ການວິ​ເຄາະ​ເສດ​ຖະ​ກິດ ແລະ ການ​ເງິນ​ຂອງ​ໂຄງ​ການ

​ການ​ວິ​ເຄາະ​ໂຄງ​ການ​ກ່ອນ​ການລົງ​ມື​ປະ​ຕິ​ບັດ​ມີ​ຄວາມ​ສຳ​ຄັນຫຼາຍ​ເພາະ​ມັນ​ເປັນ​ຕົວ​ຊີ້​ວັດ​ວ່າ ໂຄງ​ການນີ້​ເມື່ອ​ເຮັດ​ສຳ​ເລັດ​ແລ້ວ ຈະ​ມີ​ປະ​ສິດ​ທິ​ພາບ ແລະ ໄດ້​ຮັບ​ຜົນ​ປະ​ໂຫຍດ​ສູງ​ສຸດ ຫຼືບໍ່?

ກົດ​ເກນ​ພື້ນ​ຖານ​ການ​ວິ​ເຄາະ​ເສດ​ຖະ​ກິດ​ຂອງ​ໂຄງ​ການ

​ໃນ​ການ​ປະ​ເມີນ​ໂຄງ​ການ​ທີ່​ຈະ​ລົງ​ທຶນ ທັງ​ໝົດ​ທັງ​ມວນເຮົາ​ກໍ​ຈະ​ຕ້ອງ​ມາ​ວິ​ເຄາະ​​​ດ້ານເສດ​ຖະ​ກິດ​ຂອງ​ໂຄງ​ການ​ວ່າ​ເປັນ​ແນວ​ໃດ ຫຼື ບາງ​ຄົນ​ອາດ​ຈະ​ເອີ້ນ​ການ​ວິ​ເຄາ​ະ​ນີ້​ວ່າ ການ​ວິ​ເຄາະ​ດ້ານ​ການ​ເງິນ.

ການ​ວິ​ເຄາະ​ເສດ​ຖະ​ກິດຂອງ​ໂຄງ​ການ​ໃນ​ການ​ລົງ​ທຶນ ເຮົາ​ກໍ​ຈະ​ຕ້ອງ​ຄຳ​ນຶ່ງ​ເຖິງ ການ​ສົມ​ທຽບ​ຜົນ​ໄດ້​ຮັບ​ໃນ​ກໍ​ລະ​ນີ​ທີ່ ຍັງ​ບໍ່​ມີ​ໂຄງ​ການ ແລະ ມີ​ໂຄງ​ການ​ວ່າ​ມີ​ຄວາມ​ປ່ຽນ​ແປງ​ນ້ອຍຫຼາຍ​ສ່ຳ​ໃດ; ປະ​ເມີນ​ກະ​ແສ​ເງິນ​ສົດ; ອັດ​ສາ​ສ່ວນຫຼຸດ ແລະ ເວ​ລາ​ທີ່​ເໝາະ​ສົມ​ ແລະ ມູນ​ຄ່າ​ໃນ​ປະ​ຈຸ​ບັນ.

(1). ຈະ​ເປັນ​ແນວ​ໃດ​ຖ້າ​ມີ​ໂຄງ​ການ ແລະ ບໍ່​ມີ​ໂຄງ​ການ?

ເຮົາ​ສາ​ມາດ​ຮູ້​ໄດ້​ວ່າ​ໂຄງ​ການ​ມີ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ໄດ້​ໂດຍ​ການ​ສົມ​ທຽບ​ໃສ່​ກັບ ຜົນ​ປະ​ໂຫຍດ ທີ່​ຈະ​ໄດ້​ຮັບຫຼັງ​ຈາກ​ມີ​ໂຄງ​ການ ໂດຍ​ການ​ເອົາ ຜົນ​ປະ​ໂຫຍ​ດ​ຕອນ​ທີ່​ຍັງ​ບໍ່​ມີ​ໂຄງ​ການ ລົບ ໃຫ້​ຜົນ​ປະ​ໂຫຍດ​ທີ່​ຈະ​ໄດ້​ຮັບຫຼັງ​ຈາກ​ມີ​ໂຄງ​ການ​ແລ້ວ ຜົນ​ທີ່​ໄດ້​ຮັບ​ກໍ​ຄື ຜົນ​ປະ​ໂຫຍດ​ເພີ່ມ ຂອງ​ໂຄງ​ການ.

ຕົວ​ຢ່າງ: ການ​ສົມ​ທຽບ​ກໍ​ລະ​ນີ​ມີ ຫຼື ບໍ່​ມີ​ໂຄງ​ການ

ສົມ​ມຸດ​ວ່າ ມີ​ໂຄງ​ການ​ຊົນ​ລະ​ປະ​ທານ​ໃນ​ໄລ​ຍະ​ເວ​ລາ 5 ປີ ຢູ່​ແຂວງ ຄ. ໃນ​ໄລ​ຍະ​ເວ​ລາ​ທີ່ບໍ່​ມີ​ໂຄງ​ການ, ປະ​ຊາ​ຊົນ​ສາ​ມາດ​ປູກ​ເຂົ້າ​ຂາຍ​ໄດ້ 5 ລ້ານ​ກີບ ຕໍ່​ປີ, ພາຍຫຼັງ​ທີ່​ມີ​ໂຄງ​ການ ປະ​ຊາ​ຊົນ​ສາ​ມາດ​ປູກ​ເຂົ້າ​ຂາຍ​ໄດ້ 10 ລ້ານ​ກີບ ຕໍ່​ປີ. ຕົ້ນ​ທຶນ​ການກໍ່​ສ້າງ​ໂຄງ​ການ​ແມ່ນ 10 ລ້ານ​ກີບ, ແຕ່​ລະ​ປີ​ມີ ຄ່າ​ໃຊ້​ຈ່າຍ​ໃນ​ການ​ບໍ​ລິ​ການ​ແມ່ນ 2 ລ້ານ​ກີບ.

ຄຳ​ຖາມ: ຈາກ​ຂໍ້​ມູນ​ດັ່ງ​ກ່າວ, ຜົນ​ກຳ​ໄລ​ທັງ​ໝົດ​ຂອງ​ໂຄງ​ການ​ໃນ​ໄລ​ຍະ 5 ປີ ນີ້​ແມ່ນ​ເທົ່າ​ໃດ? ທ່ານ​ຈະ​ຍອມ​ຮັບ​ຂໍ້​ສະ​ເໜີ​ຂອງ​ໂຄງ​ການນີ້ບໍ່?

ຕອນບໍ່​ມີ​ໂຄງ​ການ ຕອນ​ມ​ີ​ໂຄງ​ການ
ປີ ຜົນ​ຕອບ​ແທນ B ຄ່າ​ໃຊ້​ຈ່າຍ B ຜົນ​ຕອບ​ແທນ A ຄ່າ​ໃຊ້​ຈ່າຍ A
0 0 10
1 5 10 2
2 5 10 2
3 5 10 2
4 5 10 2
5 5 10 2
ລວມ 25 0 50 20

ຄຳ​ຕອບ: ຜົນ​ຕອບ​ແທນ​ທັງ​ໝົດ​ຂອງ​ໂຄງ​ການ​ຊົນ​ລະ​ປະ​ທານ​ໄລ​ຍະ 5 ປີນີ້ ແມ່ນ 5 ລ້ານ​ກີບ.

ສູດຄິດ​ໄລ່: (ຜົນ​ຕອບ​ແທນ A – ຄ່າ​ໃຊ້​ຈ່າຍ A) – (ຜົນ​ຕອບ​ແທນ B) = (50 – 20) – (25) = 5 ລ້ານ​ກີບ.

ສະ​ນັ້ນ, ໂຄງ​ການນີ້​ອາດ​ຈະ​ຖືກຍອມ​ຮັບ​ໄດ້.

(2).ປະ​ເມີນກະ​ແສ​ເງິນ​ສົດ

ກະ​ແສ​ເງິນ​ສົດ​ແມ່ນ ເງິນ​ທີ່​ເຂົ້າ​ ແລະ ອອກ​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ການ​ເຮັດ​ໂຄງ​ການ, ໂດຍ​ກະ​ແສ​ເງິນ​ສົດ​ນີ້​ແມ່ນ​ມີ​ຜົນ​ຕໍ່​ການ​ປະ​ເມີນ​ໂຄງ​ການ. ແຕ່​ວ່າ​ຍັງ​ມີ​ບາງ​ລາຍ​ການ​ທີ່ບໍ່​ປາ​ກົດ​ຢູ່​ໃນ​ບົດ​ສະຫຼຸບ​ຜົນ​ກຳ​ໄລ ແລະ ຂາດ​ທຶນ ເຊັ່ນ: ຄ່າຫລຸ້ຍ​ຫ້ຽນ(ຄ່າ​ຫລຸ້ຍ​ຫ້ຽນ ແມ່ນ​ການ​ບັນ​ທຶກ​ຄ່າ​ໃຊ້​ຈ່າຍ​ເພື່ອຫຼຸດ​ຜ່​ອນ​ມູນ​ຄ່າ​ຂອງ​ຊັບ​ສິນ​ຄົງ​ທີ່​ໃນ​ໄລ​ຍະ​ຍາວ, ຍ້ອນ​ວ່າ​ມັນ​ບໍ່​ໄດ້​ໃຊ້​ຈ່າຍ​ເງິນ​ສົດ, ມັນ​ເພີ່ມ​ກະ​ແສ​ເງິນ​ສົດ​ທີ່ບໍ່​ມີ​ຄ່າ​ໃຊ້​ຈ່າຍ​ເພື່ອຫຼຸດ​ຜ່ອນ​ເງິນ​ທີ່​ຫາ​ມາ​ໄດ້​ຈາກ​ການ​ບັນ​ທຶນ​ການ​ລາຍ​ງານ.

ຕົວ​ຢ່າງ:

ສົມ​ມຸດ​ວ່າ ມີ​ໂຄງ​ການ​ຊົນ​ລະ​ປະ​ທານ​ຢູ່​ແຂວງ ກ. ໂຄງ​ການນີ້​ຖືກ​ຄາດ​ໝາຍ​ໃຫ້​ນຳ​ໃຊ້​ໄດ້​ເປັນ​ເວ​ລາ 10 ປີ. ມູນ​ຄ່າ​ຕົ້ນ​ທຶນ​ທັງ​ໝົດ​ແມ່ນ 10 ຕື້​ກີບ. ຫຼັງ​ຈາກ​ຕິດ​ຕັ້ງ​ອຸ​ປະ​ກອນ​ສຳ​ເລັດ​ແລ້ວ, ໃນ​ແຕ່​ລະ​ປີ​ຈະ​ຕ້ອງ​ໃຊ້​ຈ່າຍ 1 ຕື້​ກີບ​ ໃນ​ການ​ບຳ​ລຸງ​ຮັກ​ສາ​ລະ​ບົບ​ຊົນ​ລະ​ປະ​ທານ. ຄ່າ​ບໍ​ລິ​ການ​ທີ່​ເກັບ​ຈາກ​ຜູ່​ຊົມ​ໃຊ້​ຊົນ​ລະ​ປ​ະ​ທານ​ແມ່ນ​ຜູ່​ລະ 0.5 ຕື້​ກີບ ຕໍ່​ປີ.

ຄຳ​ຖາມ: ຈະ​ຕັດ​ສິນ​ໃຈ​ເຮັດ​ໂຄງ​ການນີ້ບໍ່?

ປີ ຜົນ​ຕອບ​ແທນ ຄ່າ​ໃຊ້​ຈ່າຍ ຜົນ​ຕອບ​ແທນ​ສຸດ​ທິ
0 0 10 -10
1 0.5 1 -0.5
2 0.5 1 -0.5
3 0.5 1 -0.5
4 0.5 1 -0.5
5 0.5 1 -0.5
6 0.5 1 -0.5
7 0.5 1 -0.5
8 0.5 1 -0.5
9 0.5 1 -0.5
10 0.5 1 -0.5
ລວມ 5 20 -15

ຄຳ​ຕອບ: ຜົນ​ຕອບ​ແທນ​ຂອງ​ໂຄງ​ການນີ້ ແມ່ນ​ຕ່ຳ​ກວ່າ​ຄ່າ​ໃຊ້​ຈ່າຍ​ຊຶ່ງ​ໝາຍ​ວ່າ​ຖາ​ນະ​ການ​ເງິນ​ແມ່ນບໍ່​ເໝາະ​ສົມ. ສະ​ນັ້ນ, ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ຍົກ​ເລີກ​ໂຄງ​ການນີ້.

(3).ອັດ​ຕາ​ສ່ວນຫຼຸດ

ປົກ​ກະ​ຕິ​ແລ້ວ, ການ​ທີ່​ຈະ​ເລືອກ​ເອົາ​ໂຄງ​ການ​ໃດ​ໜຶ່ງ​ແມ່ນ​ ຈະ​ຕ້ອງ​ເລືອກ​ເອົາ​ໂຄງ​ການ​ທີ່​ມີ​ຜົນ​ຕອບ​ແທນຫຼາຍກວ່າ​ຄ່າ​ໃຊ້ຈ່າຍ​ທັງ​ໝົດ. ຖ້າ​ຫາກວ່າ​ຜົນ​ຕອບ​ແທນ ແລະ ລາຍ​ຈ່າຍ​ສາ​ມາດ​ສັງ​ລວມ​ໄດ້​ໃນ​ປີ​ດຽວ ແມ່ນ​ເຮົາ​ສາ​ມາດ​ຕັດ​ສິນ​ໄດ້​ງ່າຍ, ແຕ່​ວ່າ ສ່ວນຫຼາຍ​ແລ້ວ ໂຄງ​ການ​ທີ່​ຈະ​ລົງ​ທຶນ ແມ່ນ ປີ​ທຳ​ອິດ​ຈະ​ມີ​ລາຍ​ຈ່າຍຫຼາຍ ແລະ ຍັງ​ບໍ່​ທັນ​ມີ​ຜົນ​ຕອບ​ຮັບ​ແມ່ນ​ໃນ​ທັນ​ທີ(ເນື່ອງ​ຈາກວ່າ​ຍັງ​ຢູ່​ໃນ​ການກໍ່​ສ້າງ). ສະ​ນັ້ນ, ເພິ່ນ​ຈຶ່ງ​ໃຊ້​ອັດ​ຕາ​ສ່ວນຫຼຸດ​ເຂົ້າ​ມາ​ໃຊ້​ໃນ​ການ​ຕັດ​ສິນ​ບັນ​ຫາ​ດັ່ງ​ກ່າວ, ຊຶ່ງ​ເຮົາ​ຈະ​ສັ່ງ​ເກດ​ເຫັນ​ວ່າ ຄ່າ​ໃຊ້​ຈ່າຍ ແລະ ຜົນ​ຕອບ​ແທນ​ໃນ​ແຕ່​ລະ​ປີ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ.

ຕົວ​ຢ່າງ: ເຮົາ​ຈະ​ເລືອກ​ອັນ​ໃດ​ລະ​ຫວ່າງ​ເອົາ​ເງິນ​ມາ​ລົງ​ທຶນ ກັບ ເອົາ​ເງິນ​ໄປ​ຝາກ​ທະ​ນາ​ຄານ? ທັງ​ສອງ​ຢ່າງນີ້​ມີ​ຕົວ​ປ່ຽນ​ດຽວ​ກັນ​ຄື ອັດ​ຕາ​ດອກ​ເບ້ຍ(ຖ້າ​ເວົ້າ ໃນ​ກໍ​ລະ​ນີ​ເອົາ​ເງິນ​ໄປ​ຝາກ​ທະ​ນະ​ຄານ​ເຮົາ​ກໍ​ຈະ​ເວົ້າ​ວ່າ “ອັດດອກ​ເບ້ຍ”, ແຕ່​ວ່າ ກໍ​ລະ​ນີ​ໂຄງ​ການນັ້ນ ເຮົາ​ຈະ​ເວົ້າ​ວ່າ ອັດ​ຕາ​ສ່ວນຫຼຸດ). ເຮົາ​ລອງ​ມາ​ສົມ​ມຸດ​ຕົວ​ຈິງ​ເບິ່ງ, ສົມ​ມຸດ​ວ່າ​ເຮົາ​ໄປ​ຝາກ​ເງິນ 100 ກີບ​ໃນ​ທະ​ນາ​ຄານ ແນ່ນອນ​ວ່າ ເຮົາ​ຈະ​ໄດ້​ເງິນ​ເພີ່ມ​ຂຶ້ນ​ຢູ່​ແລ້ວ​ໃນ​ອະ​ນາ​ຄົດ ຊຶ່ງ​ເງິນ​ທີ່​ເພີ່ມ​ຂຶ້ນ​ແມ່ນ​ເງິນ​ທີ່​ໄດ້​ຈາກ​ອັດ​ຕາ​ດອກ​ເບ້ຍ, ບາດນນີ້ ເຮົາ​ລອງ​ຄິດ​ເບິ່ງວ່າ ມັນ​ຍັງ​ມີ ອັດ​ຕາ​ເງິນ​ເຟີ້​ເຂົ້າ​ມາ​ກ່ຽວ​ນຳ ອັດ​ຕາ​ເງິນ​ເຟີ້​ ແມ່ນ ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເງິນ​ຂອງ​ເຮົາ​ນັ້ນ​ເສຍ​ຄ່າ​ໄປ ອ່ານ​ລາຍ​ລະ​ອຽດ​ແບບ​ເຈາ​ະ​ເລິກ​ໄດ້​ຈາກ​ບົດ​ຄວາມ​ທີ່​ຜ່ານ​ມາ​ໄດ້​ທີ່ ອັດ​ຕາ​ເງິນ​ເຟີ້​ແມ່ນ​ຫຍັງ? ສົມ​ມຸດ​ວ່າ​ອັດ​ຕາ​ດອກ​ເບ້ຍ​ທີ່​ທະ​ນາ​ຄານ​ໃຫ້​ແມ່ນ 7%, ແຕ່​ວ່າ ອັດ​ຕາ​ເງິນ​ເຟີ້​ແມ່ນ 8% ນັ້ນ​ໝາຍ​ວ່າ ຖ້າ​ເຮົາ​ເອົາ​ເງິນ​ໄປ​ຝາກ ເຮົາ​ກໍ​ຈະຫຼຸດ​ທຶນ​ແນ່ນອນ(ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ທະ​ນາ​ຄານ​ຈະ​ໃຫ້​ອັດ​ຕາ​ດອກ​ເບ້ຍ​ສູງກວ່າ​ອັດ​ຕາ​ເງິນ​ເຟີ້​ຢູ່​ແລ້ວ). ໃຫ້​ເຮົາ​ສົມ​ທຽບ​ວ່າ ຖ້າ​ເຮົາ​ເອົາ​ເງິນ​ໄປ​ຝາກ​ທະ​ນາ​ຄານ​ ໄດ້​ດອກ​ເບ້ຍ 7% ແລະ ເອົາ​ເງິນ​ໄປ​ລົງ​ທຶນ​ໃສ່​ໂຄງ​ການ​ທີ່​ມີ​ອັດ​ຕາ​ສ່ວນຫຼຸດ 12% ເຮົາ​ຈະ​ເລືອກ​ອັນ​ໃດ, ແນ່ນອນ​ວ່າ​ເຮົາ​ຈະ​ຕ້ອງ​ເລືອກ​ໄປ​ລົງ​ທຶນ​ໃສ່​ໂຄງ​ການ​ແນ່ນອນ.

(4).ມູນ​ຄ່າ​ປະ​ຈຸ​ບັນ(Present Value: PV)

ມູນ​ຄ່າ​ປະ​ຈຸ​ບັນ ຖ້າ​ເວົ້າ​ໃນ​ເລື່ອງ​ການ​ລົງ​ທຶນ​ແລ້ວ ຖ້າ​ທ່ານ​ລົງ​ທຶນ​ໃນ​ມື້ນີ້ຈຳ​ນວນ 100 ກີບ, ຈຳ​ນ​ວນ​ເງິນ​ໃນ​ອະ​ນາ​ຄົດ​ມັນ​ກໍ​ຄົງ​ບໍ່​ເທົ່າ​ເກົ່າ​ແນ່ນອນ. ດັ່ງ​ນັ້ນ, ຖ້າຫາກວ່າ​ທ່ານ​ບໍ່​ໄດ້​ຄິດ​ໄລ່ ມູນ​ຄ່າ​ປະ​ຈຸ​ບັນ ຂອງ​ເງິນ​ທີ່​ທ່ານ​ຈະ​ລົງ​ທຶນ​ໄປ ແລະ ໄລ​ຍະ​ເວ​ລາ​ຂອງ​ໂຄງ​ການ​ແມ່ນ​ໃຊ້​ເວ​ລາ​ດົນ ທ່ານ​​ອາດ​ຈະ​ມີ​ບັນ​ຫາ​ທາງ​ດ້ານ​ການ​ເງິນ​ໄດ້ ເນື່ອງ​ຈາກວ່າ​ມູນ​ຄ່າ​ທີ່​ແທ້​ຈິງ​ຂອງ​ເງິນນັ້ນຫຼຸດ​ລົງ. ເຊັ່ນ​ຕົວ​ຢ່າງ: ຖ້າ​ທ່ານ​ຕັ້ງ​ງົບ​ປະ​ມານ​ຊື້ ປຶ້ມ 1 ແພັກ ຕໍ່ 100 ກີບ, ໂຄງ​ການ​ຂອງ​ທ່ານ​ແມ່ນໃຊ້​ເວ​ລາຢູ່ 5 ປີ​ຈຶ່ງ​ສຳ​ເລັດ, ແຕ່​ວ່າ​ເມື່ອ​ມາ​ຮອດ​ປີ​ທີ 3 ມູນ​ຄ່າ​ຂອງ​ປຶ້ມເພີ່ມ​ຂຶ້ນ 15% ງົບ​ປະ​ມານ​ທີ່​ທ່ານ​ຈະ​ຕ້ອງ​ຊື້​ປຶ້ມ​ໃນ​ປີ​ທີ່​ 3 ຈະ​ຕ້ອງ​ເປັນ 115 ກີບ, ນັ້ນ​ໝາຍ​ຄວາມ​ວ່າ​ທ່ານ​ຈະ​ຕ້ອງ​ເສຍ​ເງິນ 15 ກີບ ໃນ​ທຸກໆ​ຄັ້ງ​ທີ່​ທ່ານ​ຊື້​ປຶ້ມ ຊຶ່ງ​ເງິນ​ທີ່​ທ່ານ​ກຳ​ນົດ​ໄວ້​ຕັ້ງ​ແຕ່​ເລີ່ມ​ໂຄງ​ການ​ຄົງ​ຈະ​ໝົດ​ກ່ອນ​ໂຄງ​ການ​ສຳ​ເລັດ​ແນ່ນອນ.

ອີກ​ຕົວ​ຢ່າງ​ໜຶ່ງ​ກໍ​ຄື ຖ້າ​ເຮົາ​ຕ້ອງ​ການ​ເງິນ 150 ກີບ ໃນ​ອີກ 5 ປີ​ຂ້າງ​ໜ້າ, ທ່ານ​ເອົາ​ເງິນ​ໄປ​ຝາກ​ໄວ້​ຢູ່​ທີ່​ທະ​ນາ​ຄານ ຊຶ່ງ​ທະ​ນາ​ຄານ​ໃຫ້​ດອກ​ເບ້ຍ 7% ຕໍ່​ປີ, ທ່ານ​ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ໃດ ໃນ​ປະ​ຈຸ​ບັນ ຈຶ່ງ​ຈະ​ໄດ້​ເງິນ​ຕາມ​ທີ່​ເຮົາ​ກຳ​ນົດ​ໄວ້​ໃນ 5 ປ້ ຂ້າງ​ໜ້າ. ທ່ານ​ຈະ​ຕ້ອງ​ໃຊ້​ເງິນ 107 ກີບ ໃນ​ການ​ເອົາ​ໄປ​ຝາກ​ທະ​ນາ​ຄານ​ໄວ້​ໃນ​ມື້ນີ້ ທ່ານ​ຈຶ່ງ​ຈະ​ໄດ້​ເງິນ​ຕມ​ທີ່​ທ່ານ​ຕ້ອງ​ການ​ໃນ​ອະ​ນາ​ຄົດ.

ສະຫຼຸບ, ຈາກ​ທີ່​ທ່ານ​ອ່ານ​ຢູ່​ຂ້າງ​ເທິງ ຕົວ​ຢ່າງ ການ​ຊື້​ປຶ້ມ​ຂອງ​ໂຄງ​ການ ເຫັນ​ວ່າ ເຮົາ​ຕ້ອງ​ປ່ຽນ​ມູນ​ຄ່າ​ເງິນ​ທີ່​ຢູ່​ໃນ​ໂຄງ​ການ ໃຫ້​ມາ​ເປັນ​ມູນ​ຄ່າ​ປະ​ຈຸ​ບັນ ເພື່ອ​ເຮັດ​ໃຫ້​ມີ​ການ​ສົມ​ດຸນ​ດ້ານ​ການ​ເງິນ ແລະ ເສດ​ຖະ​ກິດ​ຂອງ​ໂຄງ​ການ.

ສູດ​ຄິດ​ໄລ່

PV = FV/((1+r)^t)

PV ແມ່ນ ມູນ​ຄ່າ​ປະ​ຈຸ​ບັນ

FV ແມ່ນ​ ມູນ​ຄ່າ​ໃນ​ອະ​ນາ​ຄົດ(Future Value)

r ແມ່ນ ອັດ​ຕາ​ສ່ວນຫຼຸດ ຫຼື ອັດ​ຕາ​ດອກ​ເບ້ຍ

t ແມ່ນ ໄລ​ຍະ​ເວ​ລາ(ປີ​)

3 ​ມາດ​ຖານ​ຂອງ​ການ​ລົງ​ທຶນ ເມື່ອ​ເຮົາ​ຕ້ອງ​ຄຳ​ນຶ່ງ​ເຖິງ​ຜົນ​ຕອບ​ແທນ​ສູງ​ສຸດ​ທີ່​ໄດ້​ຮັບ​ຈາກ​ໂຄງ​ການ

1. ມູນ​ຄ່າ​ປະ​ຈຸ​ບັນ​ສຸດ​ທິ(Net Present Value: NPV) ໝາຍ​ວ່າ ປະ​ເມີນ​ມູນ​ຄ່າ​ຕົວ​ຈິງ​ຂອງ​ໂຄງ​ການ.

2. ອັດ​ຕາ​ສ່ວນ​ຂອ​ງ​ຜົນ​ຕອບ​ແທນ ແລະ ຄ່າ​ໃຊ້​ຈ່າຍ(Cost Benefit Ratio: B/C) ປະ​ເມີນ​ຜົນ​ຕອບ​ແທນ​ສຸດ​ທິ​ຂ​ອງ​ການ​ລົງ​ທຶນ ຕໍ່ 1 ​ຫົວໜ່ວຍ.

3. ​ອັດ​ຕາ​ຜົນ​ຕອບ​ແທນ​ພາຍ​ໃນ(Internal Rate of Return: IRR) ສະ​ແດງ​ເຖິງ​ອັດ​ຕາ​ຜົນ​ຕອບ​ແທນ​ເຊັ່ນ: ອັດ​ຕາ​ດອກ​ເບ້ຍ.

ອັດ​ຕາ​ສ່ວນ ຜົນ​ຕອບ​ແທນ ແລະ ຄ່າ​ໃຊ້​ຈ່າຍ​ຂອງ​ໂຄງ​ການ(Cost Benefit Ratio:B/C)

ການ​ວິ​ເຄາະ​ເສດ​ຖະ​ກິດ ແລະ ການ​ເງິນ​ຂອງ​ໂຄງ​ການ ທຳ​ອິດ​ເຮົາ​ຈະ​ຕ້ອງ​ຄິດ​ໄລ່​ ອັດ​ຕາ​ສ່ວນ ຜົນ​ຕອບ​ແທນ ແລະ ​ຄ່າ​ໃຊ້​ຈ່າຍ​ຂອງ​ໂຄງ​ການ(Cost Benefit Ratio) ຖ້າ​ຫາ​ວ່າ​ອັດ​ຕາ​ສ່ວນ B/C ມີ​ຄ່າ​ໃຫຍ່​ກວ່າ 1 ສະ​ແດງວ່າ ໂຄງ​ການ​ດັ່ງ​ກ່າວ​ມີ​ຜົນ​ກຳ​ໄລ​ທີ່​ຄາດ​ຄະ​ເນ​ໄດ້​ຈາກ​ໂຄງ​ການ​ມີຫຼາຍ ດັ່ງ​ນັ້ນ ຈຶ່ງ​ເຫັນ​ວ່າ​ໂຄງ​ການ​ດັ່ງ​ກ່າວ​ເໝາະ​ສົມ​ຕໍ່​ດ້ານ​ເສດ​ຖະ​ກິດ​ທີ່​ຈະ​ລົງ​ທຶນ. ແຕ່​ວ່າ, ຖ້າ​ອັດ​ຕາ​ສ່ວນ B/C ນ້ອຍ​ກວ່າ 1 ສະ​ແດງວ່າ​ໂຄງ​ການ​ດັ່ງ​ກ່າວ​ມີ​ຜົນ​ກຳ​ໄລ​ບໍ່​ພຽງ​ພໍ ເມື່ອ​ທຽບ​ກັບ​ມູນ​ຄ່າ​ທີ່​ລົງ​ທຶນ​ໄປ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຖ້າ​ຫາກວ່າ​ໂຄງ​ການ​ດັ່ງ​ກ່າວ​ເປັນ​ໂຄງ​ການ​ຂອງ​ລັດ ແລະ ມີ​ອັດ​ຕາ​ສ່ວນ B/C ນ້ອຍ​ກວ່າ 1 ກໍ​ຕາມ ບາງ​ເທື່ອໂຄງ​ການນັ້ນ​ກໍ​ຕ້ອງ​ໄດ້​ປະ​ຕິ​ບັດ ເນື່ອງ​ຈາກວ່າ ໂຄງ​ການ​ຂອງ​ລັດ​ເພື່ອ​ແນ່​ໃສ່​ການ​ຍົກ​ສູງ​ສະ​ຫວັດ​ດີ​ການ​ສັງ​ຄົມ.

ສູດ​ຄິດ​ໄລ່

B/C = ∑(B(t)/(1+i)^t) / ∑(C(t)/(1+i)^t)

B(t) ແມ່ນ​ ຜົ​ນ​ຕອບ​ແທນ​ທີ່​ໄດ້​ຈາກ​ໂຄງ​ການ​ໄລ​ຍະ​ເວ​ລາ t

C(t) ແມ່ນ ຄ່າ​ໃຊ້​ຈ່າຍ​ໃນ​ໂຄງ​ການ​ໄລ​ຍະ​ເວ​ລາ t

i ແມ່ນ​ອັດ​ຕາ​ດອກ​ເບ້ຍ

t ແມ່ນ​ໄລ​ຍະ​ເວ​ລາ​ຂອງ​ໂຄງ​ການ

ໃນ​ການ​ຕັດ​ສິນ​ໃຈ​, ຖ້າ B/C ແມ່ນ​ໃຫຍ່​ກວ່າ 1  ແມ່ນ​ໂຄງ​ການ​ເໝາ​ະ​ສົມ.

ຄ່າ​ໃຊ້​ຈ່າຍ​ໃນ​ການ​ຄຸ້ມ​ຄອງ ແລະ ບຳ​ລຸງ​ຮັກ​ສາ(Operate and Maintiance:O/M)

ເຮົາ​ຈະຕ້ອງ​ໄດ້​ຄິດ​ໄລ່​ຄ່າ O/M ຖ້າ​ຫາກວ່າ​ໂຄງ​ການ​ຂອງ​ເຮົາ​ເປັນ​ໂຄງ​ການ​ທີ່ມີ​ການ​ສ້າງ​ລາຍ​ໄດ້.

ຕົວ​ຢ່າງ: ວິ​ເຄາະ​ການ​ເງິນ​ຂອງ​ໂຄງ​ການລົງ​ທຶນ​ຂອງ​ລັດ ທີ່​ໄດ້​ຕິດ​ຕັ້ງ​ເຄື່ອງ​ຊົນ​ລະ​ປະ​ທານ ໂດຍ​ເຄື່ອງ​ດັ່ງ​ກ່າວ​ແມ່ນ​ຕ້ອງ​ການ​ເງິນ 3 ລ້ານ​ກີບ ຕໍ່ ປີ ເພື່ອ​ເປັ​ນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ບຳ​ລຸງ​ຮັກ​ສາ. ຈາກ​ແຜນ​ທີ່​ວາງ​ໄວ້ ລັດ​ຖະ​ບານ​ຈະ​ເກັບ​ເງິນ​ຈາກ​ຜູ່​ຊົມ​ໃຊ້​ຊົນ​ລະ​ປະ​ທານ 5000 ກີບ ຕໍ່ ເຮັກ​ຕາ. ສົມ​ມຸດ​ວ່າ ເນື້ອ​ທີ່​ຊົນ​ລະ​ປະ​ທານ​ທັງ​ໝົດ​ແມ່ນ 200 ເຮັກ​ຕາ. ໂຄງ​ການນີ້​ຈະ​ຢືນ​ຢົງ ຫຼືບໍ່?

ແກ້:

ການ​ເງິນ​ຂອງ​ໂຄງ​ການນີ້​ແມ່ນບໍ່​ຢືນ​ຢົງ ເນື່ອງ​ຈາກວ່າ ຄ່າ O/M ສູງກວ່າ​ລາຍ​ຮັບ​ຄື 3 ລ້ານກີບ (ທຶນ) > 1 ລ້ານ​ກີບ (5’000 x 200); (ເກັບ​ຄ່າ​ນ້ຳ).

ດັ່ງ​ນັ້ນ, ໂຄງ​ການນີ້​ບໍ່​ຢືນ​ຢົງ.

ມູນ​ຄ່າ​ປະ​ຈຸ​ບັນສຸດ​ທິ(Net Present Value:NPV)

NPV ແມ່ນ​ຈຳ​ນວນ​ທີ່​ປ່ຽນ​ແປງ​ຂອງ​ຜົນ​ຕອບ​ແທນ​ສຸດ​ທິ ທີ່​ໄດ້​ຈາກ​ອາ​ຍຸ​ການ​ໃຊ້​ງານຂອງ​ໂຄງ​ການ. ອີງ​ໃສ່​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຜົນ​ຕອບ​ແທນ​ທັງ​ໝົດ ແລະ ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ປະ​ຈຸ​ບັນ. ໂຄງ​ການ​ດັ່ງ​ກ່າວ​ສາ​ມາດ​ຕັດ​ສິນ​ປະ​ສິດ​ທິ​ຜົນ​ທາງ​ດ້ານ​ການ​ເງິນ​ຂອງ​ໂຄງ​ການ​ເອງ​ໄດ້. ນອກນັ້ນ, NPV ແມ່ນ​ຄ່າ​ຄວາມ​ແຕກ​ຕ່າງ​ລະ​ຫວ່າ​ງ​ກະ​ແສ​ເງິນ​ສົດ​ທີ່​ເຂົ້າ ແລະ ອອກ​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ໂຄງ​ການ ເຮົາ​ສາ​ມາດວິ​ເຄາະ​ໄດ້​ວ່າ​ໂຄງ​ການ​ດັ່ງ​ກ່າວ ມີ​ກຳ​ໄລ ຫຼືບໍ່.

ສູດ​ຄິດ​ໄລ່

NPV = C(0) + I(0) + ∑[I(n)/(1+r^)n]

I(0),I(1),…,I(n) ແມ່ນ​ຜົນ​ຕອບ​ແທນ​ສຸດ​ທິ​ໃນ​ແຕ່​ລະ​ປີ, ເລກ​ໃນ​ວົງ​ເລັບ​ແມ່ນ​ຕົວ​ເລກ​ຂອງ​ປີ​ເຊິ່ງ​ເລີ່ມ​ຈາກ​ປີ​ທີ 0 ຫາ ປີທີ n.

r ແມ່ນອັດ​ຕາ​ສ່ວນຫຼຸດ(ດອກ​ເບ້ຍ)

n ແມ່ນປີ​ທີ່​ມີ​ການ​ລົງ​ທຶນ

C(0) ແມ່ນ​ລາຍ​ຈ່າຍ​ປີ​ທີ 0

ໃນ​ການ​ຕັດ​ສິນ​ໃຈ​ເລືອກ:

ຖ້າ​ຫາກ NPV > 0 ໂຄງ​ການ​ດັ່ງ​ກ່າວ​ແມ່ນຍອມ​ຮັບ​ໄດ້, ແຕ່ຈຳ​ນວນ NPV ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງ​ກັບ​ມູນ​ຄ່າ​ທີ່​ແນ່ນອນ​ຂອງ​ໂຄງ​ການ​ໃນ​ບັນ​ດາ​ໂຄງ​ການ​ຕ່າງ​ໆ​.

ຕົວ​ຢ່າງ: ລາຍ​ຮັບ​ແມ່ນນອນ​ຢູ່​ໃນ 10 ປີ​ເບື້ອງ​ຕົ້ນ, ສົມ​ມຸດ​ວ່າ ທ່ານ​ລົງ​ທຶນ​ໄປ 900 ກີບ ເພື່ອ​ກໍ່​ສ້າ​ງ​ລະ​ບົບ ຊົນ​ລະ​ປະ​ທານໃນ​ປີ​ທຳ​ອິດ ແລະ ທ່ານ​ຄາດ​ໄວ້​ວ່າ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ 100 ກີບ ຕໍ່​ປີ ຕະຫຼອດ​ໄລ​ຍະ 10 ປີ, ໃຫ້​ສົ​ມ​ທຽບ​ຜົນ​ຕອບ​ແທນ ແລະ ຈຳ​ນວນ​ຂອງ​ການ​ລົງ​ທຶນ​ທັງ​ໝົດ. ທ່ານ​ສາ​ມາດ​ຄິດ​ໄລ່​ລາຍ​ຮັບ​ທັ​ງ​ໝົດ ໂດຍ​ໃຊ້​ອັດ​ຕາ​ສ່ວນຫຼຸດ (r = 10%) ໃນ​ປະ​ຈຸ​ບັນ​ຊຶ່ງ​ສາ​ມາດ​ຄິດ​ໄລ່​ໄດ້​ຈາກ​ຜົນ​ລວມ​ຂອງ​ຜົນ​ຕອບ​ແທນ​ມູນ​ຄ່າ​ປະ​ຈຸ​ບັນ​ສຸດ​ທິ ໃນ​ແຕ່​ລະ​ປີ ລົບ ໃຫ້​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ເບື້ອງ​ຕົ້ນ.

ປີ ຜົນ​ຕອບ​ແທນ(ມູນ​ຄ່າ​ໃນ​ອະ​ນາ​ຄົດ) ຄ່າ​ໃຊ້​ຈ່າຍ(ມູນ​ຄ່າ​ໃນ​ອະ​ນາ​ຄົດ) ສູດ​ຄິດ​ໄລ່​ດ້ວຍ​ອັດ​ຕາ​ສ່ວນຫຼຸດ(r=10%) ມູນ​ຄ່າ​ປະ​ຈຸ​ບັນ​ຂອງ​ຜົນ​ຕອບ​ແທນ​ສຸດ​ທິ
0 0 -900 -900
1 100 0 100/(1.1) 0
2 100 0 100/(1.1)^2 0
3 100 0 100/(1.1)^3 0
4 100 0 100/(1.1)^4 0
5 100 0 100/(1.1)^5 0
6 100 0 100/(1.1)^6 0
7 100 0 100/(1.1)^7 0
8 100 0 100/(1.1)^8 0
9 100 0 100/(1.1)^9 0
10 100 0 100/(1.1)^10 0
ລວມ 1,000 900 ມູນ​ຄ່າ​ປະ​ຈຸ​ບັນ​ສຸດ​ທິ = -285.6

NPV = (90.9+82.6+75.1+68.3+62.1+56.4+51.3+46.7+42.4+38.6)-900 = -285.6

ອັດ​ຕາ​ຜົນ​ຕອບ​ແທນ​ພາຍ​ໃນ (Internal Rate of Return: IRR)

IRR ໝາຍ​ເຖິງ​ຜົນ​ຕອບ​ແທນ​ທີ່​ໄດ້​ຈາກ​ໂຄງ​ການ ເມື່ອ NPV ເທົ່າ​ສູນ. ບາງ​ໂຄງ​ການ​ຈະ​ບໍ່​ມີ IRR ເນື່ອງ​ຈາກວ່າ ໂຄງ​ການ​ດັ່ງ​ກ່າວນັ້ນ​ບໍ່​ແມ່ນ​ໂຄງ​ການ​ທີ່ສ້າງ​ສຳ​ເລັດ​ແລ້ວ​ເປີດ​ໃຫ້​ບໍ​ລິ​ການ(ເກັບ​ເງິນ). ສະ​ນັ້​ນ, ໂຄງ​ການ​ໃດ​ທີ່​ມີ​ການ​ບໍ​ລິ​ການ(ເກັບ​ເງິນ) ໂຄງ​ການນັ້ນ​ຈະ​ຕ້ອງ​ໄດ້ໄລ່ IRR ເພື່ອ​ໃຫ້​ຮູ້​ວ່າ​ໂຄງ​ການນັ້ນ​ໄດ້​ກຳ​ໄລ ຫຼືບໍ່?

ແຕ່​ວ່າ​ການ​ໄລ່ IRR ນັ້ນ​ກໍ່​ຍັງ​ມີ​ບັນ​ຫາ​ຢູ່ ໃນ​ເລື່ອງ​ຄວາມ​ເຂົ້າ​ໃຈ ເຊັ່ນ ໂຄງ​ການ​ອາດ​ໃຫ້ IRR ທີ່​ສູງ, ແຕ່​ວ່າ NPV ນັ້ນ​ນ້ອຍ ມັນ​ອາດ​ຈະ​ເປັນ​ຍ້ອນ ໄລ​ຍະ​ເວ​ລາ​ໂຄງ​ການ​ສັ້ນ ຈຶ່ງ​ເຮັດ​ໃຫ້​ມີ IRR ສູງ ເຮັດ​ໃຫ້​ເຮົາ​ຄິດ​ວ່າ ຈະ​ໄດ້​ຜົນ​ກຳ​ໄລ​ທີ່​ດີ ແຕ່ NPV ຊ້ຳ​ພັດ​ນ້ອຍ. ກົງ​ກັນ​ຂ້າມ ໄລ​ຍະ​ເວ​ລາ​ໂຄງ​ການ​ຍາວມີ IRR ທີ່​ນ້ອຍ, ແຕ່ NPV ສູງ ຍ້ອນ​ວ່າໂຄງ​ການ​ອາດ​ຈະ​ຜົນ​ຕອບ​ແທນ​ທີ່​ຊ້າ, ແຕ່​ໂຄງ​ການ​ມີ​ການ​ຈັດ​ສັນ​ງົບ​ປະ​ມານ​ທີ່​ດີ(ຫຼາຍ) ກໍ່​ຈະ​ເຮັດ​ໃຫ້​ມີ​ຜົນ​ກຳ​ໄລ​ທີ່​ດີ​ຄື​ກັນ.

ນອກນັ້ນ, ບາງ​ຄັ້ງ​(ເກີດ​ໜ້ອຍ​ທີ່​ສຸດ) ໂຄງ​ການ​ທີ່​ມີ​ໄລ​ຍະ​ຍາວ ອາດ​ຈະ​ໃຊ້​ເງິນ​ທີ່​ໄດ້​ຈາກ​ອັດ​ຕາ​ສ່ວນຫຼຸດ ນຳ​ມາ​ລົງ​ທຶນ​ໃໝ່ ໃນ​ລະ​ຫວ່າງ​ການ​ເຮັດ​ໂຄງ​ການ ຊຶ່ງ​ມັນ​ອາດ​ຈະ​ເຮັດ​ໃຫ້​ທ່ານ​ຄິດ​ວ່າ​ໂຄງ​ການ​ດັ່ງ​ກ່າວ​ຄົງ​ສິ​ໄດ້​ກຳ​ໄລ​ດີ. ສະ​ນັ້ນ, ເພິ່ນ​ຈຶ່ງ​ໄດ້​ຄິດ​ໄລ້

ມີ​ສູດ​ຄິດ​ໄລ່​ດັ່ງ​ນີ້:

∑(B(t)-C(t))/(1+i)^t = 0

 ຫຼື

r1+(r2-r1)x[NPV(r1)/(NPV(r1)-NPV(r2))]

ຫຼື

ສູດຄ້າຍ​ຄື​ກັນ​ກັບສູດ​ຄິດ​ໄລ່ NPV ຄື

NPV =C(0)+ ∑C(t)/(1+r)^t

C(0) ແມ່ນ ເງິນລົງ​ທຶນ​ໃນ​ຕອນ​ຕົ້ນຂອງ​ການ​ລົງ​ທຶນ

C(t) ແມ່ນ ເງິນ​ຂາ​ເຂົ້າ​ໃນ​ລະ​ຫວ່າງ​ການລົງ​ທຶນ​ໃນ​ປີ​ທີ t

r ແມ່ນ ອັດ​ຕາ​ສ່ວນຫຼຸດ ຫຼື ອັດ​ຕາ​ດອກ​ເບ້ຍ

t ແມ່ນ ປີ​ທີ​ຂອງ​ໂຄງ​ການ

ຕົວ​ຢ່າງ:

ມີ​ສອງ​ໂຄງ​ການ(A ແລະ B) ມີ​ເງິນ​ລົງ​ທຶນ 300$ ແລະ 600$ ຕາມ​ລຳ​ດັບ. ມີອັດ​ຕາ​ສ່ວນຫຼຸດ 12% ແລະ ມີ​ຕົ້ນ​ທຶນ​ໃນ​ຫານກໍ່​ສ້າງ​ແມ່ນ

ຄ​ຳ​ຖາມ: ຈະ​ເລືອກ​ເອົາ​ໂຄງ​ການ​ໃດ​ດີ?

ໂຄງ​ການ A ໂຄງ​ການ B
ປິ ເງິນ​ເຂົ້າ ເງິນ​ເຂົ້າ
0 -300 -600
1 200 400
2 130 200
3 50 150

IRR(A) = -300+(600/1.12^1)+(130/1.12^2)+(50/1.12^3)

IRR(A) = 18%

IRR(B) = -600+(400+1.12^1)+(200/1.12^2)+(150/1.12^3)

IRR(B) = 23%

ສົມ​ມຸດ​ວ່າ ຕົ້ນ​ທຶນ​ຂອງ​ໂຄງ​ການ A ແມ່ນ 8% ແລະ B ແມ່ນ 15%. ສະ​ແດງວ່າ, ເຖິງວ່າ IRR(A)<IRR(B) ກໍ​ຕາມ​ ແຕ່​ວ່າ​ ຕົ້ນ​ທຶນ​ຕ່ຳ​ກວ່າ. ດັ່ງ​ນັ້ນ, ຈຶ່ງ​ເລືອກ​ເອົາ​ໂຄງ​ການ A.

ຕົວ​ຢ່າງ:

ສົມ​ມຸດ​ວ່າ ໂຄງ​ການ ກ. ສາ​ມາດ​ໃຫ້ NPV 37.4 ຢູ່​ໃນ​ອັດ​ຕາ​ສ່ວນຫຼຸດ 12% ແລະ NPV -10.1 ຢູ່​ໃນ​ອັດ​ຕາ​ສ່ວນຫຼຸດ​ມູນ​ຄ່າ 14%. ມາ​ຮອດນີ້​ທ່ານ​ຮູ້​ວ່າ IRR ຂອງ​ໂຄງ​ການນີ້​ແມ່ນ​ຢູ່​ໃນ​ລະ​ຫວ່າງ​ສອງ​ອັດ​ຕາ​ສ່ວນຫຼຸດ​ມູນ​ຄ່າ​ດັ່ງ​ກ່າວ ເພາະ​ວ່າ IRR ໝາຍ​ເຖິງ NPV ມີ​ຄ່າ​ເທົ່າ 0. IRR ຂອງ​ໂຄງ​ການນີ້​ມີ​ຄ່າ​ເທົ່າ​ໃດ?

12%+(14%-12%)*(37.4/(37.4+10.1)) = 13.6%

ຄ​ຳ​ຕອບ​ແມ່ນ 13.6%

 

 

Douangtavanh Kongphaly

ດວງຕາວັນ ກອງຜາລີ (Douangtavanh Kongphaly) ນັກ​ຄົ້ນ​ຄ້​ວາ (Data Analyst), ສູນ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ, ກະ​ຊວງ​ ແຜນ​ການ ແລະ ການ​ລົງ​ທຶນ.

 

Leave a Reply

Your email address will not be published. Required fields are marked *