BitDefender ແຈກລາຍເຊັ່ນ Bitdefender Antivirus 2012 ສຳລັບ Mac ຟີຣ 1 ປີ

Bitdefender Antivirus2012  ສຳລັບ Mac  ເປັນໂປແກມແອນຕີ້ໄວຣັດສທີ່ນິຍົມໃຊ້ກັນໃນການປ້ອງກັນຄອມຂອງທ່ານຈາກສິ່ງທີ່ທ່ານບໍ່ ມັກທີ່ສຸດເລີຍ ນັ້ນກໍ່ຄືໄວຣັດສນັ້ນເອງ. ເຮົາຂໍບໍ່ເວົ້າລາຍລະອຽດຫຍັງຫຼາຍເນາະເພາະສ່ວນຫຼາຍກະຮູ້ຈັກກັນໝົດທຸກຄົນແລ້ວ. ເຮົາມາເຂົ້າເລື່ອງກັນ ເລີຍ

ມື້ນີ້ກະໄດ້ໄປເຈີກັບໂປໂມຊັ້ນດີໆຂອງທາງ BitDefender ເຂົ້າເຊິ່ງເພິ່ນບໍ່ໄດ້ແຈກເລື້ອຍໆດ໋ອກ, ດົນໆແຈກເທື່ອໜຶ່ງໃຜໂຊກດີກະໄດ້ກັນໄປ, ໃຜມາຊ້າ ກະຄືວ່າຫັ້ນລະ ຂອງດີໆແບບນີ້ຈະມາມື້ໃດກະບໍ່ຮູ້. ເທື່ອນີ້ເພິ່ນມາແຈກ Bitdefender Antivirus 2012 ສຳລັບ Mac ຟີຣ ລາຍເຊັ່ນ 1 ປີເຕັມ.

ມາເບິ່ງວິທີເຮັດກັນເລີຍ.

1. ເຂົ້າໄປລິ້ງທີ່ເພິ່ນແຈກກັນເລີຍ ຄິຣກ.

2. ກອບຂໍ້ມູນ ເລືອກເອົາ Bitdefender Antivirus  for Mac 2012. ສຳຄັນທີ່ສຸດບ່ອນປະເທດ(Country) ຕ້ອງໃສ່ Australia ເພາະປະເທດເພິ່ນ ແຈກ.

 

3. ຄິ້ຣກ Summit.

4. ຫຼັງຈະນັ້ນຈະເປັນແບບນີ້.


5. ເຂົ້າໄປເບິ່ງເມວຂອງທ່ານທີ່ທ່ານໄດ້ກອບຂໍ້ມູນລົງໄປ.

6. ຄັນໄດ້ກໍ່ຈະເປັນແບບນີ້. ສຳເລັດ

 

By Douangtavanh Kongphaly