ການລົງສໍາຫຼວດ ມີຫຍັງແນ່ທີ່ເຮົາຄວນຮູ້?

ການເຮັດການສໍາຫຼວດໃດໜຶ່ງ ເຂົາເຈົ້າມີການກຽມພ້ອມຫຍັງແນ່ ແລະ ມີຫຍັງທີ່ເຂົາເຈົ້າຕ້ອງຄໍານຶ່ງເຖິງ. ສິ່ງທີ່ທ່ານຈະໄດ້ອ່ານຕໍ່ໄປນີ້ເປັນພຽງສ່ວນໜຶ່ງເທົ່ານັ້ນ 😂

ການຂຽນແຜນວຽກການສໍາຫຼວດ

ການຂຽນແຜນວຽກ ສໍາລັບການສໍາຫຼວດນີ້ແມ່ນ ເຮົາຈະຕ້ອງຂຽນລະອຽດ, ຈະແຈ້ງ ແລະ ຊັດເຈນ ເທົ່າໃດຍິ່ງດີ ເຊິ່ງເລີ່ມຕັ້ງແຕ່ການກໍານົດຈໍານວນຕົວຢ່າງທີ່ຈະລົງໄປສໍາຫຼວດ ແລະ ຕົວຢ່າງເຮົາຄອບຄຸມກຸ່ມຄົນປະ ເພດໃດແນ່ ເຊິ່ງວ່າໃນຈຸດນີ້ ສິ່ງທີ່ເຮົາຈະຕ້ອງໃສໃຈເປັນພິເສດນັ້ນກະຄືຈໍານວນຂອງຕົວຢ່າງທີ່ເຮົາຈະເກັບ.

ອ້າວ! ເປັນຫຍັງ ຈໍານວນຕົວຢ່າງຂອງເຮົາຄືສໍາຄັນແທ້ລະ?

ອືມ…ກະເພາະວ່າ ການສໍາຫຼວດແຕ່ລະຄັ້ງແມ່ນ ມັນຈະຕ້ອງຂຶ້ນກັບງົບປະມານ ເປັນໂຕຫຼັກ ແລະ ແນ່ນອນວ່າມັນຈະຕ້ອງໃຊ້ເງິນຫຼາຍແນ່ນອນ (ຍົກເວັ້ນ ເຮົາຖາມອອນລາຍ ເພາະວິທີນີ້ໃຊ້ງົບໜ້ອຍ, ແຕ່ບໍ່ເໝາະສໍາລັບການສໍາຫຼວດແບບຊຸມຊົນ ຫຼື ພື້ນທີກໍາລັງພັດທະນາ).

ການສໍາຫຼວດໜຶ່ງໆ ເຮົາສາມາດຄິດໄລ່ ໄດ້ວ່າ ມັນແພງ ແລະ ໃຊ້ງົບປະມານຫຼາຍເທົ່າໃດ ເຮົາມີສູດຄິດໄລ່ງ່າຍໆ ກະຄື ເອົາງົບປະມານທັງໝົດ ມາຫານໃຫ້ ຈໍານວນຕົວຢ່າງທັງໝົດທີ່ເຮົາຈະເກັບເອົາ ຄິດໄລ່ອອກມາແລ້ວ ກໍ່ຈະເປັນຈໍານວນຄ່າໃຊ້ຈ່າຍທັງໝົດທີ່ເຮົາຈະໃຊ້ສໍາລັບການເກັບຂໍ້ມູນຈໍານວນໜຶ່ງຕົວຢ່າງ.

ຕົວຢ່າງເຮົາມີງົບຢູ່ 100 ລ້ານ ເຮົາຕ້ອງການເກັບຂໍ້ມູນຈໍານວນ 1000 ຄົນ, ສະແດງວ່າ ເຮົາຈະຕ້ອງໃຊ້ງົບປະມານຢູ່ 1 ແສນກີບ ຕໍ່ 1 ຕົວຢ່າງ ຫຼື 1 ຄົນ.

ການກໍານົດຈໍານວນຕົວຢ່າງ ບໍ່ພຽງແຕ່ຂຶ້ນກັບງົບປະມານທີ່ເຮົາມີເທົ່ານັ້ນ ສິ່ງສໍາຄັນອີກຢ່າງໜຶ່ງ ແມ່ນຄ່າຄວາມເຊື່ອໝັ້ນ ຂອງຜົນວິເຄາະຈາກຕົວຢ່າງທີ່ເຮົາເກັບມາ. ຕາມທິດສະດີທາງສະຖິຕິແລ້ວ ຖ້າຫາກວ່າຈໍານວນຕົວຢ່າງທີ່ເຮົາເກັບມາຫຼາຍເທົ່າໃດ ຜົນການວິເຄາະຂອງເຮົາເມື່ອໄດ້ມາກໍມີຄວາມຊັດເຈນຫຼາຍເທົ່ານັ້ນ.

ຂໍ້ມູນກະຢາກໄດ້, ງົບປະມານກະມີບໍ່ຫຼາຍ ຈະເຮັດໃຫ້ແນວໃດຕໍ່ໄປ?

ນັ້ນລະ ການຄິດໄລ່ ຄ່າກະຕວງ ແລະ ວິທີການສຸມຕົວຢ່າງ ຈຶ່ງເຂົາມາມີບົດບາດ ໃນການຕັດສິນໃຈໃນຄັ້ງນີ້. (ວີທີການຄິດໄລ່ ຈະບໍ່ຂໍເວົ້າໃນບ່ອນນີ້ເນາະ) ແຕ່ຈະເວົ້າທິດສະດິຄ້າວໆເອົາເນາະວ່າ ມີເພິ່ນມີວິທີການຄິດແນວໃດໃນການສຸ່ມຕົວຢ່າງ ແລະ ເລືອກຕົວຢ່າງທີ່ເປັນຕົວແທນແນວໃດ.

ການຄິດໄລ່ຄ່າກະຕວງ ແລະ ການສຸ່ມຕົວຢ່າງ ສອງໂຕນີ້ແມ່ນ ໄປນໍາກັນ ຄືຕາມປົກກະຕິແລ້ວແມ່ນ ເຮົາຈະກໍານົດເອົາຄ່າຜິດພາດຂອງເຮົາຢູ່ບໍ່ເກີນ 5% ແລະ ການສຸ່ມຕົວຢ່າງກໍ່ມີຫຼາຍວິທີເນາະ ເຊິ່ງວ່າແຕ່ລະວິທີ ກໍມີການໃຊ້ແຕກຕ່າງກັນໄປ ຂຶ້ນຕາມຄຸນລັກສະນະຂອງຕົວຢ່າງຂອງເຮົາ.

ຫຼັກໆແລ້ວການສຸ່ມຕົວຢ່າງແມ່ນ ເຮົາຈະຕ້ອງແບ່ງຕາມສັດສ່ວນໃຫ້ໃກ້ຄຽງກັບປະຊາກອນໂຕຈິງໃຫ້ຫຼາຍທີ່ສຸດ ກໍລະນີ ເຮົາເຮັດສໍາຫຼວດທີ່ເຮົາໄດ້ມີສ່ວນຮ່ວມ ແມ່ນ ເຮົາຮູ້ຈໍານວນປະຊາກອນລວມໂຕຈິງທັງໝົດ ແບ່ງຕາມປະເພດຄຸນລັກສະນະຕາມທີ່ເຮົາກໍານົດໄວ້ເຊັ່ນ: ຈໍານວນປະຊາກອນຜູ້ຍິງ, ຊາຍ, ເດັກນ້ອຍອາຍຸລະຫວ່າງ 2 ປີ ຫາ 5 ປີ ປະມານນັ້ນ.

ຫຼັງຈາກທີ່ເຮົາໄດ້ຂໍ້ມູນປະຊາກອນແລ້ວ ເຮົາຈຶ່ງມາສຸ່ມເອົາຕົວຢ່າງ ເຊິ່ງການສໍາຫຼວດຕົວແທນ ທີ່ເພິ່ນມັກໃຊ້ກັນແມ່ນ ການສຸ່ມໂດຍການແບ່ງເປັນກຸ່ມ (cluster) ການແບ່ງແບບນີ້ຂໍ້ດີກໍຄື ແຕ່ລະກຸ່ມ ແຕ່ເຮົາແບ່ງນັ້ນ ມີໂອກາດທີ່ຈະຖືກສຸ່ມແມ່ນເທົ່າກັນ.

Photo by Lukas from Pexels

ຄໍາຖາມທີ່ໃຊ້ສໍາພາດ

ສິ່ງສໍາຄັນອັນດັບຕໍ່ມາ ກະຄື ຄໍາຖາມ ທີ່ເຮົາຈະໃຊ້ໃນການສໍາພາດ ຖືວ່າເປັນອົງກະກອບໜຶ່ງທີ່ເຮົາຕ້ອງໃຫ້ຄວາມສໍາຄັນກັບມັນ ແລະ ຈະຕ້ອງໃຊ້ເວລາຫຼາຍແນ່ໃນຂັ້ນຕອນນີ້ ເພາະທັງໝົດທັງມວນແລ້ວ ຜົນທີ່ໄດ້ຈະຕອບໂຈດຈຸດປະສົງເຮົາຫຼາຍສໍ່າໃດ ມັນກໍ່ຂຶ້ນກັບຄໍາຖາມທີ່ເຮົາຕັ້ງຂຶ້ນມາ.

ເຊິ່ງວ່າ ການສ້າງຄໍາຖາມ ກໍ່ເປັນອີກສ່ວນໜຶ່ງທີ່ ເຮົາຄວນໃສ່ໃຈ ແລະ ໃຫ້ຄວາມສໍາຄັນກັບມັນ ເນື່ອງຈາກວ່າ ຜົນການວິໄຈ ຂອງເຮົາຈະຕອບໂຈດໄດ້ ກໍ່ຕ້ອງມາຈາກການຖາມຄໍາຖາມທີ່ຖືກຕ້ອງ ແລະ ການໄດ້ຂໍ້ມູນທີ່ຖືກຕ້ອງຈາກຜູ້ທີ່ໃຫ້ສໍາພາດນໍາອີກ.

ປົກກະຕິແລ້ວ ຫຼັງຈາກທີ່ເຮົາສ້າງຄໍາຖາມສໍາເລັດແລ້ວ ເຮົາຄວນໄດ້ມີການ ການທົດຄໍາຖາມເຮົາກ່ອນວ່າ ມັນເປັນໄປຕາມທີ່ເຮົາວາງແຜນໄວ້ ຫຼື ບໍ່ ດ້ວຍການຈັດຝຶກອົບຮົມໃຫ້ກັບຜູ້ທີ່ຈະໄປສໍາພາດ ອະທິບາຍໃຫ້ກະເຈົ້າເຂົ້າໃຈເຖິງ ຄວາມໝາຍຂອງຄໍາຖາມທີ່ກະເຈົ້າຈະຖາມ ແລະ ຄໍາຕອບທີ່ເຮົາຄາດວ່າຈະໄດ້.

ຫຼັງຈາກຝຶກອົບຮົມແລ້ວ ເຮົາກໍ່ຄວນຈະມີ ອີກ session ໜຶ່ງກໍຄື ການລົງໄປທົດສອບຄໍາຖາມເຮົາກັບ ກຸ່ມຄົນໂຕຈິງ ເຊິ່ງໃນສ່ວນນີ້ ແມ່ນບາງຄົນອາດຈະຄິດວ່າມັນເປັນການສິ້ນເປືອງ ທີ່ຈະເຮັດພຽງແຕ່ເທື່ອດຽວ. ແຕ່ສໍາລັບຄວາມເຫັນສ່ວນໂຕແລ້ວ ຄິດວ່າການເຮັດ pre-test ຫຼື ທົດລອງຄໍາຖາມຂອງເຮົາ ແມ່ນຄວນຈະທົດສອບປະມານ 2 ຫາ 3 ຄັ້ງ ຈະເປັນການດີທີ່ສຸດ (ຂຶ້ນກັບຄໍາຖາມ ແລະ ຂັ້ນຕອນຂອງການລົງໄປສໍາພາດວ່າ ມັນຊັບຊ້ອນຫຼາຍສໍ່າໃດ).

ການທີ່ເຮົາໄດ້ທົດສອບ ຄໍາຖາມເຮົາກ່ອນລົງໄປສໍາຫຼວດໂຕຈິງ ມີຂໍ້ດີຢູ່ບ່ອນວ່າ ຄໍາຖາມທີ່ເຮົາສ້າງຂຶ້ນມານັ້ນ ມີບ່ອນໃດແນ່ທີ່ ຍັງຕ້ອງປັບປຸງ ແລະ ແຕ່ລະຄົນໃຊ້ເວລາຖາມສະເລ່ຍແລ້ວຈັກນາທີ. ສິ່ງເຫຼົ້ານີ້ ເຮົາຍັງສາມາດນໍາເອົາໄປປັບປ່ຽນ ກັບແຜນທີ່ເຮົາວ່າງຂຶ້ນໄດ້ຕັ້ງແຕ່ຕອນທໍາອິດ ເຊັ່ນ: ໄລຍະເວລາ, ຄົນທີ່ໃຊ້ເຂົ້າໃນການສໍາພາດ ແລະ ອື່ນໆ.


ວິທີການເກັບກໍາຂໍ້ມູນ

ວິທີການເກັບກໍາຂໍ້ມູນຂອງເຮົາກໍ່ເປັນອີກ ສ່ວນທີ່ສໍາຄັນ ວ່າເຮົາຈະເກັບຂໍ້ມູນຂອງເຮົາໃນຮູບແບບໃດ ເຊິ່ງວ່າ ປັດຈຸບັນນີ້ ແມ່ນ ການເກັບຂໍ້ມູນ ແມ່ນເພິ່ນເລີ່ມຫັນມາໃຊ້ tablet ຫຼື ຜ່ານລະບົບ electronic ຫຼາຍຂຶ້ນແລ້ວ

ສ່ວນວ່າການເກັບດ້ວຍເຈ້ຍ ແລະ ການເກັບຜ່ານລະບົບ computer (ຂໍເວົ້າພາສາບ້ານໆ ວ່າ ເກັບຜ່ານ com ເນາະ ສັ້ນໆດີ) ມັນກໍ່ຂຶ້ນກັບສະພາບແວດລ້ອມ ແລະ ສະຖານະການ ຕາມແຕ່ລະບ່ອນທີ່ເຮົາ. ໂດຍການສໍາຫຼວດທີ່ຜ່ານມາ ແລະ ສ່ວນໃຫຍ່ທີ່ເຮົາໄດ້ລົງໄປສໍາຫຼວດແມ່ນ ສ່ວນໃຫຍ່ ຈະເກັບຂໍ້ມູນຜ່ານ tablet ປະສົມກັບເຈ້ຍ ເພື່ອມີເຫດບໍ່ຄາດຄິດເກີດຂຶ້ນ ເປັນຕົ້ນແມ່ນເລື່ອງຜິດພາດທາງເຕັກນິກເປັນຕົ້ນ ບາງເທື່ອ tablet ອາດຈະເປີດບໍ່ຂຶ້ນ ຫຼື ແບັດເຕີຣີໝົດກະທັນຫັນ.

ດຽວເຮົາຈະເວົ້າເລື່ອງການເກັບຂໍ້ມູນໂດຍ ການໃຊ້ຄອມເກັບເນາະ ເພາະມັນເປັນອີ່ຫຍັງທີ່ໃໝ່ ແລະ ສະດວກສະບາຍກວ່າການເກັບຜ່ານເຈ້ຍ ສະຫຼຸບແລ້ວມີຜົນດີຫຼາຍກວ່າຜົນເສຍເນາະ. ການໃຊ້ຄອມເກັບ ມັນຈະມີສິ່ງທີ່ເຊື່ອງຊ້ອນໄວ້ຢູ່ ຖ້າໃຊ້ວີທີນີ້ບາງທ່ານອາດຈະບໍ່ທັນຮູ້ເຊັ່ນ:

  • ເຮົາຈະຕ້ອງໄດ້ ມີລະບົບເກັບກໍາຟອມຂອງເຮົາ ເຊິ່ງວ່າລະບົບນີ້ ກໍມີຫຼາກຫຼາຍອັນໃຫ້ເຮົາເລືອກ ເຮົາສາມາດ ຫຼັກໆ ກະຈະມີ 2 ຢ່າງຄື: 1. ເຮົາສາມາດເລືອກໃຊ້ລະລົບການເກັບຂໍ້ມູນທີ່ກະເຈົ້າເຮັດມາໃຫ້ຢູ່ແລ້ວ ແບບເສຍເງິນ ແລະ ບໍ່ເສຍເງິນ ແລະ 2. ແບບທີ່ເຮົາສັ່ງເຮັດສະເພາະເອງ ເຊິ່ງໂຕນີ້ ເຮົາສາມາດກໍານົດ spec ຂອງລະບົບເຮົາໄດ້ຕາມທີ່ເຮົາຕ້ອງການ ແລະ ແນ່ນອນວ່າເສຍເງິນຫຼາຍກວ່າ ທາງເລືອກທີ 1 ທີ່ເຮົາໄດ້ເວົ້າຂ້າງຕົ້ນ.
  • ລະບົບທີ່ໃຊ້ແຜ່ຫຼາຍໃນການເກັບຂໍ້ມູນກໍຈະມີ: Google Form, KOBO Collect, ODK Collect ເປັນຕົ້ນ.

Photo by Christina Morillo from Pexels

ຢ່າເບິ່ງຂ້າມການກວດຄຸນນະພາບຂອງຂໍ້ມູນ (Data Quality Control)

ການກວດກາຄຸນນະພາບຂອງຂໍ້ມູນ ເປັນປັດໄຈໜຶ່ງທີ່ ເຮົາຕ້ອງກຽມພ້ອມຮັບມືກັບມັນ ແລະ ການຫຼຸດຂໍ້ຜິດພາດຂອງຂໍ້ມູນເຮົາຈະໄດ້ດີເທົ່າໃດ ກໍຂຶ້ນກັບວ່າເຮົາມີການຈັດການ data quality ໃນລະບົບເຮົາໄດ້ດີສໍ່າໃດ

ການກວດຄຸນນະພາບຂອງຂໍ້ມູນ ດີທີ່ສຸດແມ່ນການໃຊ້ວີທີການໃຊ້ຄອມ ເກັບກກໍາຂໍ້ມູນ ເພາະວ່າ ການໃຊ້ ຄອມເກັບກໍາຂໍ້ມູນແມ່ນ ເຮົາຈະສາມາດຈໍາກັດຂໍ້ຜິດພາດຂອງການປ້ອນຂໍ້ມູນຜິດໄດ້ຫຼາຍເຕີບ. ນອກນັ້ນ, ເຮົາຍັງສາມາດ ກວດເບິ່ງຄວາມຖືກຕ້ອງຂອງຂໍ້ມູນໄດ້ ທັນທີທັນໃດ ກໍລະນີ ທີ່ສົ່ງຂໍ້ມູນທັນທີທັນໃດຫຼັງຈາກສໍາພາດແລ້ວ.

ການກວດສອບຄຸນນະພາບແນະນໍາໃຫ້ ຕັ້ງຄ່າຄວາມຖືກຕ້ອງ ແລະ ໂລຈິກ (logic) ຂອງການຕັ້ງຄໍາຖາມຂອງເຮົາໃຫ້ລະອຽດ

  • ເຮົາຄວນມີ guideline ຂອງຄໍາຖາມແຕ່ລະຄໍາຖາມຂອງເຮົາ ເຊັ່ນ: ຖ້າເລືອກຄໍາຕອບນີ້ແລ້ວ ຈະໄປຂໍ້ມູນຕໍ່ ທັງນີ້ທັງນັ້ນ ກໍ່ເພື່ອໃຫ້ເປັນເອກະສານ ພໍໃຫ້ຜູ້ສໍາພາດ ເຫັນພາບຂອງການສໍາພາດ ແລະ ຂໍ້ມູນທີ່ຈະໄດ້
  • glossary ສາລະບານ ຄໍາສັບ ໃຫ້ກັບບາງຄໍາສັບ ທີ່ອາດຈະເປັນຄໍາສັບສະເພາະເຈາະຈົງ ຫຼື ຄໍາສັບເຕັກນິກ ແລະ ເພື່ອໃຫ້ ຜູ້ສໍາພາດໝາຍເອົາຄໍາຕອບທີ່ຖືກຕ້ອງທີ່ສຸດ.
  • ການໃຊ້ແບບສອບຖາມເພື່ອກັ່ນຕອງຄຸນນະພາບຂອງຂໍ້ມູນ ເຊັ່ນ: ຄໍາຖາມທີ່ກ່ຽວກັບອາຍຸ ເຊິ່ງເຮົາຕ້ອງການແຕ່ໂຕແທນເດັກນ້ອຍອາຍຸ 5 ປີ ລົງມາ ໃນກໍລະນີນີ້ແມ່ນເຮົາສາມາດ ລະບຸໄດ້ເລີຍວ່າ ຄໍາຖາມນີ້ຖ້າປ້ອນອາຍຸ ເກີນ 5 ປີ ແມ່ນຈະບໍ່ສາມາດຂ້າມໄປຄໍາຖາມອື່ນໄດ້ ຫຼື ບໍ່ສາມາດສໍາເລັດການປ້ອນຂໍ້ມູນ ແລະ ສົ່ງຂໍ້ມູນເຂົ້າລະບົບໄດ້. ຖ້າເຮົາວາງ logic ແລະ ວາງການກັ່ນຕອງຄວາມຖືກຕ້ອງຂອງຂໍ້ມູນຕັ້ງແຕ່ລະດັບການປ້ອນຂໍ້ມູນລະຫວ່າງການສໍາພາດ ມັນກໍ່ເປັນການບັນເທົາວຽກຂອງຜູ້ກວດ data quality ໄປຫຼາຍເຕີບເລີຍລະ.

ເຮົາຄິດວ່າ ຂໍຈົບພຽງແຕ່ເທົ່ານີ້ກ່ອນ ສ່ວນຈະລົງລາຍອຽດໂຕໃດຕື່ມ ດຽວຖ້າຕິດຕາມກັບບົດຄວາມຕໍ່ໆໄປ ຕື່ມກັນເນາະ.

 

Douangtavanh Kongphaly

Statistician Consultant of NIPN Lao PDR at Centre for Development Policy Research (Ministry of Planning and Investment) & Co-organizer of Google Developer Group Vientiane

 

Leave a Reply

Your email address will not be published. Required fields are marked *