Who is the writer?

Douangtavanh Kongphaly
Statistician Consultant for NIPN Lao PDR
My major is applied mathematics, yet love coding
ກ່ອນຈະມາເປັນ “kongphaly”
ທຳອິດເລີ່ມຂຽນບ໋ອກນີ້ຕັ້ງແຕ່ປີ 2011 ເປັນຕົ້ນມາໂດຍໃສ່ຊື່ວ່າ “LaosTech” ຖືກສ້າງຂຶ້ນໃນ Blogspot ເນື້ອຫາໂດຍລວມຕອນນັ້ນກໍຈະເປັນເລື່ອງກ່ຽວກັບການຫາຂອງແຈກຟີຣເປັນຕົ້ນແມ່ນໂປຣແກມແອນຕີ້ໄວຣັດ ໂດຍຈຸດປະສົງຢາກຂຽນກ່ຽວກັບເລື່ອງນີ້ແມ່ນເພື່ອຢາກໃຫ້ຄົນທີ່ກຳລັງຕ້ອງການຫາໂປແກຣມມາລົງໃນຄອມ ແລ້ວຕ້ອງການຄີເພື່ອເຂົ້າໃຊ້ງານໃຫ້ເຕັມປະສິດທິພາບ ສະນັ້ນ ກະເລີຍຕ້ອງຫາຄີ ແລະ ຊອກໂປຣແກຣມແຄຣກ. ດັ່ງນັ້ນ, ເຮົາເຫັນວ່າຖ້າຫາກຊອກຄົ້ນຫາໜ້ອຍໜຶ່ງເຮົາກໍອາດຈະຮູ້ໄດ້ວ່າຂອງຟີຣມັນຍັງມີໃນໂລກນີ້ຢູ່ ນັ້ນຈຶ່ງເປັນຈຸດເຮັດໃຫ້ເລີ່ມມາຂຽນເລື່ອງປະເພດນີ້. ຕໍ່ມາປີ 2012 ຈຶ່ງໄດ້ລົງທຶນເຊົ່າໂຣດ ແລະ ຊື້ໂດເມນຊື່ “LaoITtalk” ແລະ ປ່ຽນມາໃຊ້ WordPress. ເນື້ອຫາຫຼັກໆ ແລະ ໄອເດຍໃນຕອນນີ້ແມ່ນຍັງໄດ້ຄົງໄວ້ເດີມ ແລະ ຍັງໄດ້ເສີມເນື້ອຫາທີ່ເປັນຂ່າວຂຶ້ນມາ ໂດຍໄດ້ມີການຂຽນຂ່າວກ່ຽວກັບໄອທີ ແລະ ອັບເດດເລື້ອຍໆມາ. ແລະແລ້ວມາການຈາກລາກໍມາເຖິງເມື່ອເຮັດມາໄດ້ 3 ປີເຕັມຂອງເວັບໄຊ “LaoITtalk” ຜົນງານຈາກການເຮັດນີ້ກໍຄືໄດ້ Page Rank ອັນດັບ 3 ຕາມຄວາມຄິດສ່ວນໂຕແລ້ວຖືວ່າເຮັດໄດ້ດີພໍສົມຄວນ ເຊິ່ງວ່າຕະຫຼອດຫານເຮັດເວັບໂຕນີ້ແມ່ນບໍ່ເຄີຍຄິດເລີຍວ່າຈະເຮັດ Backlink ຫຼື SEO ແຕ່ບໍ່ຮູ້ວ່າເປັນຫຍັງຈຶ່ງໄດ້ຮອດອັນດັບ 3. ພໍມາຮອດທ້າຍປີ 2014 ກໍເຫັນວ່າເວັບໄຊ “LaoITtalk” ເນື້ອຫາໄດ້ມີການຫັນໄປໃນທິດທາງທີ່ເປັນການຂຽນເລື່ອງກ່ຽວກັບຄວາມຮູ້ຂອງຜູ້ຂຽນຫຼາຍກ່ວາ ແລະ ການອັບເດດກໍບໍ່ດຸຄືແຕ່ກ່ອນ ດັ່ງນັ້ນເຮົາຄິດວ່າຊື່ “LaoITtalk” ນັ້ນແມ່ນໃຊ້ສື່ຄວາມໝາຍຂອງໂຕເວັບໄຊນີ້ບໍ່ໄດ້ແລ້ວເພາະແນວທາງຂອງເວັບປ່ຽນໄປ ກໍເລີຍຕັດສິນໃຈປ່ຽນຊື່(ອີກລະ)ມາເປັນ “Kongphaly” ເຊິ່ງຊື່ນີ້ເໝາະສົມທີ່ສຸດແລ້ວທີ່ຈະບົ່ງບອກວ່າເວັບໄຊນີ້ແມ່ນມີເນື້ອຫາຫຼັກເປັນບ໋ອກສ່ວນໂຕແທ້ໆ ແລະ ບາງເທື່ອກໍຍັງອາດຈະອັບເດດຂ່າວເລື່ອງໄອທີຢູ່…ການປ່ຽນແປງຍັງຄົງມີຢູ່ດັ່ງນັ້ນນີ້ກໍຄົງຈະຍັງບໍ່ເປັນເລື່ອງລາວທີ່ຈົບບໍລິບູນເທື່ອ ຍັງສືບຕໍ່ໄປ ຂໍຖິ້ມທ້າຍດ້ວຍການທີ່ບໍ່ມີຈ້ຳເມັດ
ເຮົາສ້າງເວັບໄຊນີ້ເພື່ອເປັນເວັບໄຊທີ່ຈະຮວມຮວບເອົາບັນດາສິ່ງຕ່າງໆທີ່ໜ້າສົນໃຈມາຂຽນລົງໄວ້ເພື່ອເປັນປະໂຫຍດໃຫ້ແກ່ຜູ່ອ່ານ ແລະ ເພື່ອເປັນການບັນທຶກສິ່ງທີເຮົາຕ້ອງການຈະຈື່ ຂຽນເກັບໄວ້ເພື່ອໃຫ້ຕົນເອງເບິ່ງ ແລະ ຢາກໃຫ້ຄົນອື່ນໄດ້ອ່ານນຳອີກດ້ວຍ. ເນື້ອຫາຂອງເວັບໄຊນີ້ຈະມີຄວາມຫຼາກຫຼາຍຂຶ້ນກັບອາລົມຜູ່ຂຽນ ເຊິ່ງວ່າໂດຍໆຫຼັກໆແລ້ວກໍຈະເປັນເລື່ອງທີ ກ່ຽວກັບໄອທີ, ເທັກໂນໂລຢີໃໝ່ໆຫຼາຍກ່ວາ, ຂ່າວພາຍໃນປະເທດທີໜ້າສົນໃຈ, ຂ່າວອື່ນໆທີ່ເຮົາຄິດວ່າເປັນປະໂຫຍດ ແລະ ມີຄວາມຮູ້ ຫຼື ຄວນເກັບໄວ້ອ່ານ. ເນື່ອງຈາກວ່າສ່ວນໂຕເປັນຄົນທີມັກແບ່ງປັນຄວາມຮູ້ໃຫ້ຄົນອື່ນໆ ສະນັ້ນອາດຈະມີບາງບົດຄວາມທີຈະເປັນບົດຄວາມອອກແນວການສອນ.
ຂໍຂອບໃຈທຸກໆຄົນທີ່ເຂົ້າມາອ່ານບົດຄວາມຂອງເຮົາຫຼາຍໆ.