[ອັບເດດ]ວິທີເອົາ Invite beta key ຂອງເກມ DOTA2

ເກືອບໆປີ 1 ແລ້ວທີ່ທາງ Valve ເປີດໂຕເກມ DOTA2. DOTA2 ເປັນເກມທີ່ໄດ້ຈາກ Map DotA ຈາກພາກເສີມຂອງເກມ Warcraft ພາກ the frozen throne. DOTA2 ທີ່ຈິງແລ້ວບໍ່ແມ່ນພາກສອງຂອງແຜນທີ່ DotA ແຕ່ເປັນເກມທີ່ນຳມາສ້າງໃໝ່ໃຫ້ມີຄວາມສວຍງາມ, ເອບເຟັກທີ່ໃຫ້ ອາລົມຍິ່ງຂຶ້ນ, ພາກນີ້ Valve ຍັງໄດ້ທີມຜູ້ພັດທະນາແຜນທີ່ DotA ມາເປັນຕົ້ນແມ່ນ IceFrog.

ເນື່ອງຈາກທາງ DOTA2 ຍັງມີບັນຫາທາບັກ(Bug), ຕົວລະຄອນ(Hero), ລະບົບການຫຼິ້ນ, ຄວາມສົມດຸນຂອງຕົວລະຄອນໃນເກມ ແລະ ອີກ ຫຼາຍໆຢ່າງ. ສະນັ້ນເພິ່ນຈຶ່ງຍັງຢູ່ໃນຊ່ວງ close beta ນັນໝາຍຄວາມວ່າຄົນທົ່ວໄປຍັງບໍ່ສາມາດຫຼິ້ນໄດ້ເທື່ອ, ມີແຕ່ນັກພັດທະນາ ແລະ ຜູ້ທີ່ໄດ້ ຮັບ invite key ຈາກທາງ Valve ເທົ່ານັນທີ່ສາມາດຫຼິ້ນໄດ້.

ສຳລັບຄົນທີ່ຢາກຫຼິ້ນນັ້ນຢາກຫຼິ້ນເດຈະເຮັດແນວໃດ?

ສ່ວນຄົນທີ່ຢາກຫຼິ້ນນັ້ນກໍ່ສາມາດຫຼິ້ນໄດ້ໂດຍໃນຕອນນີ້ທາງທີ່ງ່າຍທີສຸດແມ່ນການເຮັດບົດທົດສອບຂອງທາງ Valve ໄດ້ເປີດໄວ້ໃຫ້ຄົນທີ່ສົນໃຈ ຢາກຫຼິ້ນ ແລະ ວິທີການເຮັດນັນເຮົາຈະມາບອກຕາມຂ້າງລຸ່ມນີ້.

1. ເຮົາຕ້ອງໄປສະໝັກໄອດີ Steam ກ່ອນ. ສຳລັບຄົນທີ່ຍັງບໍ່ມີສາມາດເຂົ້າໄປສະມັກໄດ້ທີລິ້ງນີ້ ຄິຣກ ແລະ ສຳຄັນທີສຸດຕ້ອງມີໂປແກມ Steam

2. ຫຼັງຈາກນັ້ນກໍເຂົ້າໄປໜ້າເວັບສອບຖາມ ຄິຣກ

3. ຄິຣກ Sign Up for a free DOTA2 invite

 

4. ຄິຣກ Launch Application

 

5. ລ໋ອກອິນເຂົ້າລະບົບ Steam

 

6. ແລ້ວຈາກນັ້ນກໍ່ຈະເຂົ້າມາໜ້ານີ້. ກອບແບບສອບຖາມ

 

7. ຄິຣກ summit

8. ຖ້າເຮັດຖືກຕ້ອງໝົດກໍ່ຈະເປັນແບບນີ້

 

ລໍຖ້າອີເມວຈາກ Steam. ຂັ້ນຕອນນີ້ແມ່ນຕ້ອງໃຊ້ເວລາບາງເທື່ຶອອາດຈະຮອດ1-2ອາທິດ ຫຼື ອາດຈະເປັນເດືອນ. ຂຶ້ນກັບໂຊກຂອງທ່ານ

ອັນນີ້ກະແມ່ນຮູບຈາກບັນຊີເຮົາທີ່ໄດ້ຈາກການແຈກຂອງ playdota.com

 

 ອັບເດດ 14/10/2012 ໄດ້ເມວຈາກ Steam ວ່າເຮົາໄດ້ຫຼິ້ນເກມ DOTA 2 ແລ້ວ, ໂດຍເມວນີ້ໄດ້ສົ່ງມາຕັ້ງແຕ່ວັນທີ 10/10/2012