ວິທີແກ້ໄຂເມື່ອ Registry editor has been disabled by your administrator

ຕາມຫົວຂໍ້ເລີຍເນາະມື້ນີ້ເຮົາກະຈະມາບອກວິທີແກ້ເມື່ອເວລາທີ່ເຮົາຢາກເຂົ້າໄປແກ້ໄຂ ຫຼື ໃຊ້ງານ Registry editor ນິ, ແຕ່ຊ້ຳພັດຄອມເຮົາພັດມີ ໄວຣັດແລ້ວມັນກະໄປປິດການເຂົາໃຊ້ງານຂອງເຮົາ(ເວລາເຮົາໃຊ້ຄອມເຮົາຈະຢູ່ໃນຖະນະຜູ້ໃຊ້ ຫຼື User ເມື່ອເຮົາຈະເຂົ້າໃຊ້ Registry editor ນັ້ນ ເຮົາຈະຕ້ອງເປັນ ຫຼື ຜູ້ຄວບຄຸມ, ຫົວໜ້າໃຫຍ່ ຫຼື Administrator). ບາງຄົນກະເຈີອີກບັນຫາໜຶ່ງອີກ ເຊິ່ງເຮົາຄິດວ່າໃຜໆກະເປັນຕະຫຼອດ Task Manager has been disabled by your administrator ນິແຫຼະຊັງສຸດໆ. ຄັນເວລາຈຳເປັນໃຊ້ລະມັນຂຶ້ນແບບນີ້ລະຢາກດຶກຄອມຖິ້ມພຸ້ນລະ. ເອົາລະເຮົາມາເບິ່ງວິທີແກ້ກັນເລີຍ.

1. ກົດປຸ່ມ Home ຄ້າງໄວ້ຫຼັງຈາກນັນກົດປຸ່ມ R(ເຮົາຈະໃຊ້ງານ Run)

 

2. ພິມ gpedit.msc

 

3.  ຢູ່User Configuration ໄປ Administrative Templates ຄິຣກ System

 

4. ເບິ່ງແຖບທາງຂວາຄິຣກ Prevent access to registry editing tools

 

5. ຕິກເອົາ Disabled

 

6. ຄິ້ຣກ Apply ຫຼື OK

7. ສຳເລັດ

By Douangtavanh Kongphaly