຄັ້ງກໍມີຄົນຄິດເສຍເງິນໃຫ້ຮ້ານສ້າງໃຫ້ກໍມີເຊິ່ງຄ່າເສຍຫາຍກໍປະມານ 1 ແສນກີບຕໍ່ໜຶ່ງບັນຊີ. ການສ້າງບັນຊີ Apple ID ນັ້ນຖ້າຈະໃຫ້ເວົ້າແລ້ວມັນກໍຍາກສຳລັບຜູ້ທີບໍ່ຮູ້ເລື່ອງໄອທີແຕ່ກໍບໍ່ຍາກເກີນໄປ ເມື່ອເຮັດເປັນແລ້ວເລື່ອງຍາກໆກໍຈະກາຍເປັນເລື່ອງນ້ອຍໆໄປເລີຍ.

ເປັນຫຍັງເຮົາຈຶ່ງຕ້ອງມີບັນຊີ Apple ID ເປັນຂອງຕົນເອງ?

ການມີບັນຊີ Apple ID ເປັນຂອງຕົນເອງນັ້ນມີຂໍ້ດີຫຼາຍດ້ານເລີຍລະເຊັ່ນ: ເວລາເຮົາຕ້ອງການຈະດາວໂຫຼດແອບທີ່ບໍ່ເສຍເງິນ ແລະ ເສຍເງິນ, ໃຊ້ພື້ນທີ່ iCloud ທີ່ເປັນຂອງຕົນເອງ ແລະ ສຳຄັນທີສຸດກໍຄືໃຊ້ໃນການຕິດຕາມໂທລະສັບເຮົາເມື່ອມີການຕົກເຮຍເສຍຫາຍ. ນອກນັ້ນ, ເຮົາຍັງມີຄວາມເປັນສ່ວນຕົວ ແລະ ຄວບຄຸມໄດ້ນຳອີກ.

ເຮົາຄວນຢຸດໃຊ້ບັນຊີຂອງຄົນອື່ນບໍ່?

ຄຳຕອບຄືຄວນເພາະວ່າຖ້າເຮົາໃຊ້ບັນຊີຄົນອື່ນແລ້ວເຮົາກໍຈະບໍ່ມີຄວາມເປັນສ່ວນຕົວເຊັ່ນ: ເຮົາຢາກອັບໂຫຼດຮູບສຳຮອງໄປ iCloud ກໍບໍ່ໄດ້ເພາະຄົນອື່ນກໍຈະເຫັນນຳ, ເຮົາບໍ່ສາມາດຊື້ແອບທີ່ເສຍເງິນໄດ້ຖ້າເຮົາຢາກຊື້ ແລະ ບັນຫາທີໃຫຍ່ທີ່ສຸດກໍຄືຖ້າມີການປ່ຽນລະຫັດຜ່ານເຮົາກໍຈະບໍ່ສາມາດດາວໂຫຼດແອບ ຫຼື ບໍ່ສາມາດເຮັດກິດຈະກຳຕ່າງໆທີ່ຕ້ອງການໃຊ້ບັນຊີ Apple ID ໄດ້ເລີຍ.

ວິທີສ້າງບັນຊີ Apple ID

  1. ກ່ອນອື່ນໝົດເຮົາຈະຕ້ອງມີບັນຊີອີເມວຂອງເຮົາກ່ອນຖ້າໃຜທີຍັງບໍ່ມີກໍໄປສະໝັກກ່ອນ, ສຳລັບໃຜທີມີບັນຊີອີເມວແລ້ວກໍໄປຂັ້ນຕອນຕໍ່ໄປໄດ້ເລີຍ.
  2. ໃນຂັ້ນຕອນນີ້ເຮົາຈະແຍກເປັນສອງຢ່າງຄື ການລົງທະບຽນຢູ່ເທິງ iPhone, iPad ຫຼື iPad ແລະ ຢູ່ເທິງຄອມພິວເຕີ.
    1. ສຳລັບລົງທະບຽນຢູ່ເທິງ iPhone, iPad ຫຼື iPad
      1. ເປີດແອບ App Stores ຂຶ້ນມາ.
      2. ເລືອກດາວໂຫຼດແອບຟີຣໂຕໃດກໍໄດ້
      3. ກົດ “get” ເພື່ອດາວໂຫຼດ

4. ເມື່ອໜ້າຕ່າງເດ້ງຂຶ້ນມາໃຫ້ເລືອກເອົາສ້າງບັນຊີ Apple ID ໃໝ່

5. ປະຕິບັດຕາມຄຳແນະນຳ ແລະ ກອບຂໍ້ມູນໃຫ້ຄົບຖ້ວນ

6. ເມື່ອຮອດໜ້າທີ່ມີການຖາມເຖິງຂໍ້ມູນທາງການເງິນແມ່ນໃຫ້ເລືອກເອົາບໍ່ມີ(None)

7. ຫຼັງຈາກທີ່ທ່ານກອບຂໍ້ມູນສຳເລັດແລ້ວ ແລະ ຮອດໜ້າທີ່ໃຫ້ທ່ານໄປຢືນຢັນບັນຊີ Apple ID ຂອງທ່ານຢູ່ອີເມວຂອງທ່ານ. ໃຫ້ທ່ານເຂົ້າໄປຢືນຢັນກ່ອນຈຶ່ງສາມາດນຳໃຊ້ Apple ID ຂອງທ່ານ.

2. ສຳລັບລົງທະບຽນເທິງຄອມພິວເຕີ

  1. ເປີດໂປຣແກຣມ iTunes ຂຶ້ນມາ, ຫຼັງຈາກນັ້ນກົດເຂົ້າໄປທີ່ “iTunes Store”

2. ເລື່ອນລົງມາລຸ່ມສຸດ, ໃຫ້ຊອກຫາກາທຸງຊາດເຊິ່ງມັນຈະຢູ່ດ້ານລຸ່ມຂວາມືຂອງໜ້າຕ່າງ ແລ້ວເລືອກເອົາປະເທດລາວ.

3. ກົດເລືອກເອົາ App

4. ເລືອກດາວໂຫຼດແອບຟີຣ

5. ເມື່ອມີໜ້າຕ່າງຖາມຫາ Apple ID ໃຫ້ທ່ານກົດ ສ້າງບັນຊີໃໝ່

6. ປະຕິບັດຕາມຄຳແນະນຳ ແລະ ກອບຂໍ້ມູນໃຫ້ຖືກຕ້ອງ

7. ເມື່ອຮອດໜ້າທີ່ຖາມຫາຂໍ້ມູນທາງການເງິນແມ່ນໃຫ້ເລືອກເອົາບໍ່ມີ (None)

8. ຫຼັງຈາກປະຕິບັດຕາມຂັ້ນຕອນໝົດທຸກຢ່າງແລ້ວ ແມ່ນໃຫ້ທ່ານເຂົ້າໄປຢືນຢັນບັນຊີຂອງທ່ານຢູ່ທີ່ອີເມວທີ່ທ່ານກອບເຂົ້າໄປ ຈຶ່ງຈະສາມາດໃຊ້ບັນຊີ Apple ID ຂອງທ່ານໄດ້.

ເຫັນບໍ່ວ່າມັນບໍ່ໄດ້ຍາກຈົນວ່າເຮົາບໍ່ສາມາດທີ່ຈະເຮັດໄດ້, ຖ້າມີຄຳຖາມຫຍັງເພີ່ມຕື່ມແມ່ນສາມາດໃຫ້ຄວາມເຫັນຢູ່ດ້ານລຸ່ມໄດ້ເລີຍ.

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ Apple Support