Multiple Overlapping Deprivation Analysis – MODA

Multiple Overlapping Deprivation Analysis (MODA) ເປັນ​ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ວິ​ເຄາະ​ຄວາມ​ຂາດ​ເຂີນ ແລະ ທຸ​ກ​ຍາກ​ຂອງ​ເດັກ​ທີ່ UNICEF ໃຊ້  ເຊິ່ງວ່າ​ເຄື່ອງ​ມື​ດັ່ງ​ກ່າວ​ແມ່ນ​ຖືກ​ເອົາ​ໄປ​ນຳ​ໃຊ້ໃນ​ການ​ວິ​ເຄາະ​ຄວາມທຸກ​ຍາກ​ຂາດ​ເຂີນ​ຂອງ​ເດັກ​ນ້ອຍ​ໃນຫຼາຍ​ມິ​ຕິ.

ການ​ວິ​ເຄາະ​ MODA ໃນ ສ​ປ​ປ ລາວ ຂໍ້​ມູນ​ທີ່​​ເພິ່ນເອົາ​ມາ​ໃຊ້​ແມ່ນ ຂໍ້​ມູນມາ​ຈາກ​ຜົນ​ການ​ສຳຫຼວດ​ຕົວ​ແທນ LSIS II ໂດຍ​ເຈາະ​ຈົງ​ແຕ່​ເດັກ​ນ້ອຍ​ອາ​ຍຸ 0 ປ​ີ ຫາ 17ປີ.

ໃນ​ບົດ​ຄວາມນີ້ ແມ່ນ​ເຮົາ​ຈະ​ມາ​ນຳ​ສະ​ເໜີວ່າ MODA ແມ່ນ​ຫຍັງ ແລະ ມີ​ວິ​ທ​ີ​ການ​ຄິດ​ໄລ່​ແນວ​ໃດ

ທຳ​ອິດມາ​ແປ​ຄວາມ​ໝາຍ​ກັນ​ກ່ອນ​ວ່າ “ຄວາມ​/ການຂາດ​ເຂີນ” (deprivation) ມັນ​ແມ່ນ​ຫຍັງ? ເວ​ລາ​ທີ່​​ເຮົາ​ຈະ​ວິ​ເຄາະ​ຄວາມ​ທຸກ​ຍາກ​ຂາດ​ເຂີນ ເຮົາ​ມັກ​ຈະ​ໄປ​ວິ​ເຄາະ​ໂດຍ​ການ​ໄປ​ເບິ່ງວ່າ ກະ​ເຈົ້າ​ທ​ຸກ​ຍາກບໍ່ ຫຼື ບໍ່​ທ​ຸກ​ຍາກ ເບິ່ງ​ຈາກ​ລາຍ​ຮັບ​ຂອງ​ຄອບ​ຄົວ ແຕ່​ລະ​ບ​ຸກ​ຄົນ​ໄປ ຫຼັງ​ຈາກນັ້ນ​ກໍ​ກຳ​ນົດ​ເສັ້ນ​ຄວາມ​ທຸກ​ຍາກ ຖ້າ​ໃຜ​ລາຍ​ໄດ້​ຕ່ຳ​ກ່​ວາ​ເສັ້ນ​ທີ່​ເຮົາ​ຂີດ​ໄວ້ ກໍ​ແມ່ນ​ກະ​ເຈົ້າ​ຂາດ​ເຂີນ ຫຼື ຍັງ​ທຸກ​ຍາກ​ຢູ່ ຖ້າ​ຢູ່​ເທິງ​ເສັ້ນ​ຄວາມ​ທຸກ​ຍາກກໍ່​ຈະ​ລະ​ບຸ​ໄດ້​ວ່າ​ເດັກ​ນ້ອຍ​ຜູ້ນັ້ນ​ບໍ່​​ທຸກ​ຍາກຂາດ​ເຂີນ.

ການ​ທີ່​ເຮົາ​ວັດ​ຄວາມ​ທຸກ​ຍາກ​ຂາດ​ເຂີນ​ຂອງ​ເດັກ​ນ້ອຍ ໂດຍ​ອີງ​ຕາມ​ລາຍ​ຮັບ​ຂອງ​ຄອບ​ຄົວ​ນັ້ນ ບໍ່​ໄດ້​ອະ​ທິ​ບາຍ​ໃຫ້​ເຮົາ​ໄດ້​ລະ​ອຽດ​ວ່າ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເດັກ​ນ້ອຍ​ດີບໍ່ ເຊັ່ນ ຖ້າ​ເຮົາ​ຮູ້​ແລ້ວ​ວ່າ​ເດັກ​ນ້ອຍ​ຂາດ​ເຂີນ​ຍ້ອນ​ວ່າ ລາຍ​ໄດ້​ຂອງ​ຄອບ​ຄົວ​ນັ້ນ​ຕ່ຳ ເຮົາ​ຈະ​ແກ້​ແນວ​ໃດ ເພີ່ມ​ລາຍ​ຮັບ​ໃຫ້​ແຕ່​ລະ​ຄອບ​ຄົວ? ເຊິ່ງວ່າ​ມັນ​ເປັນ​ວິ​ທີ​ການ​ແກ້​ໄຂ​ທີ່​ກ້​ວາງຫຼາຍ. ສະ​ນັ້ນ, ການ​ວັດ​ຄວາມ​ຂາດ​ເຂີນ​ຂອງ​ເດັກ​ໂດຍບໍ່​ໄດ້​ເບິ່ງ​ພຽງ​ແຕ່​ລາຍ​ຮັບ​ຂອງ​ຄອບ​ຄົວ​ຢ່າງ​ດຽວ ເຮົາ​ຈະ​ຕ້ອງ​ເບິ່ງ​ສະ​ພາບ​ແວດ​ລ້ອມ ແລະ ການບໍ​ລິ​ການ​ທີ່​ເດັກ​ນ້ອຍ​ຄວນ​ຈະ​ໄດ້​ຮັບ​ເພື່ອ​ທີ່​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ກະ​ເຈົ້າ​ດີ​ຂຶ້ນ ແລະ ການ​ພັດ​ທະ​ນາ​ໄວ​ເດັກ​ຂອງ​ເຂົາ ເຮົາ​ຄວນ​ຈະ​ໄປ​ເບິ່ງ​ຈຸດໆ​ນີ້ຫຼາຍ​ກ່​ວາ​ເພື່ອ​ທີ່​ເຮົາ​ຈະ​ໄດ້​ວິ​ເຄາະ​ວາງວາງ​ນະ​ໂຍ​ບາຍ​ຢ່າງ​ຊັດ​ເຈນ ແລະ ເຂົ້າ​ໃຈ​ສະ​ຖາ​ນະ​ການ​ສະ​ພາບ​ແວດ​ລ້ອມ​ປັດ​ຈຸ​ບັນ​ຂອງ​ເຂົາ.

ໃນ​ການ​ວິ​ເຄາະ MODA ນັ້ນຈະ​ມີ​ສ່ວນ​ປະ​ກອບ ຢູ່ 3 ອັນ​ທີ່​ຈະ​ໄດ້​ວິ​ເຄາະ ແລະ ສ​ະ​ແດງ​ຜົນ​ອອກ​ມາ​ຄື:

  1. ​ສະ​ແດງການ​ແຈກ​ຢາຍ​ຂອງ​ຈຳ​ນວນ​ການ​ຂາດ​ເຂີນ​ຂອງ​ເດັກ​ນ້ອຍ​. ໃນ​ສ່ວນ​ຂອງ​ໂຕນີ້​ແມ່ນ ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ ເດັກ​ນ້ອຍ​ແຕ່​ລະ​ຄົນ​ມີ​ການ​ຂາດ​ເຂີນ​ຈັກ​ມິ​ຕິ ແລະ ມາ​ເບິ່ງ​ອີກວ່າການ​ແຈກ​ຢາຍ​ຂອງ​ການ​ຂາດ​ເຂີນ​ຂອງເດັກ​ນ້ອຍ​ສ່ວນຫຼາຍ​ແມ່ນ​ ຂາດ​ເຂີນ​ຈັກ​ມິ​ຕິເປັນ​ສ່ວນໃຫຍ່ ໂດຍ​ແບ່ງ​ຕາມ profiling indicator, ຕາມ​ກຸ່ມ​ອາ​ຍຸ ຕາມແຕ່​ລະ​ລັກ​ສະ​ນະ​ຂອງ​ກຸ່ມ​ຕົວ​ຢ່າງ​ທີ່​ເຮົາ​ຕັ້ງ​ໄວ້.
  2. ຄິດ​ໄລ່​ການ​ຂາດ​ເຂີນຫຼາຍ​ມິ​ຕິ​ເພື່ອ​ສະ​ໜອງ​ຜົນ​ໄດ້​ຮັບ ແລະ ການ​ສະຫຼຸບ​​ທາງດ້ານ​ສະ​ຖິ​ຕິ​​ທີ່​ຫລາກກຫຼາຍກັນ​ໄປ​ເຊັ່ນ:
    1. The headcount ratio (H), ເພື່ອ​ເບິ່ງ​ອັ​ດ​ຕາຄວາມ​ຖີ່ (incidence) ຄວາມ​ຂາດ​ເຂີນ​ຫຼາຍ​ມິ​ຕິ​ຂອງ​ເດັກ​ໃນ​ແຕ່​ລະມິ​ຕິ​ ໂດຍ​ຂຶ້ນ​ກັບ​ຈຸດ cut-off K (K ແມ່ນ​ການ​ກຳ​ນົດ​ຄ່າ​ທີ່​ເຮົາ​ຈະ​ລະ​ບຸ​ວ່າ ເດັກ​ນ້ອຍ​ຈະ​ຕ້ອງ​ຂາດ​ເຂີ​ນ​ຢ່າງ​ໜ້ອຍ​ຈັກ​ມິ​ຕິ​ຈຶ່ງ​ເອີ້ນ​ວ່າ ກະ​ເຈົ້າ​ຂ​າດ​ເຂີນຫຼາຍ​ມິ​ຕິ) ທີ່​ເຮົາ​ກຳ​ນົດ​ໄວ້.
    2. The average intensity (A), ເພື່ອ​ເບິ່ງ​ຄວາມ​ເລິກ/ຕື້ນ​ ຂອງຄວາມ​ຂາດ​ເຂີນ​​ໂດຍ​ໄລ່​ເອົາສະ​ເພາະເດັກ​ທີ່​ຖືກ​ໝາຍ​ວ່າຂາດ​ເຂີນຫຼ​າຍ​ມິ​ຕິ ຄ່າ​ທີ່​ໄດ້​ແມ່ນ​ເປີ​ເຊັນ​ຂອງ​ການ​ຂາດ​ເຂີນ​ທັງ​ໝົດ.
    3. The adjusted deprivation headcount (M), ເປັນ​ການ​ເບິ່ງ​ລວມ​ກັນ​ລະ​ຫວ່າງຄວາມ​ຖີ່ ແລະ ຄວາມ​ໜາ​ແໜ້ນ​ຂອງ​ການ​ຂາດ​ເຂີນ.

ຂັ້ນ​ຕອນ​ໃນ​ການ​ວິ​ເຄາະ​ເຮົາ​ຈະ​ເລີ່ມ​ແນວ​ໃດ?

  1. ເຮົາ​ຈະ​ຕ້ອງ​ຫາ​ມິ​ຕິ​ຂອງ​ຄວາມ​ຂາດ​ເຂີນ​ກ່ອນ​ວ່າ ເຮົາ​ຈະ​ວິ​ເຄາະ​ກັນ​ຢູ່​ຈັກ​ມິ​ຕິ ເຊິ່ງ​ໃນ​ແຕ່​ລະ​ຊ່ວງ​ອາ​ຍຸ ມິ​ຕິ​ຂອງ​ແຕ່​ລະ​ໂຕ​ອາດ​ຈະ​ໃຊ້​ນຳ​ກັນ​ບໍ່​ໄດ້​ຫມົດ ເຊັ່ນ: ເດັກ​ໃນ​ຊ່ວງ 0 ຫາ 4 ກະ​ເຈົ້າ​ຕ້ອງ​ການ ການ​ດູ​ແລ​ເລື່ອງ​ສຸ​ຂະ​ພາບ ແລະ ໂພ​ຊະ​ນາ​ການ​ເນື່ອງ​ຈາ​ກວ່າ​ຊ່ວງນີ້​ເຮົາ​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ດ້ານນີ້​ເພືອ​ທີ່​ຈະ​ເຮັດ​ແນວ​ໃດ​ໃຫ້​ເດັກ​ນ້ອຍ​ມີ​ຊີ​ວິດ​ລອດ ແຕ່ວ່າກາຍ​ຊ່ວງນັ້ນ​ໄປ ແມ່ນການ​ສຶກ​ສາ​ເປັນ​ສິ່ງ​ສຳ​ຄັນ ກະ​ເຈົ້າ​ຈະ​ຕ້ອງ​ມີ​ໂອ​ກາດ​ຮຽນ​ໜັງ​ສື​ເພື່ອ​ເສີມ​ສ້າງ​ທັກ​ສະ ແລະ ພັດ​ທະ​ນາ​ການ​ຂອງ​ກະ​ເຈົ້າ​ໃນ​ອະ​ນາ​ຄົດ ສະ​ນັ້ນ ເຮົາ​ກໍ​ຈະ​ເອົາ​ມິ​ຕິ​ການ​ສຶກ​ສາ​ເຂົ້າ​ມາ​ເບິ່ງ​ຕື່ມ.
  2. ຫລັງ​ຈ​າກ​ທີ່​ເຮົາ​ຮູ້​ມິ​ຕິ​ແລ້ວ ເຮົາ​ຈະ​ຕ້ອງ​ຫາ​ຕົວ​ຊີ້ບອກໃນ​ມິ​ຕິນັ້ນໆ ວ່າ​ມີ​ຈັກ​ຕົວ​ຊີ້ບອກ ຕົວ​ຢ່າງ: ມິ​ຕິ​ດ້ານ​ໂພ​ຊະ​ນາ​ການ ຈະ​ມີ 3 ຕົວ​ຊີ້ບອກ ຄື: ເດັກ​ມີ​ນ້ຳ​ໜັກ​ຕ່ຳ​ກ່​ວາເກນບໍ່ (Underweight), ເດັກ​ໄດ້​ຮັບ​ສານ​ໄອ​ໂອ​ດີນບໍ່?, ເດັກ​ໄດ້​ກິນ​ນົມ​ແມ່ບໍ່? ອີ່​ຫຍັງ​ປະ​ມານນີ້ ເພາະ​ເປັນ​ໂຕ​ຊີ້ບອກວ່າ​ເດັກ​ໄດ້​ຮັບ​ໂພ​ຊະ​ນາ​ການ​ດີ.
  3. ຂັ້ນ​ຕອນ​ຕໍ່​ໄປ ​ເຮົາ​ກໍ​ຈະ​ມາ​ວິ​ເຄາະ​ລວມ ເຊັ່ນ: ຄວາມ​ຖີ່, ອັດ​ຕາ​ສ່ວນ, ແຕ້ມ​ເສັ້ງ​ສະ​ແດງ ເພື່ອ​ໃຫ້​ເຫັນ​ພາບ ແລະ ອະ​ທິ​ບາຍ​ຜົນ​ໄດ້​ຮັບ​ງ່າຍ.

*ການ​ເລືອກ​ຕົວ​ຊີ້ບອກນັ້ນ ແມ່ນ​ເຮົາ​ຄວນ​ເລືອກ​ຕົວ​ຊີ້ບອກ​ທີ່​ອະ​ທິ​ບາຍ​ຜົນ​ທີ່​ໄດ້​ຮັບ ບໍ່​ແມ່ນ ເລືອກ​ໂຕ​ຊີ້ບອກ​ທີ່​ອະ​ທິບາຍ​ຄວາມ​ຂາດ​ເຂີນ

ບັນ​ຫາ​ທີ່​ມັກ​ເກີດ​ຂຶ້ນ​ເລື້ອຍ​ໆໃນ​ການ​ວິ​ເຄາະ

  1. ເລືອກ​ມິ​ຕິ​ (dimension) ທີ່​ທັບ​ຊ້ອນ​ກັນ 100% ເຮົາ​ບໍ່​ຄວນ​ເລືອກ​ມິ​ຕິ​ທີ່​ມັນ​ທັບ​ຊ້ອນ​ກັນ​ສົມ​ບູນ​ແບບ ເພາະ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ໄຈ້​ແຍກບໍ່​ອອກວ່າ ກະ​ເຂົ້າ​ຂາດ​ເຂີນ​ໂຕ​ກັນ​ກັນ​ແທ້ ຄວນ​ເລືອກ​ມິ​ຕິ​ທີ່​ມັນ​ຕັດ​ກັນ ແຕ່ບໍ່ຕັດ​ກັນ​ຈົນ 100%
  2. ແຕ່​ລະ​ມິ​ຕິ​ຄວນ​ມີ​ຕົວ​ຊີ້ບອກ (indicator) ​ຢູ່​ປະ​ມານ 3 ຫາ 4 ອັນ (ແຕ່ບໍ່​ຈຳ​ກັດ)
  3. ບໍ່​ເອົາ​ຕົວ​ຊີ້ບອກ​ທີ່​ມີ​ຄວາມ​ສຳ​ພັນ (correlate) ​ກັນ​ສູງ
  4. ບໍ່​ເອົາ​ຕົວ​ຊີ້ບອກ​ທີ່​ມີຄ່າ missing ຫຼາຍ
  5. ເອົາ​ໃຈ​ໃສ່​ວິ​ທ​ີ ແລະ ຂັ້ນ​ຕອນ​ໃນ​ການ​ເກັບ​ຂໍ້​ມູນ ຂອງ​ຂໍ້​ມູນ​ທີ່​ເຮົາ​ໄດ້​ມາ
  6. ບາງ​ເທື່ອ​ຕົວ​ຊີ້ບອກ​ທີ່​ເຮົາ​ເອົາ​ມາ​ສາ​ມາດ ໂຮມ​ເຂົ້າ​ກັນ​ໄດ້
  7. ກວດ​ຄືນ​ຄ່າ missing value ໂດຍ​ສະ​ເພາະ ກຸ່ມ​ປະ​ຊາ​ກອນ ແລະ ກຸ່ມ​ຕົວ​ຢ່າງ. ຄ່າ missing ​ຂອງ​ກຸ່ມ​ຕົວ​ຢ່າງ​ທີ່​ເຮົາ​ເອົາ​ມາ ບໍ່​ຄວນເກີນ 30% ຂອງ​ຈຳ​ນວນ​ປະ​ຊາ​ກອນ ເພາະ​ວ່າຖ້າ​ເກີນຫຼາຍ​ມັນ​ຈະ​ເຮັດ​ໃຫ້​ຜົນ​ໄດ້​ຮັບ​ເກີດ​ມີ​ການ​ລຳ​ອຽງ (bias)

ວິ​ທີ​ການ​ຄິດ​ໄລ່

ໃນ​ການ​ຄິດ​ໄລ່ ເຮົາ​ຈະ​ແບ່ງ​ອອກ​ເປັນ 2 ການ​ຄິດ​ໄລ່ ຄື​ແບບ​ມິ​ຕິ​ດຽວ (single deprivation analysis) ແລະ ແບບ​​ຫລາຍ​ມິ​ຕິ (multiple deprivation analysis)

Single Deprivation Analysis

\(H= \frac{q_{k}}{n}\)

\(q_{k}=\sum_{i=1}^{n}y_{k}\)

k – ຈຳ​ນວນ​ມິ​ຕິທີ່​ເຮົາ​ຈະ​ຕັດ​ອອກ (k=1, k=2, k=3, … , k = n) (k=2 ໝາຍ​ຄວາມ​ວ່າ ເຮົາ​ຈະ​ນັບ​ວ່າ​ເດັກ​ນ້ອຍ​ຂາດ​ເຂີນ ຫາກ​​ເດັກ​ນ້ອຍ​ຂາດ​ເຂີນຢ່າງ​ໜ້ອຍ 2ມິ​ຕິ​ຂຶ້ນ​ໄປ)

j – ຈຳ​ນວນ​ມິ​ຕິ (j1, j2, j3, … , jn)

i – ຈຳ​ນວນ​ຂອງ​ເດັກ​ນ້ອຍ​ໃນ​ກຸ່ມ​ຕົວ​ຢ່າງ (ບາງ​ຄອບ​ຄົວ​ອາດ​ຈະ​ມີ​ເດັກ​ນ້ອຍ​ຫລາຍ​ກ່​ວາ 1 ຄົນ​ຂຶ້ນ​ໄປ) (i1, i2, i3, … , i(n))

H (%) – ຈຳ​ນວນ​ເດັກ​ນ້ອຍ​ i ຄົນທີ່​ຂາດ​ເຂີນ​ໃນ​ k ມິ​ຕິ (ເຊິ່ງ​ໂຕນີ້​ແມ່ນ​ມີ​ພຽງ​ແຕ່​ມິ​ຕິ​ດຽວ)

n – ຈຳ​ນວນ​ເດັກ​ນ້ອຍ​ທັງ​ຫມົດ

y(k) – ຈຳ​ນວນ​ເດັກ​ນ້ອຍ​ທີ່​ຂາດ​ເຂີນໃນ​ມິ​ຕິ k. k = 1 ຖ້າ​ຫາກວ່າ x(j) < Z(j); k = 0 k = 0 ຖ້າ x>= Z(j)

x(j) – ຄ່າ​ຂອງ​ເດັກນ້ອຍ i ໃນ​ມິ​ຕິ j (ຄ່າ​ທີ່​ໄດ້​ຈາກ​ທີ່​ເຮົາ​ວັດ​ໃນ​ເດັກ​ນ້ອຍ​ແຕ່​ລະ​ຄົນ)

Z(j) – ຄ່າ​ມາດ​ຕະ​ຖານ​ທີ່​ເຮົາ​ຕັ້ງ​ໄວ້​ສຳ​ລັບມິ​ຕິ j

k = 1 ໝາຍ​ຄ​ວາມ​ວ່າ​ເດັກ​ນ້ອຍ i ນັ້ນ​ຂາດ​ເຂີນ​ໃນມິ​ຕິ j

k = 0 ໝາຍ​ຄວາມ​ວ່າ​ເດັກ​ນ້ອຍ i ບໍ່​ຂາດ​ເຂີນ​ໃນ​ມິ​ຕິ j

Multiple Deprivation Analysis

Deprivation count

Identity of multidimentional in each child

ຫຼັງ​ຈາກ​ທີ່​ເຮົາ​ກຳ​ນົດ​ແຕ່​ລະ​ຕົວ​ຊີ້ບອກ ແລະ ລະ​ບຸ​ວ່າ​ມີ​ມິ​ຕິ​ໃດ​ແນ່​ທີ່​ຂາດ​ເຂີນ, ເຮົາ​ກໍ​ຈະ​ມາ​ລວມ​ຈຳ​ນວນ​ການ​ຂາດ​ເຂີນ​ໃນ​ແຕ່​ລະ​ມິ​ຕິ​ວ່າ ເດັກ​ນ້ອຍ​ແຕ່​ລະ​ຄົນ​ມີ​ການ​ຂາດ​ເຂີນທັງ​ໝົດ​ຈັກ​ມິ​ຕິ

\(D_{i}=\sum_{j=1}^{d}y_{j}\)

D(i) – ຈຳ​ນວນມິ​ຕິ​​ທັງ​ໝົດທີ່​ຂາ​ດ​ເຂີນ​ໃນ​ເດັກ​ນ້ອຍ​ແຕ່​ລະ​ຄົນ (ການ​ລະ​ບຸ​ໃນ​ມິ​ຕິ ນັ້ນຖ້າ​ຫາ​ວ່າ​ຕົວ​ຊີ້ບອກ​ໃນ​ມິ​ຕິ j ​ຕົວ​ໃດ​ຕົວ​ໜຶ່ງຫຼຸດ​ຄ່າ​ມາດ​ຕະ​ຖານ(threshold)​ທີ່​ເຮົາ​ຕັ້ງ​ໄວ້ ມິ​ຕິ​ໄດ້​ກໍ​ຈະ​ຖືກ​ໝາຍ​ວ່າ​ຂາດ​ເຂີນ​ໄປ​ເລີຍ.

ຄິດ​ໄລ່​ອັດ​ຕາ​ການ​ແຈກ​ຢາຍ​ຂອງ​ເດ​ັກ​ນ້ອຍ​ວ່າ ໃນ​ແຕ່​ລະ​ຈຳ​ນວນ​ການ​ຂາດ​ເຂີນນັ້ນ​ມີ​ອັດ​ຕາ​ການກວມ​ເອົາ​ຈັກ​ເປີ​ເຊັນ

frequency of deprivation of all children

ເມື່ອ​ເຮົາ​ຮູ້​ແລ້ວ​ວ່າ​ເດັກ​ນ້ອຍ​ແຕ່​ລະ​ຄົນ​ມີ​ການ​ຂາດ​ເຂີນ​ຈັກ​ມິ​ຕິ ເຮົາ​ກໍ​ຈະ​ມາ​ແຕ້ມກ​ຣາບ ເບິ່ງວ່າ ອັດ​ຕາ​ເດັກ​ນ້ອຍ​ທີ່​ມີ​ການ​ຂາດ​ເຂີນ 0, 1, 2, 3, … , n ມິ​ຕິ ມີ​ເທົ່າ​ໃດ. ແບ່ງ​ຕາມລະ​ດັບ​ຊາດ ແລະ ລະ​ດັບ​ຍ່ອຍແບ່ງ​ຕາມ ກຸ່ມ​ອາ​ຍຸ. ນອກ​ຈາກນີ້ ແມ່ນ​ໃຫ້​ເຮົາ​ທຽບ​ຜົນ​ໄດ້​ຮັບ​ທີ່​ໄດ້​ມາ​ສົມ​ທຽບ​ກັນ​ກັບ ຕົວ​ຊີ້ບອກ​ທີ່​ເປັນ profiling ເພື່ອ​ເຮົາ​ຈະ​ໄດ້​ເບິ່ງ​ຄຸນ​ລັກ​ສະ​ນະ​ຂອງ​ຕົວ​ຢ່າງ​ເດັກ​ນ້ອຍ ເພື່ອ​ທີ່​ເຮົາ​ຈະ​ຮູ້​ວ່າ ມີ​ລັກ​ສະ​ນະ​ເດັກ​ນ້ອຍ​ປະ​ເພດ​ໃດ​ແນ່​ທີ່ບໍ່​ມີ​ການ​ຂາດ​ເຂີນ ແລະ ມີ​ການ​ຂ​າດ​ເຂີນຫຼາຍ.

ໄຈ້ ແລະ ວິ​ເຄາະ​ເອົາ​ການ​ທັບ​ຊ້ອນ​ກັນ​ຂອງ​ມິ​ຕິ​ທີ່ຂາດ​ເຂີນ ແລະ ບໍ່​ຂາດ​ເຂີນ

ການ​ທີ່​ເຮົາ​ແຕ້ມ​ກ​ຣາບ​ສະ​ແດງ​ການ​ທັບ​ຊ້ອນ​ກັນ​ຂອງ​ມິ​ຕິ​ທີ່​ມີ​ການ​ຂາດ​ເຂີນ ຈະ​ເຮັດ​ໃຫ້​ເຮົາ​ເຫັນ​ພາບ​ຍິ່ງ​ຂຶ້ນ​ໃນ​ການ​ເບິ່ງວ່າ ເດັກ​ນ້ອຍ​ທີ່​ມີ​ການ​ຂາດ​ເຂີນນັ້ນ​ກະ​ເຈົ້າ​ຂາດ​ເຂີນ​ຫຍັງ​ແນ່ ໂຕ​ໃດ​ຂາດ​ເຂີນ​ໜ້ອຍ ແລະ ມີ​ໂຕ​ໃດ​ຂາດ​ເຂີນຫຼາຍ.

ການ​ສ້າງ​ເສັ້​ນ​ສະ​ແດງ​ດານ​ທັບ​ຊ້ອນ​ກັນນັ້ນ ຮູບ​ໜຶ່ງ​ແມ່ນ​ສູງ​ສຸດບໍ່​ເກີນ 3 ມິ​ຕິ​ໃນ​ຮູບ​ແບບ Venn – diagram ເຊິ່ງວ່າ​ໃນ​ຮູບ​ດຽວນັ້ນ​ສາ​ມາດ​ອະ​ທິ​ບາຍ​ໄດ້ຫຼາຍ​ຢ່າງຄື:

  • ກຸ່ມ​​ເດັກ​ນ້ອຍຕາມ​ທີ່​ມີ​ການ​ຂາດ​ເຂີນ​ໜຶ່ງ​ໃນສາມ​ມິ​ຕິ
  • ກຸ່ມ​ເດັກ​ນ້ອຍ​ຕາມ​ທີ່​ມີ​ການ​ຂາດ​ເຂີນ​ສອງ​ໃນ​ສາມ​ມິ​ຕິ
  • ກຸ່ມ​ເດັກ​ນ້ອຍ​ທີ່ບໍ່​ມີ​ການ​ຂາດ​ເຂີນ​ເລີຍ
  • ​ກຸ່ມ​ເດັກ​ນ້ອຍ​​ທີ່​ມີ​ການ​ຂາດ​ເຂີນ​ທັງ​ສາມ​ມິ​ຕິ ກຸ່ມນີ້​ແມ່ນ​ກຸ່ມ​ທີ່​ເຮົາ​ຈ​ະ​ຕ້ອງ​ເບິ່ງ​ເປັນ​ພິ​ເສດ ເພາະ​ເປັນ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງຫຼາຍ​ກ່ອນ​ໝູ່
Venn diagram – the overlapping 3 dimension of deprivation

Headcount ratio (H)

ຂັ້ນ​ຕອນ​ຕໍ່​ມາ​ແມ່ນ​ເຮົາ​ຈະ​ມາ​ຄິດ​ໄລ່ ອັດ​ຕາ​ການ​ຂາດ​ເຂີນ​ຂອງ​ເດັກ​ນ້ອຍ​ໄລ່​ເປັນ​ຫົວ​ຄົນ​ ໂດຍ​ການ​ຄິດ​ໄລ່​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ວັດ​ແທກ​ໄດ້​ວ​່າ ມີ​ເດັກ​ນ້ອຍ​ຈັກ​ເປີ​ເຊັນ​ທີ່​ຂາດ​ເຂີນ​ໃນ​ມິ​ຕິ​ທີ່​ເຮົາ​ເລືອກ ໃນ​ແຕ່​ລະ​ກຸ່ມ​ອາ​ຍຸ ຫຼັງ​ຈາກນັ້ນ​ຈັດ​ປະ​ເພດ​ການ​ຂາດ​ເຂີນ ວ່າ​ເດັກ​ນ້ອຍ​ຈະ​ຕ້ອງ​ມີ​ການ​ຂາດ​ເຂີນ​ຈັກ​ມ​ິ​ຕິ​ຈຶ່ງ​ຖື​ວ່າ ແມ່ນ​ຂາດ​ເຂີນຫຼາຍ​ມິ​ຕິ ເຊິ່ງ​ໂຕນີ້​ແມ່ນ​ຂຶ້ນ​ກັບ​ເຮົາ​ກຳ​ນົດ ໂດຍ​ສັນ​ຍາ​ລັກ​ແມ່ນ K (cut-off approach). ໝາຍ​ຄວາມ​ວ່າ​ຖ້າ​ຫາ​ວ່າເດັກ​ນ້ອຍ​ຜູ້ນັ້ນມີ D(i) ທີ່​ເທົ່າ​ກັບ ຫຼື ໃຫຍ່​ກ່​ວາ K ແມ່ນ​ເຮົາ​ຈະ​ໝາຍ​ວ່າ​ເດັກ​ນ້ອຍ​ຜູ້ນັ້ນ​ມີ​ການ​ຂາດ​ເຂີນຫຼາຍ​ມິ​ຕິ.

y(j) = 1 ຖ້າ D(i) >= K

y(j) = 0 ຖ້າ D(i) < K

ໃຊ້​ສູດນີ້​ໃນ​ການ​ຄິດ​ໄລ່:

\(H=\frac{q_{K}}{n}\)

\(q_{K}=\sum_{i=1}^{n}y_{K}\)

K – cut-off point ຈຸດ​ທີ່​ເຮົາ​ກຳ​ນົດ​ວ່າ ​ເດັກ​ນ້ອຍ​ຂາດ​ເຂີນ​ຈັກ​ມິ​ຕິ​ຈຶ່ງ​ກຳ​ນົດ​ວ່າ​ກະ​ເຈົ້າ​ຂາດ​ເຂີນຫຼາຍ​ມິ​ຕິ

H, % – ອັດ​ຕາ​ການ​ຂາດ​ເຂີນຫຼາຍ​ມິ​ຕິ​ທຽບ​ໃສ່​ຫົວ​ຄົນ​ອີງ​ຕາມ​ K (cut-off point) ທີ່​ເຮົາ​ກຳ​ນົດ

q(K) – ຈຳ​ນວນ​ເດັກ​ນ້ອຍ​ທີ່​ໄດ້​ຮັບ​ຄວາມ​ຂາດ​ເຂີນ​ຢ່າງ​ໜ້ອຍ K ມິ​ຕິ

n – ຈຳ​ນວນ​ເດັກ​ນ້ອຍ​ທັງ​ໝົດ

y(K) – ສະ​ຖາ​ນະ​ຄວາມ​ຂາດ​ເຂີນ​ຂອງ​ເດັກ​ນ້ອຍ i (ຂຶ້ນ​ກັບ K)

ໝາຍ​ເຫດ: ຖ້າ​ເຮົາ​ຕັ້ງ K ຫຼາຍ​ກ່​ວາ 1 ສະ​ແດງວ່າ ເດັກ​ນ້ອຍ​ທີ່​ຂາດ​ເຂີນ​ໃນຫຼາຍ​ມິ​ຕິ​ແຕ່ບໍ່​ຮອດ​ຈຸດ​ທີ່​ເຮົາ​ຕັ້ງ​ໄວ້​ແມ່ນ​ເຮົາ​ຈະ​ບໍ່​ໄດ້​ນັບ​ເຂົ້າ​ໄປ​ນຳ ຫຼື ບໍ່​ໄດ້​ເອີ້ນ​ວ່າ​ເດັກ​ນ້ອຍ​ທີ່​ມີ​ການ​ຂາດ​ເຂີນຫຼາຍ​ມິ​ຕິ.

Average deprivation intensity (A)

ສຳ​ລັບ​ການ​ຄິດ​ໄລ່​ໂຕນີ້​ແມ່ນ​ ເພື່ອ​ວັດ​​ຂະ​ໜາດ​ຂອງ​ຄວາມ​ຂາດ​ເຂີນ​ໃນຫຼາຍ​ມິ​ຕິ​ຂອງ​ເດັກ​ທີ່​ໝາຍ​ວ່າ​ຂາດ​ເຂີນ​. ຢາກວ່າ​ງົງໆໜ້ອຍ​ໜຶ່ງ ຄັນ​ຈະ​ເວົ້າ​ແລ້ວ​ແມ່ນ ເຮົາ​ຈະ​ມາ​ເບິ່ງວ່າ​ມິ​ຕິ​ທີ່​ເດັກ​ນ້ອຍ​ທີ່​ເຮົາ​ລະ​ບຸ​ວ່າ​ຂາດ​ເຂີນ​ຕາມ K ທີ່​ເຮົາ​ຕັ້ງ​ໄວ້​ຫັ້ນ​ນ່າ​ກະ​ເຈົ້າ​ຂາດ​ເຂີນ​ສະ​ເລ່ຍ​ແລ້ວກວມ​ເອົາຫຼາຍ​ສ່ຳ​ໃດ​ຂອງ​ຈຳ​ນວນ​ມິ​ຕິ​ທັງ​ໝົດ.

ສູດ​ຂອງ ຄ່າ​ສະ​ເລ່ຍ​ຄວາມ​ໜາ​ແໜ້ນ​ຂອງ​ການ​ຂາດ​ເຂີນ

\(A\left(\%\right)=\frac{\sum_{1}^{q_{k}}C_{K}}{\left(q_{K}\right)*d}\)

\(A\left(number\right)=\frac{\sum_{1}^{q_{k}}C_{K}}{d}\)

\(c_{k}=D_{i}*y_{K}\)

A,% – ຄ່າ​ສະ​ເລ່ຍ​ຄວາມ​ໜາ​ແໜ້ນ​ຂອງ​ເດັກ​ນ້ອຍ​ທີ່​ຂາດ​ເຂີນ​ໃນ​ການ​ຂາດ​ເຂີນຫຼາຍ​ມິ​ຕິ (ຫົວ​ໜ່ວຍ ເປີ​ເຊັ​ນ)

A, number – ຄ່າ​ສະ​ເລ່ຍ​ຄວາມ​ໜາແໜ້ນ​ຂອງ​ເດັກ​ນ້ອຍ​ທີ່​ຂາດ​ເຂີນ​ໃນ​ການ​ຂາດ​ເຂີນຫຼາຍ​ມິ​ຕິ (ຫົວ​ໜ່ວຍ ຕົວ​ເລກ)

d – ຈຳ​ນວນ​ມິ​ຕິ​ທັງ​ໝົດທີ່​ເຮົາ​ນຳ​ມາ​ຄິດ​ໄລ່​ໃຫ້​ເດັກ​ນ້ອຍ​ແຕ່​ລະ​ຄົນ

c(K) – ຈຳ​ນວນ​ມິ​ຕິ​ຂອງ​ຄວາມ​ຂາດ​ເຂີນຫຼາຍ​ມິ​ຕິ​ຂອງ​ເດັກ​ນ້ອຍ​ທີ່​ຂາດ​ເຂີນ

Adjusted deprivation headcount (M0)

ການ​ຄິດ​ໄລ​່ອັດ​ຕາ​ສ່ວນ Adjusted deprivation headcount (M0) ແມ່ນ​ການ​ທີ່​ເຮົ​າ​ເອົາອັດ​ຕາ​ການ​ຂາດ​ເຂີນ​ຂອງ​ເດັກ​ຕາມ​ຫົວ​ຄົນລວມ​ກັບອັດ​ຕາ​ຄວາມ​ໜາ​ແໜ້ນ​ຂອງ​ຄວາມ​ຂາດ​ເຂີນ​ຂອງເດັກ​​ທີ່​ຂາດ​ເຂີນເຂົ້າ​ກັນ​. Index ໂຕນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ເຫັນ​ ການ​ເພີ່ມ​ຂຶ້ນ​ຂອງ poverty index ຖ້າ​ຫາກວ່າ​ເດັກ​ນ້ອຍ​ທີ່​ທຸກ​ຍາກ​ຢູ່​ແລ້ວນັ້ນ​ເລີ່ມ​ຂາດ​ເຂີນ​ໃນ​ມິ​ຕິ​ອື່ນ​ທີ່​ກະ​ເຈົ້າ​ບໍ່​ໄດ້​ຂາດ​ເຂີນ​ມາ​ກ່ອນໜ້ານີ້.

\(M_{0}=H*A=\frac{\sum_{1}^{q_{K}}C_{K}}{n*d}\)
Contribute all dimension of deprivation and non-deprivation

ສະຫຼຸບຫຍ​ໍ້ ແຕ່​ລະ​ຂັ້ນ​ຕອນ​ຂອງ MODA:

//1: Getting started | Concept, definition , data

  • ເລືອກ​ຂອບ​ເຂດ​ໃນ​ການ​ວິ​ເຄາະ​ຂອງ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ເດັກ​ນ້ອຍ​ວ່າ​ຈະ​ເອົາ​ໃນ​ຂອບ​ເຂດ​ໃດ ເຊິ່ງວ່າ​ເຮົາ​ຈະ​ເອົາ​ຂອບ​ເຂດ​ດ້ານ​ສຸ​ຂະ​ພາບ​ຂອງ​ເດັກ​ເບາະ ຫຼື ດ້ານ​ການ​ສຶກ​ສາ ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ເລືອກ​ຂອບ​ເຂດ​ມັນ​ກໍ່​ຈະ​ຕ້ອງ​ຂຶ້ນ​ກັບ​ຂໍ້​ມູນ​ທີ່​ເຮົາ​ຈະ​ເອົາ​ມາ​ວິ​ເຄາະ​ນຳ ວ່າ​ຂໍ້​ມູນ​ທີ່​ເຮົາ​ສາ​ມາດ​ມີ​ຫຍັງ​ແນ່ ແລ້ວຫຼັງ​ຈາກນັ້ນ​ເຮົາ​ຈຶ່ງ​ມາ​ເລືອກ​ຂອບ​ເຂດ ແລະ ມິ​ຕິ​ໃນ​ການ​ວິ​ເຄາະ​ໄດ້
  • ເລືອກ​ຂໍ້​ມູນ​ທີ່​ຈະ​ນຳ​ມາ​ວິ​ເຄາະ ແລະ ກຳ​ນົດ​ມາດ​ວັດ​ຫົວ​ໜ່ວຍ

//2: Preparation for the deprivation analysis | Choice of dimensions, indicators, thresholds, and age groups

  • ເລືອກ​ຕົວ​ຊີ້ບອກ​ຂອງ​ແຕ່​ລະ​ມິ​ຕິ ແລະ ກວດ​ເບິ່ງ​​ຕົວ​ແທ​ນປະ​ຊາ​ກອນ (reference population) ທີ່​ຈະ​ເອົາ​ມາ​ຄິດ​ໄລ່
  • ຕັ້ງ​ຄ່າ​ມາດ​ຕະ​ຖານ​ໃຫ້​ແຕ່​ລະ​ຕົວ​ຊີ້ບອກ
  • ເລືອກ life-cycle ແລະ ກຸ່ມ​ອາ​ຍຸ​ສຳ​ລັບ​ການ​ຄິດ​ໄລ່​ແບບຫຼາຍ​ມິ​ຕິ
  • ໃນ​ກໍ​ລະ​ນີ​ທີ່​ບາງ​ຄອບ​ຄົວ​ອ​າດ​ຈະ​ມີ​ເດັກ​ນ້ອຍ 2ຄົນ​ຂຶ້ນ​ໄປ ເຮົາ​ຈະ​ຕ້ອງ​ເລືອກວ່າ ເຮົາ​ຈະ​ເອົາ​ຕົວ​ແທນ​ໃນ​ແຕ່​ລະ​ຄອບ​ຄົວ​ພຽງ​ແຕ່​ຄົນ​ດຽວ ຫຼື ຈະ​ເອົາ​ເດັກ​ນ້ອຍ​ຜູ້​ອື່ນ​ໃນ​ຄອບ​ຄົວ​ນັ້ນ​ນຳ
  • ທົດ​ສອ​ບ​ຄວາມ​ສຳ​ພັນ​ຂອງ​ຕົວ​ຊີ້ບອກວ່າ​ມີ​ຄວາມ​ສຳ​ພັນ​ກັນ​ສູງບໍ່ (ເຊິ່ງ​ໃນ​ການ​ວິ​ເຄາະ MODA ຕົວ​ຊີ້ບອກ​ຕ້ອງບໍ່​ມີ​ຄວາມ​ສຳ​ພັນ​ກັນ 100 ເປີ​ເຊັນ)
  • ເລືອກວ່າ​ຈະ​ເອົາ​ມິ​ຕິ​ໃດ, ມິ​ຕິ​ໃດ​ແນ່​ທີ່​ສາ​ມາ​ດ​ໂຮມ​ເຂົ້າ​ກັນ​ໄດ້ (ໃນ​ການ​ຄິດ​ໄລ່ ເຮົາ​ຈະ​ໃຫ້ weight ເທົ່າ​ກັນ​ໝົດ)

//3: Single deprivation analysis

  • ຄຳ​ນວນ​ອັດ​ຕາ​ຄວາມ​ຂາດ​ເຂີນ​ (Headcount ratio) ໃນ​ແຕ່​ລະ​ຕົວ​ຊີ້ບອກລວມ​ທັງ​ແຕ່​ລະ​ມິ​ຕິ​ນຳ
  • ຫຼັງ​ຈາກ​ຮູ້​ຜົນ​ໄດ້​ຮັບ​ແລ້ວ ເຮົາ​ກ​ໍ​ມາ​ເບິ່ງຕົວ​ປ່ຽນ​ທີ່​ເປັນ profiling ແລະ ສ້າງ profile ຂຶ້ນ​ມາ​ເພື່ອ​ໃຊ້​ໃນ​ການ​ເບິ່ງ​ ແລະ ອະ​ທິ​ບາຍ​ວ່າ​ເດັກ​ນ້ອຍ​ຂາດ​ເຂີນຍ​ອ້ນ​ຫຍັງ​ໃນ​ມິ​ຕິນັ້ນໆ

//4-1: Multiple overlapping deprivation analysis | Deprivation count and overlap analysis per age group

  • ​ຄິດ​ໄລ່​ຈຳ​ນວນ​ມິ​ຕິ​ທີ່​ຂາດ​ເຂີນ​ຂອງ​ເດັກ​ນ້ອຍ​ແຕ່​ລະ​ຄົນ
  • ຫຼັງ​ຈາກນັ້ນ​ແມ່ນ ຄິດ​ໄລ່​ອັດ​ຕາ​ສ່ວນ​ຂອງ​ຄວາມ​ຂາດ​ເຂີນ​ຂອງ​ເດັກ​ນ້ອຍ​​ມີ​ສ່ວນ​ແບ່ງເທົ່າ​ໃດ? ແຕ່​ລະ​ຄົນ​ກະ​ເຈົ້າ​ຂາດ​ເຂີນ​ຈັກ​ມິ​ຕິ ຄິດ​ໄລ່​ທັງ​ລະ​ດັບ​ປະ​ເທ​ດ ແລະ ລະ​ດັບ​ກຸ່ມ​ຍ່ອຍ​ນຳ
  • ຕໍ່​ມາ​ແມ່ນ​ວິ​ເຄາຈຸດຕັດ​ກັນ​​ລະ​ຫວ່າງ​ມິ​ຕິ​ແຕ່​ລະ​ໂຕລວມ​ທັງ​ມິ​ຕິ​ທີ່ບໍ່​ໄດ້​ຕັດ​ກັນ
  • ສ້າງ​ລັກ​ສະ​ນະ (profile) ຂ​ອງ​ເດັກ​ນ້ອຍ​ຂາດ​ເຂີນ​ທີ່​ຕັດ​ກັນ

//4-2: Multiple overlapping deprivation analysis | Identification of multidimensional deprived children

  • ຄິດ​ໄລ່ headcount ratio (H) ໃນ​ແຕ່​ລະ​ກຸ່ມ​ອາ​ຍຸ​ຕາມ​ K (cut-off point) ທີ່​ເຮົາ​ກຳ​ນົດ
  • ຄິ​ດ​ໄລ່ average intensity of deprivation (A) ພາຍ​ໃນ​ກຸ່ມ​ທີ່​ເອີ້ນ​ວ່າ​ຂາດ​ເຂີນ​ໃນ​ແຕ່​ລະ​ກຸ່ມ​ອາ​ຍຸ
  • ຄິດ​ໄລ່ adjusted multidimensional child deprivation headcount ratio (M0/M) ໃນ​ແຕ່​ລະ​ກ​ຸ່ມ​ອາ​ຍຸ

ຕົວ​ຢ່າງ​ການ​ຄິດ​ໄລ່ໂຕ​ຈິງ​ໃນ Sheet:

Calculate H, A, M0

ຂໍ້​ມູນ​ເພີ່ມ​ຕື່ມ

MODA Step-by-Step Guidelines

Lost In Dimensions

CC-MODA Technical Note

Alkire Foster method

 

Douangtavanh Kongphaly

ດວງຕາວັນ ກອງຜາລີ (Douangtavanh Kongphaly) ນັກ​ຄົ້ນ​ຄ້​ວາ (Data Analyst), ສູນ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ, ກະ​ຊວງ​ ແຜນ​ການ ແລະ ການ​ລົງ​ທຶນ.

 

Leave a Reply

Your email address will not be published. Required fields are marked *