ແຈກລາຍເຊັ່ນ DriverScaner 2013 ສຳລັບທຸກໆຄົນ

ຫລັງຈາກໂປໂມເຊິນທີ່ເຮົາໄດ້ຂຽນໄວ້ກ່ຽວກັບ ແຈກລາຍເຊັ່ນ DriverScaner 2012 ຟຼີ 1 ປີ ສຳລັບທຸກໆຄົນ ແຕ່ໂປໂມເຊິນນີ້ຫມົດອາຍຸແລ້ວຕັ້ງ ແຕ່ເດືອນ 3 ທີຜ່ານມາ. ມາຮອດມື້ນີ້ເພິ່ນກະໄດ້ຈັດໂປໂມເຊິນໃຫມ່ອີກເທື່ອຫນຶ່ງ, ແຕ່ເທື່ອນີ້ມແມ່ນໄດ້ປ່ຽນມາແຈກ DriverScaner 2013 ຟັງແລ້ວຫນ້າສົນໃຈແມ່ນບໍ່? ຫາກໃຜຍັງບໍ່ຮູ້ວ່າໂປແກມ DriverScaner 2013 ເຮັດຫຍັງໄດ້ແນ່. DriverScaner 2013 ເປັນໂປແກມທີ່ຈະມາ ຊ່ວຍໃຫ້ທ່ານຫາ Driver ຄອມຂອງທ່ານໂດຍທີທ່ານບໍ່ຕ້ອງຮູ້ວ່າຄອມຂອງທ່ານໃຊ້ Hardware ຄ້າຍໃດ? ຊື່ຫຍັງ? ເປັນຕົ້ນ.

ເຮົາມາເບິ່ງວິທີເຮັດກັນເລີຍ.

ໝາຍເຫດ: ລາຍເຊັ່ນນີ້ສາມາດໃຊ້ໄດ້ທັງ DriverScaner 2012 ແລະ DriverScaner 2013

1. ເຮົາຕ້ອງເຂົ້າໄປຜູ້ທີ່ໃຫ້ບໍລິການ Web proxy ກ່ອນ. (ຕ້ອງແມ່ນ Web proxy ທີ່ປ່ຽນ IP Adress ເຮົາເປັນປະເທດອັງກິດເທົ່ານັ້ນ)

Web proxy ທີ່ເຮົາແນະນຳ kingsurfproxy ; proxfree ; 123fast ເລືອກເອົາໂຕໃດກະໄດ້

2. ແລ້ວພິມລິ້ງນີ້ໃສ່ຊ່ອງນີ້ເບິ່ງຕາມຮູບ. ຫລັງຈາກນັ້ນຄິຣກ Suff

https://store.uniblue.com/278/purl-DSpr-rkf?x-source=pr&x-pr=covermount-free&x-covermount-free=webuser_DS

 

3. ເຮົາຕ້ອງເບິ່ງດີໆວ່າ: ລາຄາມັນຈະເປັນ 0.00 ສະແດງວ່າຟຼີບໍ່ເສຍເງິນຈັກກີບ ແລະ ກອບແບບຟອມ. ບ່ອນຊ່ອງ Country ໃຫ້ໃສ່ວ່າ Laos ປະເທດເຮົາເອງນິລະເພາະບໍ່ຕ້ອງໃສ່ VAT ID. ແລ້ວຄິຣກ Next.

 

4. ຫລັງຈາກຄິຣກ Next ແລ້ວຈະພາເຮົາມາເຫັນຫນ້ານີ້, ໃຫ້ຄິຮກ Complete Registration

 

5. ແລ້ວຈະເຫັນຫນ້ານີ້

 

6. ເຂົ້າໄປກ່ອງຂໍ້ຄສາມເຂົ້າຫຍູ່ເມວຂອງທ່ານ ແລະ ມັນສົ່ງເມວມາແລ້ວ, ເປີດເບິ່ງກໍ່ຈະໄດ້ລາຍເຊັ່ນຟຼີແລ້ວເປັນເວລາ 1 ປີເຕັມ.