​Routine ຫຼື Survey data-set ໃຊ້​ອັນ​ໃດ​ດີ?

ເມື່ອ​ເຮົາ​ມີ​ຖານ​ຂໍ້​ມູນ 2 ປະ​ເພດ​ routine ແລະ survey ທີ່​ມີ​ຕົວ​ປ່ຽນ​​ຄື​ກັນ ເຮົາ​ຈະ​ໃຊ້​ໂຕ​ໃດ​ດີ?

ດຽວນີ້​ຂໍ້​ມູນ ແມ່ນ​ຢູ່​ທຸກ​ບ່ອນ​ອ້ອມ​ຕົວ​ເຮົາ (ເວົ້າ​ປານ “ສິ່ງ​ແວດ​ລ້ອມ​ຢູ່​ອ້ອມ​ຕົວ​ເຮົາ”) ບໍ່​ວ່າ​ເຮົາ​ຈະ​ເຂົ້າ​ໄປຫຼິ້ນ Facebook, Instagram ເຂົາ​ກະ​ເກັບ​ຂໍ້​ມູນ​ຂອງ​ເຮົາ​ລະ​ເດ້ ທຸກໆ​ການ​ກົດ​ໄລ້, ການ​ຄອ​ມ​ເມັ້ນ, ການ​ເຂົ້າ​ເບິ່ງ page ຮ້ານນັ້ນ​ຮ້ານນີ້. ການ​ເກັບ​ຂໍ້​ມູນບໍ່​ພຽງ​ແຕ່​ເກັບ​ຢູ່​ໃນ​ໂລກ digital ເທົ່າ​ນັ້ນ ໃນ​ການ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ກະ​ເກັບ​ຄື​ກັນ ການ​ໄປ​ຊື້​ເຄື່ອງ​ຢູ່​ຮ້ານ​ຄ້າ, ການ​ໄປ​ເຮັດ​ທຸ​ລະ​ກຳ​ຢູ່​ທະ​ນາ​ຄານ, ກົດ​ເອົາ​ເງິນ​ຢູ່​ຕູ້ ATM, ການ​ຂຶ້ນ-ລົງ ລົດ​ເມ​ຂຽວ.

ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ຫັນ​ມາ​ເກັບ​ຂໍ້​ມູນ​ກັນ​ທຸກ​ຂະ​ແໜງ​ການ​ແລ້ວ ເພື່ອ​ວ່າ​ຈະ​ນຳ​ເອົາ​ຂໍ້​ມູນ​ດັ່ງກ່າວ​ມາ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ເຮົາ​ໄດ້. ນອກນ​ຈາກ​ຂໍ້​ມູນ​ກ່າວ​ມາ​ຂ້າງ​ເທິງ​ແລ້ວ ກໍ​ຍັງ​ມີ​ຂໍ້​ມູນ​ຍ່ອຍໆ ທີ່​ໄດ້​ຈາກ​ການ​ສຳຫຼວດ ຫຼື ແບບສອບ​ຖາມ ຕາມ​ແຕ່​ລະ​ຈຸດ​ປະ​ສົງ​ຂອງ​ແຕ່​ລະ​ການ​ສຳຫຼວດ​ໄປ​ເຊັ່ນ: ຂໍ້​ມູນ​ຄວາມ​ເພິ່ງ​ພໍ​ໃຈ ໃນ​ການ​ໃຊ້​ບໍ​ລິ​ການ ເປັນ​ຕົ້ນ.

ແລ້ວ​ເຮົາ​ຮູ້ ຫຼື ບໍ່​ວ່າ​ຂໍ້​ມູນ​ປະ​ເພດນີ້​ແມ່ນ​ກະ​ເຈົ້າ​ເອີ້ນ​ຂໍ້​ມູນ​ປະ​ເພດນີ້​ວ່າ​ແນວ​ໃດ???

Routine ແລະ Survey data set ແມ່ນ​ຫຍັງ? ແຕກ​ຕ່າງ​ກັນ​ແນວ​ໃດ?

Routine data set ແມ່ນ​ຂໍ້​ມູນທີ່​ເກັບ​ເປັນ​ປະ​ຈຳໃນ​ທີ່ນີ້ ຕັ້ງ​ແຕ່​ລະ​ດັບ ວິ​ນາ​ທີ ຈົນ​ໄປ​ເຖິງ ເດືອນ, ໄຕ​ມາດ ຈົນ​ໄປ​ຮອດ​ເປັນ​ປີໆ ຂອງ​ອົງ​ກອນ​ໃດ​ໜຶ່ງ ຫຼື ກະ​ຊວງ​ໃດ​ໜຶ່ງ ເຊັ່ນ: ຂໍ້​ມູນ​ການ​ຊື້​ເຄື່ອງອອນ​ລາຍ, ການ​ເຂົ້າ​ເບິ່ງ​ເວັບ​ໄຊ. ໃນ​ເບື້ອງ​ລັດ​ຖະ​ບານ ຂໍ້​ມູນ​ພວກນີ້​ກໍ​ຈະ​ເປັນ ຂໍ້​ມູນ​ທີ່​ລາຍ​ງານ​ເປັນ​ປະ​ຈຳ ຈາກ​ສູນ​ຕິດ​ຕາມ, ຂໍ້​ມູນ​ງົບ​ປະ​ມານ, ເງິນ​ເຟີ້, GDP, ຄົນ​ໄຂ້​ໝາກ​ແດງ, ອຸ​ບັດ​ຕິ​ເຫດ​ຕາມ​ທ້ອງ​ຖະ​ໜົນ, ສະ​ພາບ​ອາ​ກາດ, ລະ​ດັບ​ນ້ຳ ປະ​ມານນັ້​ນ ຂໍ້​ມູນອາດ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ ແລະ ​ຂຶ້ນ​ກັບ​ແຕ່​ລະ​ຂະ​ແໜງ​ການ​ໄປ.

ສ່ວນຂໍ້​ມູນ survey, smart survey data set ນັ້ນ​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຈາກ​ການ​ສຳຫຼວດ ເຊິ່ງວ່າ​ໃນ​ໂຕນີ້​ຈະ​ລວມ​ການ​ສຳຫຼ​ວດ​ໃຫຍ່ ແລະ ການ​ສຳຫຼວດ​ໂຕ​ແທນ​ນຳ. ຄວາມ​ຖີ່​ຂອງ​ການ​ເຮັດ​ການ​ສຳຫຼວດ​ກໍ​ຈະ​ແຕກ​ຕ່າງ​ກັນ​ໄປ ຂຶ້ນ​ກັບ​ຈຸດ​ປະ​ສົງ ອາດ​ຈະ ທຸກໆ 6 ເດືອນ, 5 ປີ ເທື່ອ​ໜຶ່ງ ກ​ໍ​ວ່າ​ກັນ​ໄປ. ໃນ​ດ້ານ​ທຸ​ລະ​ກິດ ເຮົາ​ອາດ​ຈະ​ຄຸ້ຍ​ຫູ​ກັບ​ຄຳ​ວ່າ market research ກັນ, ອັນ​ນີ້​ກະ​ເອີ້ນ​ວ່າ​ການ​ສຳຫຼວດ​ແບບ survey ຄື​ກັນ. ເຮົາ​ຈະ​ຂໍ​ເວົ້າ​​ສະ​ເພາະ​ສ່ວນ​ຂອງ​ການ​ສຳຫຼວດ​ແທນ​ໃນ​ບ່ອນນີ້ (ດຽວ​ຈະ​ບອກ​ຕາມຫຼັງ​ວ່າ​ເປັນ​ຫຍັງ)

ຈຸດ​ແຕກ​ຕ່າງ​ຂອງ​ສອ​ງ​ອັນ​ນີ້​ກໍ​ຄື ສະ​ຖິ​ຕິ!

ຂໍ້​ມູນ​ທີ່​ເປັນ​ປະ​ເພດ routine ແລະ ການ​ສຳຫຼວດ​ໃຫຍ່ (population based) ຂໍ້​ມູນ​ທີ່​ໄດ້​ມານັ້ນ​ເປັນ​ຂໍ້​ມູນ​ທີ່ບໍ່​ໄດ້​ມີ​ການ​ກຳ​ນົດ​ທາງ​ດ້ານ​ສະ​ຖິ​ຕິ, ກຸ່ມ​ຕົວ​ຢ່າງ ແລະ ຜົນ​ຂອງ​ການ​ວິ​ເຄ​າະ​ຂ້ອນ​ຂ້າງ​ຈະ​ບໍ່ robust ຖ້າ​ເຮົາ​ບໍ່​ຄວບ​ຄຸມ​ເລື່ອງ​ຄຸນ​ນະ​ພາບ​ຂອງ​ຂໍ້​ມູນ​ທີ່​ນຳ​ມາ​ວິ​ເຄາະ​ໃຫ້​ດີ.

ກົງ​ກັນ​ຂ້າມ​ກັບ ຂໍ້​ມູນ​ທີ່​ໄດ້​ຈາກ ການ​ສຳຫຼວດຕົວ​ແທນ ເພາະ​ການ​ສຳຫຼວດ​ດັ່ງ​ກ່າວ​ໄດ້​ມີ​ການ​ກຳ​ນົດ ຕົວ​ເລກ​ຜິດ​ພາດ​ຈາກ​ຂໍ້​ມູນ, ກຸ່ມ​ຕົວ​ຢ່າງ ແລະ ໃຊ້ຫຼັກ​ການ​ສະ​ຖິ​ຕິ​ເຂົ້າ​ມາ​ໃຊ້ ເຖິງ​ຢ່າງ​ໃດ​ກໍ​ຕາມ​ເຮົາ​ກໍ​ຕ້ອງ​ມາ​ເບິ່ງ​ຄື​ກັນ​ວ່າ ການ​ເກັບ​ຂໍ້​ມູນ, ການ​ສຸ່ມ​ຕົວ​ຢ່າງ ແລະ ຂັ້ນ​ຕອນ​ຕ່າງ​ໆ​ຂອງ​ການ​ສຳຫຼວດ ກະ​ເຈົ້າ​ເຮັດ​ແນວ​ໃດ ໃຊ້​ສູດ​ໃດ ເຊິ່ງ​ປົກ​ກະ​ຕິ​ກໍ​ຈະ​ມີ ວິ​ທີ​ການ ແລະ ຂັ້ນ​ຕອນການ​ວິ​ໄຈ ​ອະ​ທິ​ບາຍ​ມາ​ໃຫ້​ພ້ອມ.

ແລ້ວ​ເຮົາ​ຈະ​ໃຊ້​ໂຕ​ໃດ?

ຂໍ​ຕອບ​ວ່າ: “ແລ້ວ​ແຕ່” ຕາມ​ແຕ່​ລະ​ກໍ​ລະ​ນີ​ທີ່​ເຮົາ​ຈະ​ເອົາ​ຂໍ້​ມູນ​ນຳ​ໄປ​ໃຊ້​ວິ​ເຄາະ

ສຳ​ລັບ​ຂໍ້​ມູນ routine ແມ່ນ​ເໝາະ​ສຳ​ລັບ ອົງ​ກອນ ຫຼື ບໍ​ລິ​ສັດ ນຳ​ໄປ​ໃຊ້​ໃນ​ການ​ວິ​ເຄາະ ພຶດ​ຕິ​ກຳ​ຂອງ​ຜູ້​ໃຊ້, ນຳ​ໄປ​ສ້າງກົດ​ລະ​ຍຸດ​ທາງ​ການ​ຂາຍ​ກໍ​ໄດ້ ເພາະ​ຖ້າ​ເຮົາ​ນຳ​ໃຊ້​ຂໍ້​ມູນ​ຈາກ​ການ​ສຳຫຼວດ (market research) ຄື​ແຕ່ກີ້​ຢູ່​ກະ​ຄົງ​ສິບໍ່​ທັນ ເພາະ​ບາງ​ເທື່ອບາງ​ໂຕ​ປ່ຽນ​ທີ່​ເຮົາ​ຈະ​ເອົາ​ມາ​ໃຊ້​ມັນ​ອາດ​ຈະ​ເປັນ​ໝົດ​ອາ​ຍຸ ໄປ​ແລ້ວກ່ອນ​ທີ່​ເຮົາ​ຈະ​ນຳ​ມາ​ອະ​ທິ​ບາຍ​ຜົນ​ໄດ້​ຮັບ. ຖ້າ​ວ່າ​ໃຊ້​ຂໍ້​ມູນ​ທີ່​ໄປ​ຕາມ​ກະ​ແສ ແລະ ມີ​ການ​ເຄື່ອນ​ໄຫວ​ຕະຫຼອດ ເຖິງວ່າ​ຂໍ້​ມູນ​ປະ​ເພດນີ້​ຈະ​ບໍ່​ໄດ້​ຜ່ານ​ວິ​ທີ​ການ​ສະ​ຖິ​ຕິ​ຢ່າງ​ເຂັ້ມ​ງວດ​ກະ​ຢ່າ ມັນ​ກໍ​ຍັງ​ຈຳ​ເປັນ​ ແລະ ອະ​ທິ​ບາຍ​ຕາມ​ສະ​ພາບ​ການ​ໄດ້​ດີກວ່າ.

ໃນ​ທາງ​ກັບ​ກັນ ຖ້າ​ເຮົາ​ບາງ​ເບິ່ງ​ເລື່ອງ ຂໍ້​ມູນ​ທີ່​ເປັນ​ການ​ສຳຫຼວດ​ຕົວ​ແທນ​ແລ້ວ (survey data set) ແມ່ນ​ເໝາະ​ສ່ວນ​ໃຫຍ່​ໄດ້​ຖືກ​ເອົາ​ມາ​ນຳ​ໃຊ້​ເຂົ້າ​ໃນ​ການ​ວິ​ເຄາະ​ເລື່ອງ​ນະ​ໂຍ​ບາຍ ເພາະ​ວ່າ​ ປະ​ຢັດ​ງົບ​ກວ່າ ແລະ ສາ​ມາດ​ໃຊ້​ເປັນ​ຕົວ​ແທນ​ຂອງ​ປະ​ຊາ​ກອນໄດ້ ເນື່ອງ​ຈາກ​ເອົາຫຼັກ​ສະ​ຖິ​ຕິ​ມາ​ໃຊ້ ການ​ການ​ສຸ່ມ​ຕົວ​ຢ່າງ ແລະ ກຳ​ນົດ​ຄ່າ​ຜິດ​ພາດ.

ໃນ​ຂັ້ນ​ຕໍ່​ໄປ​ແມ່ນ​ຈະ​ຂໍ​ລົງ​ເລິກ​ເລື່ອງ​ການ​ໃຊ້​ຂໍ້​ມູນໃນ​ການວິ​ເຄາະ ນະ​ໂຍ​ບາຍ ເຮົາ​ຈະ​ໃຊ້​ຂໍ້​ມູນ​ປະ​ເພດ​ໃດ​ດີ?

ການ​ວິ​ເຄາະ​ເລ​ື່ອງ​ນະ​ໂຍບ​າຍ​ຄົງ​ຈະ​ໜີບໍ່​ພົ້ນ​ຂໍ້​ມູນ​ສອງ​ໂຕນີ້​ຄື routine data set ແລະ survey data set ບາງຂະ​ແໜງ​ອາດ​ຈະ​ມີ​ແຕ່ຂໍ​້​ມູນ ປະ​ເພດ​ໃດ​ປະ​ເພດ​ໜຶ່ງ, ບາງ​ຂະ​ແໜງ​ອາດ​ຈະ​ມີ​ທັງ​ສອງອັນ ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ມີ​ຂໍ້​ມູນ​ຖື​ວ່າ​ດີ ແຕ່​ຢ່າ​ລືມ​ວ່າ ຄຸນ​ນະ​ພາບ​ຂອງ​ຂໍ້​ມູນ ກໍ່​ເປັນ​ປັດ​ໄຈ​ໜຶ່ງ​ທີ່​ເຮົາ​ຄວນ​ໃຫ້​ຄວາມ​ສຳ​ຄັນ​ຄື​ກັນ ຖ້າ​ຂາດ​ຄຸນ​ນະ​ພາບ​ຂອງ​ຂໍ້​ມູນ ການ​ອະ​ທິ​ບາຍ​ຜົນ​ຂອງ​ເຮົາ​ອາດ​ຈະ​ບໍ່​ມີ​ນ້ຳ​ໜັກ​ພຽງ​ພໍ ແລະ ບໍ່​ຊັດ​ເຈນ​ໄດ້.

ຖ້າ​ມີ​ຂໍ້​ມູນ​ທັງ​ສອງ​ອັນ​ຈະ​ເອົາ​ອັນ​ໃດ​ດີ?

ໂຕ​ໃດ​ກໍ່​ບໍ່​ສຳ​ຄັນ​ກ່ອນ ໄລ​ຍະ​ເວ​ລາ​ຂອງ​ຂໍ້​ມູນ ຂໍ​້​ມູນ​ແຕ່​ລະ​ປະ​ເພດ​ທີ່​ເຮົາ​ມີ​ຈະ​ຕ້ອງ ມີຫຼາຍ​ກ່ວາ 2 ໄລ​ຍະ​ເວ​ລາ​ຂຶ້ນ​ໄປ ເພາະ​ວ່າ​ຂໍ້​ມູນ​ພຽງ​ແຕ່ສອງ​ອັນ​ຕ່າງ​ໄລ​ຍະ​ເວ​ລາ​ກັນ ເຮົາ​ບໍ່​ສາ​ມາດ​ເບິ່ງ​ທ່າ​ອ່ຽງ (trend) ຂອງ​ມັນ​ໄດ້. ຖ້າ​ເຮົາ​ມີ​ຂໍ້​ມູນ​ພຽງ​ແຕ່ 2 ຊຸດ ຖ​ື​ວ່າ​ຈົບ​ກັນ ເຮົາ​ເອົາ​ຂໍ້​ມູນ​ມາ​ໃຊ້​ບໍ່​ໄດ້. (ເບິ່ງ​ພາບ​ຂ້າງ​ລຸ່ມ​ປະ​ກອບ)

ກໍ​ລະ​ນີ​ທີ່​ເຮົາ​ມີ ຂໍ້​ມູນ 3 ຊຸດ​ຂຶ້ນ​ໄປ ເຮົາ​ຍັງ​ສາ​ມາດ​ມາ​ເບິ່ງ​ທ່າ​ອ່ຽງ​ຂອງ​ມັນ​ໄດ້ ແລະ ສາ​ມາດ​ຄິດ​ໄລ່ AARR (Average Annual Rate of Reduction) ໄດ້​ນຳ​ອີກ.

Timeline
ປຽບ​ທຽບ​ຂໍ້​ມູນ 3 ຈຸດ (ຊ້າຍ) ແລະ 2 ຈຸດ (ຂວາ)

ບາດນີ້ ກໍ​ລະ​ນີ​ຂໍ້​ມູນ​ຂອງ​ເຮົາ​ມາ​ທັງ routine ແລະ survey ແນະ​ນຳ​ໃຫ້​ເຮົາ​ເລືອກ​ຂໍ້​ມູນ​ທີ່​ເປັນ​ສຳຫຼວດ​ກ່ອນ ເພາະ​ຂໍ້​ມູນ​ສຳ​ຫຼວດ​ແມ່ນ​ຂໍ້​ມູນ​ໂຕ​ແທນໃຫ້​ກັບ​ປະ​ຊາ​ກອນ, ສ່ວນ​ຂໍ້​ມູນ routine ນັ້ນ ເຮົາ​ກໍ​ອາດ​ຈະ​ເອົາ​ມາ​ສົມ​ທຽບ​ກັນ​ເບິ່ງວ່າ ຜົນ​ທີ່​ໄດ້​ມາ​ຂອງ​ຂໍ້​ມູນ​ສອງ​ຊຸດນີ້​ແມ່ນ​ຄວາມ​ແຕກ​ຕ່າງ​ກັນ​ບໍ່ ຖ້າບໍ່​ແຕກ​ຕ່າງ​ກັນ ເຊັ່ນ: ອັດ​ຕາ​ການຫຼຸດ​ລົງ ບໍ່​ແຕກຕ່າງ​ກັນຫຼາຍ ເຮົາ​ອາດ​ຈະ​ໃຊ້​ຂໍ້​ມູນ​ທີ່​ເປັນ routine ກໍ​ໄດ້​ເພື່ອ​ວ່າ ຈະ​ໄດ້​ເຫັນ trend ທີ່​ລະ​ອຽດ​ຂຶ້ນ.

ມາ​ຮອດນີ້ ກະ​ຂໍ​ຈົບ​ພຽງ​ເທົ່າ​ນີ້​ກ່ອນ ດຽວ​ຈະ​ມາ​ລົງ​ເລິກ​ເລື່ອງ ຄຸນ​ນະ​ພາບ​ຂອງ​ຂໍ້​ມູນ​ຕື່ມ​ວ່າ ຂໍ້​ມູນ 2 ອັນ​ນີ້ ລະ​ຫວ່າງ routine ແລະ survey ນີ້​ເຮົາ​ຈະ​ເບິ່ງ​ຫຍັງ​ແນ່​ໃນ​ດ້ານ​ຄຸນ​ນະ​ພາບຂອງ​ມັນ​ກ່ອນ​ຈະ​ນຳ​ເອົາ​ຂໍ້​ມູນ​ເຮົາ​ສາ​ມາດມາ​ວິ​ເຄາະ​.

 

Douangtavanh Kongphaly

Consultant Statistician of NIPN Lao PDR, Internship at Centre for Development Policy Research (Ministry of Planning and Investment) & Co-organizer of Google Developer Group Vientiane

 

Leave a Reply

Your email address will not be published. Required fields are marked *